ປະກາດ 34 ລາຍຊື່ນັກເຕະຮ່ວມຄັດ ຢູ 23 ທີມຊາດລາວ ກຽມລຸຍບານເຕະຊີງແຊັມອາຊຽນ 2023

54

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ພາຍໃຕ້ການນໍາທີມຂອງ ທ່ານ ອາເຣນ່າ ກູເລຍໂມ່ (ARENA GUGLIERMO) ຮ່ວມກັບຄະນະ ສາມາດຄັດເລືອກນັກກີລາຈຳນວນ 34 ຄົນເຂົ້າສູນຝຶກຊ້ອມ ກະກຽມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ທີ່ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 17-26 ສິງຫາ 2023.

ໂດຍລາຍຊື່ນັກກິລາ 34 ຄົນທີ່ເຂົ້າຮ່ວມຄັດ ທີມຊາດລາວ ຢູ 23 ປີຈະເລີ່ມຝຶກຊ້ອມແຕ່ວັນທີ 10 ກໍລະກົດ 2023 ເປັນຕົ້ນໄປປະກອບມີ:
+ ຜູ້ຮັກສາປະຕູ:
1. ອານຸລັກ ວິລະຜົນ ຈາກ ສະໂມສອນບານເຕະ ມາສເຕີ້ 7
2. ກົບ ໂລກພະທິບ ຈາກ ສະໂມສອນບານເຕະ ເອສະຣາ
3. ຊະນະໄຊ ສອນທະ ຈາກ ສະໂມສອນບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
4. ສໍລະສັກ ທິລະວົງ ຈາກ ສະໂມສອນບານເຕະ ຊ້າງນ້ອຍ

+ ກອງຫຼັງ:
5. ພຸດທະວົງ ສັງວິໄລ ຈາກ ສະໂມສອນບານເຕະ ເອສະຣາ
6. ພົນສັກ ສີສະຫວາດ ຈາກ ສະໂມສອນບານເຕະ ເອສະຣາ
7. ສອນສະນິດ ພົມມະຈັນ ຈາກ ສະໂມສອນບານເຕະ ມາສເຕີ 7
8. ເພັດດາວັນ ສົມສະນິດ ຈາກ ສະໂມສອນບານເຕະ ມາສເຕີ້ 7
9. ທິລະພົນ ປະຖຳມະວົງ ຈາກ ສະໂມສອນບານເຕະ ນ້ຳທາ
10. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
11. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
12. ອານຸລັກ ວັນນະລາດ ຈາກ ສະໂມສອນບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )
13. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )
14. ອິນທະຈັກ ສີສຸພັນ ຈາກ ສະໂມສອນບານເຕະ ຫຼວງພະບາງ
15. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນບານເຕະ ຫຼວງພະບາງ
16. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນບານເຕະ SCSELONGEY ( ລີກ 3 ປະເທດຝຣັ່ງ )

+ ກອງກາງ
17. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນບານເຕະ ເອສະຣາ
18. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນບານເຕະ ເອສະຣາ
19. ອານຸສອນ ໄຊປັນຍາ ຈາກ ສະໂມສອນບານເຕະ ເອສະຣາ
20. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນບານເຕະ Oberachern ( ປະເທດເຢຍລະມັນ )
21. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນບານເຕະ ນ້ຳທາ
22. ອານຸລັກ ໄຊຍະລາດ ຈາກ ສະໂມສອນບານເຕະ ນ້ຳທາ
23. ສູນທອນຄຸດ ພັນທະວົງໄຊ ຈາກ ສະໂມສອນບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )
24. ໄຊຊະນະ ຈິດວິລະພົນ ສະໂມສອນ ມາສເຕີ 7

+ ກອງໜ້າ:
25. ພຸດທະຈັກ ວົງສິຣິ ຈາກ ສະໂມສອນບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
26. ນິກໂກ້ ອານຸສອນ ຈາກ ສະໂມສອນບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
27. ພົມມາ ໂຄດພູທອນ ຈາກ ສະໂມສອນບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
28. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນບານເຕະ ເອສະຣາ
29. ອາທິດ ຫຼວງລາດ ຈາກ ສະໂມສອນບານເຕະ ເອສະຣາ
30. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
31. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນບານເຕະ ກອງທັບ
32. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນບານເຕະ ມາສເຕີ້ 7
33. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
34. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນບານເຕະ ຊ້າງນ້ອຍ

ສໍາລັບ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງໝົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ແລະ ອີກ 1 ທີມແມ່ນທີມອັນດັບ 2 ທີ່ດີທີ່ສຸດເຂົ້າຮອບ 4 ທີມສຸດທ້າຍ ດັ່ງນີ້:
– ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
– ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
– ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ

ສ່ວນຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.
– ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.
ຄັດຈາກ:​ ສຕລ