ເຮັດອ່ອມບອນ ໃສ່ຊີ້ນໝູ

19

ບອນ ເປັນພືດຜັກຊະນິດໜຶ່ງ ທີ່ຫຼາຍຄົນບໍ່ຄ່ອຍນິຍົມກິນ ເພາະຂັ້ນຕອນການເຮັດຫຍຸ້ງຍາກ ເຊັ່ນ: ເອາະ, ອ່ອມ, ໂອດ ເປັນຕົ້ນ. ແຕ່ຖ້າເຮັດກິນກໍແຊບສົມກັບມີຫຼາຍຂັ້ນຕອນ. ດັ່ງນັ້ນມື້ນີ້ຄໍລຳອາຫານຈະພາທ່ານມາເຮັດອ່ອມບອນໃສ່ຊີ້ນໝູ ຫຼື ດູກໝູ ກິນເອງ.


▶ ວັດຖຸດິບ: ບອນ ( ກ້ານອ່ອນ, ການເຄືອບ ), ຂ່າ, ຫົວຜັກບົ່ວ, ຫົວຜັກທຽມ, ໝາກເຜັດດິບ, ຫົວສີໃຄ, ຫອມບົ່ວ, ຫອມເປ, ເກືອ, ແປ້ງນົວ, ປາແດກ ຫຼື ນໍ້າປາ, ໝາກຂາມປຽກ, ຊີ້ນໝູ ຫຼື ດູກໝູ, ນໍ້າສະອາດ, ໝາກແຄ່ນ ( ໃສ່ກໍໄດ້ ບໍ່ໃສ່ກໍໄດ້ ).
▶ຂັ້ນຕອນເຮັດ: ທຳອິດໃຫ້ລ້າງໃບບອນ ແລະ ກ້ານໃຫ້ສະອາດ ຈາກນັ້ນກໍມາລອກເປືອກກ້ານນັ້ນອອກ ແລ້ວຕັດເປັນຕ່ອນສັ້ນໄວ້ ( ບາງຄົນຈະເອົາໄປໜຶ້ງໃຫ້ຍຸບ ແລ້ວເອົາມາຕຳ ຈຶ່ງເອົາໄປອ່ອມ ) ຫຼື ຖ້າບໍ່ຢາກເຮັດຫຼາຍຂັ້ນຕອນສາມາດໃສ່ໝໍ້ຕົ້ມເລີຍ ຫຼັງຂົ້ວຊີ້ນແລ້ວກໍໄດ້.

ຈາກນັ້ນມາລ້າງດູກ ແລະ ຊອຍຊີ້ນໄວ້ ແລ້ວມາຕຳຫົວສີໃຄຊອຍ 1 ຫົວ ກັບ ໝາກເຜັດ 5 – 8 ໜ່ວຍ ( ແລ້ວແຕ່ມັກເຜັດ ), ຫົວຜັກບົ່ວ 2 – 3 ຫົວ, ຫົວຜັກທຽມ 5 – 7 ກີບ ພ້ອມຢິບເກືອໃສ່ເລັກໜ້ອຍ ຕຳລະອຽດ. ຫຼັງຈາກນັ້ນກໍຄ້າງໝໍ້ຂຶ້ນ ແລ້ວເອົານໍ້າມັນຢອດລົງເລັກໜ້ອຍແລ້ວຕັກເຄື່ອງທີ່ຕຳໄວ້ນັ້ນລົງຂົ້ວ ພ້ອມເອົາດູກ ແລະ ຊີ້ນໝູລົງຂົ້ວໃຫ້ຊີ້ນໝາດແລ້ວໃຫ້ຖອກນໍ້າສະອາດລົງປະມານເຄິ່ງລິດ ຈາກນັ້ນກໍຕົ້ມໃຫ້ຊີ້ນ ແລະ ດູກສຸກ ແລ້ວເອົາບອນທີ່ຕັດດິບ ຫຼື ບອນທີ່ໜຶ້ງຕຳໄວ້ ລົງພ້ອມຕົ້ມຈົນ ກວ່າບອນຈະສຸກ ( ຖ້າຕົ້ມບອນດິບແມ່ນອາດຈະສາມາດຕັກມາຕຳໃຫ້ມຸ່ນໄດ້ ) ຊອຍຂ່າແກ່ເປັນຕ່ອນມຸ່ນໆນ້ອຍໆລົງໄປ ເມື່ອສຸກແລ້ວໃຫ້ປຸງລົດຊາດ ໂດຍໃສ່ນໍ້າປາແດກ ຖ້າບໍ່ກິນປາແດກສາມາດໃສ່ນໍ້າປາແທນໄດ້ ພ້ອມຕື່ມເກືອ, ແປ້ງນົວລົງ ຊີມລົດຊາດຕາມໃຈມັກ ( ຖ້າມັກໝາກແຄ່ນສາມາດຕຳໃສ່ໄດ້ເລີຍ ) ແລ້ວກໍມາຊອຍຫອມໃສ່ ຄົນໃຫ້ເຂົ້າກັນເທົ່ານີ້ກໍສາມາດປິດໄຟປົງໄດ້ ( ຖ້າຈະໃຫ້ຄັກ ແມ່ນຕ້ອງຈີ່ໝາກເຜັດແຫ້ງ ຫຼື ຈືນ ມາກິນກັບ ).
[ໂດຍ: ນົກແຕນແວນ]