ການຄ້າມະນຸດ ບັນຫາທີ່ໜ້າເປັນຫ່ວງໃນແຂວງຄຳມ່ວນ

85

ໃນວັນທີ 6 ກໍລະກົດ 2023 ນີ້ ທີ່ຫ້ອງວ່າການແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດປະຈຳປີ 2022 ແລະ 6 ເດືອນຕົ້ນປີ 2023, ພ້ອມທັງທິດທາງແຜນການ 6 ເດືອນທ້າຍປີຂຶ້ນ ໂດຍການເປັນປະທານຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີບັນດາທ່ານຕາງໜ້າການນຳຂັ້ນເມືອງໃນ 10 ເມືອງ, ຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ທ່ານ ພັນເອກ ຄໍາສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານຕ້ານການຄ້າມະນຸດປະຈຳປີ 2022 ແລະ 6 ເດືອນຕົ້ນປີ 2023 ຕໍ່ກອງປະຊຸມຄັ້ງນີ້ວ່າ: ໃນໄລຍະຜ່ານມາຜູ້ທີ່ຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ ແມ່ນພວກຜູ້ກ່ຽວໄດ້ລັກລອບໄປອອກແຮງງານ ແລ້ວຖືກຕົວະຍົວະຫຼອກລວງ ໂດຍການກົດຂີ່ຂູດຮີດແຮງງານຢູ່ບ່ອນອື່ນ ຈຶ່ງຖຶກສົ່ງກັບມາ ແຕ່ກໍ່ເປັນບັນຫາທີ່ໜ້າເປັນຫ່ວງ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ໃນປະຈຸບັນທີ່ພວກເຮົາໄດ້ປະເຊີນກັບໄພເງິນເຟີ້, ຄ່າຄອງຊີບຖີບໂຕເພີ່ມຂຶ້ນສູງ ແລະ ບັນຫາອັນສໍາຄັນຄື ໃນແຂວງ ທີ່ກໍາລັງໄດ້ຮັບການພັດທະນາທາງດ້ານເສດຖະກິດຢ່າງກວ້າງຂວາງ ເປັນຕົ້ນເຂດສໍາປະທານບໍ່ເກືອກາລີ ບ້ານດົງໃຕ້ ເມືອງທ່າແຂກ ແລະ ໄດ້ຮັບສໍາປະທານໃໝ່ ກໍາລັງເລີ່ມຂຸດຄົ້ນ ຢູ່ທີ່ ບ້ານນາຄໍາ ເມືອງໜອງບົກ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ເຊິ່ງໃນຂົງເຂດດັ່ງກ່າວໄດ້ມີ ແຮງງານຈາກຕ່າງປະເທດເປັນຕົ້ນຄົນສັນຊາດຈີນ, ໄດ້ເດີນທາງເຂົ້າມາອອກແຮງງານຮັບຈ້າງຫຼາຍພັນຄົນ, ນອກຈາກນັ້ນກໍ່ໄດ້ມີພົນລະເມືອງລາວ ໃນຫຼາຍທ້ອງຖິ່ນເຂົ້າປະກອບອາຊີບໃນຫຼາຍສາຂາ ເປັນຕົ້ນການບໍລິການ ເຮືອນພັກ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານອົບນວດ ແລະ ອື່ນໆ ເຊິ່ງການປະກອບອາຊີບດັ່ງກ່າວ ໄດ້ມີການແອບແຝງຂາຍປະເວນີຂອງຍິງສາວ ຢູ່ໃນນັ້ນ.

ໂສເພນີ...ອີກປະກົດການຫຍໍ້ທໍ້ໃນສັງຄົມທີ່ນະຄອນຫຼວງເລັ່ງແກ້ໄຂ - Laos Update

ຜ່ານການປະຕິບັດງານຂອງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ໄລຍະຜ່ານມາ ສາມາດມ້າງໄດ້ແລ້ວ ຈໍານວນ 4 ຮ້ານ ເຊິ່ງມີຜູ້ຖືກຫາ ຈໍານວນ 13 ຄົນ, ຍິງ 12 ຄົນ, ທາງເຈົ້າໜ້າທີ່ຕໍາຫຼວດໄດ້ສະຫລຸບສົ່ງໃຫ້ອົງການໄອຍະການປະຊາຊົນແຂວງ ຕາມລະບຽບກົດໝາຍຢ່າງເຂັ້ມງວດ, ນອກຈາກນັ້ນໃນຂົງເຂດດັ່ງກ່າວ ກໍ່ຍັງມີການລັກແຕ່ງງານບໍ່ຖືກຕ້ອງຕາມກົດໝາຍ ແລະ ອາດສະຍາກໍາອື່ນໆ.

ໂດຍ: ຂ່າວສານຄຳມ່ວນ