ຂໍ້ດີຂອງການລົງທຶນໃນຕະຫຼາດ Forex

114

ຕະຫຼາດ Forex ແມ່ນຕະຫຼາດການເງິນທີ່ໃຫຍ່ທີ່ສຸດໃນໂລກ ແລະ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກນັກລົງທຶນໃນທົ່ວໂລກ ເຊື່ອວ່າຫຼາຍຄົນຄົງຈະມີຄວາມສົງໄສວ່າເປັນຫຍັງຕະຫຼາດ Forex ນີ້ຈຶ່ງສາມາດດຶງດູດເອົານັກລົງທຶນເຂົ້າມາລົງທຶນໃນຕະຫຼາດນີ້ໄດ້ຢ່າງຫຼວງຫຼາຍມັນມີຂໍ້ດີແນວໃດ. ດັ່ງນັ້ນ, ມື້ນີ້ພວກເຮົາຈະພາມາຮູ້ເຖິງຂໍ້ດີຂອງຕະຫຼາດ Forex ວ່າມີຂໍ້ດີແນວໃດຈຶ່ງເຮັດໃຫ້ມີຄົນຈຳນວນຫຼວງຫຼາຍສົນໃຈທີ່ຈະເຂົ້າມາລົງທຶນໃນຕະຫຼາດນີ້ ເຊິ່ງຂໍ້ດີຂອງຕະຫຼາດ Forex ມີ ຄື:

1. ຕະຫຼາດ Forex ແມ່ນມີສະພາບຄ່ອງສູງ: Forex ແມ່ນເປັນການເກງກຳໄລຂອງຄ່າເງິນລະຫວ່າງປະເທດ ຈຶ່ງເຮັດໃຫ້ມີສະພາບຄ່ອງທີ່ສູງຫຼາຍ ເພາະເງິນແມ່ນເປັນທີ່ຕ້ອງການຂອງຄົນທົ່ວໄປ ເຊິ່ງໝາຍຄວາມວ່າ ເຖິງຈະມີຄຳສັ່ງການຊື້ – ຂາຍສະກຸນເງິນຂະໜາດໃຫຍ່ກໍຕາມ ແຕ່ມັນກໍສາມາດສະໜອງໄດ້ຢ່າງມີປະສິດທິພາບໂດຍປາສະຈາກການປອມແປງລາຄາຂະໜາດໃຫຍ່ ເຊິ່ງຈະກຳຈັດຄວາມເປັນໄປໄດ້ຂອງການສໍ້ໂກງລາຄາ ແລະ ລາຄາທີ່ຜິດປົກກະຕິອີກດ້ວຍ.


2. ມີເງິນໜ້ອຍກໍສາມາດລົງທຶນໄດ້: ຖ້າວ່າຄິດທີ່ຈະລົງທຶນ ຫຼື ເຮັດທຸລະກິດໃດໜຶ່ງ ກໍຈະຕ້ອງໄດ້ໃຊ້ເງິນລົງທຶນຂ້ອນຂ້າງຫຼາຍ ແຕ່ການລົງທຶນໃນຕະຫຼາດ Forex ນີ້ ສາມາດເລີ່ມຕົ້ນລົງທຶນໄດ້ໃນຈຳນວນເງິນທີ່ໜ້ອຍ ກໍສາມາດເຮັດການຊື້ – ຂາຍໄດ້ແລ້ວ ແລະ ການເທຣດ ຫຼື ການຊື້ – ຂາຍ Forex ແມ່ນເຮົາສາມາດເລືອກ Margin ກັບ Leverage ສູງ ເພື່ອເພີ່ມຄວາມສາມາດຂອງເງິນທຶນໄດ້ເພີ່ມຂຶ້ນຫຼາຍຮ້ອຍເທົ່າ ແຕ່ການຊື້ – ຂາຍໃນ Margin ທີ່ສູງນັ້ນ ກໍມາພ້ອມກັບຄວາມສ່ຽງຂອງຕົວມັນເອງ ແຕ່ທາງກັບກັນກໍເຮັດໃຫ້ສາມາດສ້າງຜົນກຳໄລໄດ້ງ່າຍຂຶ້ນດ້ວຍເງິນລົງທຶນທີ່ຈຳກັດ.

3. ສາມາດເກງກຳໄລໄດ້ທັງສອງທາງ: ການລົງທຶນໃນຮຸ້ນ ຫຼື ສະກຸນເງິນດີຈີຕອນ ແມ່ນຈຳເປັນຕ້ອງໄດ້ລົງທຶນຊື້ມາເພື່ອຄອບຄອງກ່ອນ ເພື່ອສ້າງກຳໄລ ແລະ ຈະສາມາດເຮັດໃຫ້ເກີດຜົນກຳໄລໄດ້ສະເພາະໃນເວລາທີ່ສິນຊັບ ທີ່ເຮົາລົງທຶນຊື້ມານັ້ນມີລາຄາເພີ່ມຂຶ້ນເທົ່ານັ້ນ. ແຕ່ວ່າຕະຫຼາດ Forex ແມ່ນສາມາດເລືອກໄດ້ເລີຍວ່າຈະຊື້ ຫຼື ຂາຍ ຫາກຄາດການວ່າລາຄາຈະລົງ ເຮົາກໍສາມາດຕັດສິນໃຈຂາຍໄດ້ທັນທີ ໂດຍທີ່ບໍ່ຕ້ອງຊື້ມາກ່ອນ ແລະ ຫາກຄາດວ່າລາຄາຈະຂຶ້ນກໍສາມາດຕັດສິນໃຈຊື້ໄດ້ໃນທັນທີ.

4. ບໍ່ມີຜູ້ຄວບຄຸມຕະຫຼາດ: ຕະຫຼາດ Forex ແມ່ນຂ້ອນຂ້າງມີຄວາມປອດໄພ ເນື່ອງຈາກວ່າບໍ່ມີຜູ້ໃດທີ່ຈະສາມາດເຂົ້າມາຄວບຄຸມລາຄາ, ບັງຄັບທິດທາງຂອງລາຄາ ຫຼື ຄອບຄຸມຕະຫຼາດໄດ້. ການແປຜັນຂອງລາຄາແມ່ນຂຶ້ນຢູ່ກັບປັດໄຈພາຍນອກຕ່າງໆທີ່ບໍ່ສາມາດຄວບຄຸມໄດ້ ເຊັ່ນ: ສະພາວະເສດຖະກິດ, ສະຖານະການບ້ານເມືອງເປັນຕົ້ນ.

5. ສາມາດຫາແຫຼ່ງຄວາມຮູ້ໄດ້ງ່າຍ: ສຳລັບຜູ້ທີ່ສົນໃຈຈະລົງທຶນໃນຕະຫຼາດ Forex ນີ້ແມ່ນສາມາດຊອກແຫຼ່ງຄວາມຮູ້ໄດ້ງ່າຍໃນຫຼາຍໆຊ່ອງທາງ ບໍ່ວ່າຈະເປັນທາງອອນລາຍເຊັ່ນ: ເຟສບຸ໊ກ, ຢູທູບ ແລະ ເວັບໄຊຕ່າງໆ ຫຼື ຕາມໜັງສືກ່ຽວກັບ Forex ທີ່ມີຂາຍຢູ່ທົ່ວໄປ.