ຊາ ຂີງໝາກນາວ ນໍ້າເຜິ້ງ ໃຜລອງແລ້ວດີຄວນບອກຕໍ່

25

ການດື່ມນໍ້າອຸ່ນຍ່ອມດີ ກວ່າການດື່ມນໍ້າເຢັນ ແລະ ຈະເປັນການດີທີ່ສຸດ ຫາກມີຜະລິດຕະພັນອັນເປັນປະໂຫຍດຕິດພັນກັບການບໍລິໂພກໄປພ້ອມເຊັ່ນດັ່ງ ຊາ ຂີງໝາກນາວ ນໍ້າເຜິ້ງ ທີ່ຜະລິດ ແລະ ຈໍາໜ່າຍໂດຍ ສູນສົ່ງເສີມຜະລິດຕະພັນລາວປອດສານພິດ ອັນເປັນຫົວຄິດປະດິດສ້າງຂອງຄົນລາວເຮົາເອງ ດື່ມແລ້ວດີມີຄຸນຄ່າໜ້າສົນໃຈໄດ້ປະໂຫຍດ.

ຊາ ຂີງໝາກນາວນໍ້າເຜິ້ງ ເປັນສ່ວນປະສົມຂອງວັດຖຸດິບທີ່ປູກ ແລະ ມີຢູ່ພາຍໃນບ້ານເຮົາເອງ ເຊັ່ນ: ຂີງ ແລະ ໝາກນາວ ທີ່ສາມາດປູກຢູ່ພາຍໃນສວ.ນ ສ່ວນນໍ້າເຜິ້ງ ກໍອາດຈະຫາຢູ່ໃນປ່າ ຫຼື ລ້ຽງກໍໄດ້ ເຊິ່ງຫຼາຍໆທ່ານກໍຮູ້ດີເຖິງສັບພະຄຸນຕໍ່ຮ່າງກາຍທີ່ຜູ້ເຖົ້າຜູ້ແກ່ເຄີຍນໍາໃຊ້ຮັກສາເບິ່ງແຍງສຸຂະພາບມາແຕ່ເນີນນານຈົນກະທັງຍຸກປັດຈຸບັນ.


ສັບພະຄຸນຫຼັກຂອງຊາ ນີ້ໄດ້ລະບຸທີ່ໜ້າຊອງໄວ້ວ່າ: ຊ່ວຍແກ້ອາການຮ້ອນໃນ ໃຫ້ຮ່າງກາຍອົບອຸ່ນ; ຊ່ວຍແກ້ຫວັດບັນເທົາອາການໄອ, ຊ່ວຍຫຼຸດນໍ້າຕານໃນເລືອດ, ຫຼຸດໄຂມັນ, ຊ່ວຍບັນເທົາອາການປວດເມື່ອຍ.
ສໍາລັບສ່ວນປະກອບແມ່ນມີ: ຂີງຜົງແຫ້ງ, ໝາກນາວຜົງ ແລະ ນໍ້າເຜິ້ງ ເຊິ່ງເປັນວັດຖຸດິບທີ່ສາມາດຊື້ ແລະ ມີຜູ້ ປູກ – ຜູ້ລ້ຽງໃນບ້ານເຮົາ.

ສ່ວນວິທີໃຊ້ ຫຼື ບໍລິໂພກ: ພຽງແຕ່ນໍາເອົາຊອງຊາໄປແຊ່ໃສ່ຈອກນໍ້າຮ້ອນ ຕາມປະລິມານທີ່ຕ້ອງການ ( 1 ຊອງ 1 ຈອກ ) ແລ້ວປະໄວ້ປະມານ 5 ນາທີ ເພື່ອໃຫ້ນໍ້າຄາຍຄວາມຮ້ອນ ແລະ ໃຫ້ຜົງຊາໄດ້ລະລາຍຕົວ ແລ້ວຄ່ອຍໆຈິບດື່ມເທື່ອລະໜ້ອຍ ເຊິ່ງຊອງໜຶ່ງສາມາດຕື່ມນໍ້າໄດ້ 2 ເທື່ອ ຫຼື ຈົນກວ່າລົດຊາດຊາຈືດ ໂດຍໃນໜຶ່ງຊອງໃຫຍ່ມີຖົງຊານ້ອຍບັນຈຸໄວ້ 20 ຖົງ ຫຼື 20 ຊອງນ້ອຍ.


ຊາ ຂີງໝາກນາວ ນໍ້າເຜິ້ງ ບັນຈຸຊອງທີ່ປິດແຈບ ມີຜົນດີຕໍ່ການພົກພາໄປໄກ ຫຼື ຊື້ຝາກຕ້ອນມິດຮັກເພື່ອນແພງໄດ້ສະດວກ ແລະ ທີ່ສໍາຄັນແມ່ນຮັບປະກັນໄດ້ຕໍ່ການຮັກສາໄດ້ທາງດ້ານລົດຊາດ, ກິ່ນຫອມ ແລະ ສັບພະຄຸນທາງໂພຊະນາການ ເຊິ່ງເມື່ອຊື້ໄປແລ້ວກໍສາມາດເກັບໄວ້ບໍລິໂພກເທື່ອລະໜ້ອຍ ຫຼື ມື້ລະຊອງໄດ້ຕາມທີ່ຕ້ອງການ.

ຊາ ທີ່ວ່ານີ້ ສາມາດບໍລິໂພກກັນໄດ້ໂດຍທົ່ວໄປທັງຍິງ ແລະ ຊາຍ; ຜູ້ໃຫຍ່ ແລະ ຜູ້ນ້ອຍ ເຊິ່ງບໍ່ຈໍາເປັນຕ້ອງມີອາການຫວັດ ໄອ ໄຂ້ ໜາວ; ການບໍລິໂພກເປັນປະຈໍາຍັງສາມາດສ້າງພູມຕ້ານທານແກ່ຮ່າງກາຍໄດ້ອີກດ້ວຍ.
ຜະລິດ ແລະ ຈໍາໜ່າຍໂດຍ ສູນສົ່ງເສີມຜະລິດຕະພັນລາວປອດສານພິດ ສໍານັກງານຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ຫາກທ່ານໃດໄດ້ບໍລິໂພກແລ້ວຮູ້ສຶກວ່າ ຄວນບອກຕໍ່ເພື່ອໃຫ້ຫຼາຍຄົນໄດ້ບໍລິໂພກຮັກສາສຸຂະພາບໄປນໍາກັນ ຄຽງຄູ່ກັບການສົ່ງເສີມສິນຄ້າລາວ ຄົນລາວເຮົາເປັນເຈົ້າຂອງ.