ການເບິ່ງແຍງສຸຂະພາບຂອງແມ່ ກ່ອນ ແລະ ຫຼັງເກີດລູກ

108

ການຖືພາເປັນໄລຍະທີ່ມີ ຄວາມສໍາຄັນ ເພາະເປັນໄລຍະທີ່ຈະເລີ່ມມີຊີວິດໃໝ່ຂຶ້ນພາຍໃນຮ່າງກາຍແມ່ ການຈະເລີນເຕີບໃຫຍ່ຢ່າງສົມບູນຂອງລູກນັ້ນ ຂຶ້ນກັບອາຫານທີ່ຜູ້ເປັນແມ່ຄວນໄດ້ຮັບ. ດັ່ງນັ້ນ ແມ່ຈໍາເປັນຕ້ອງໄດ້ຮັບສານອາຫານທີ່ພຽງພໍ.
ຄວາມຕ້ອງການສານອາຫານສໍາລັບແມ່ຍິງຖືພາ ມີດັ່ງນີ້:
1. ໂປຣຕິນ: ແມ່ຍິງທີ່ກໍາລັງຖືພາຮ່າງກາຍຈະຕ້ອງການສານອາຫານປະເພດໂປຣຕິນຫຼາຍທີ່ສຸດ ໂດຍສະເພາະ 3 ເດືອນກ່ອນເກີດ ເພື່ອໃຊ້ໃນການສ້າງເນື້ອເຫຍື່ອຕ່າງໆຂອງແມ່ ແລະ ເດັກ ເຊິ່ງມີຜົນຕໍ່ຮ່າງກາຍ ແລະ ສະໝອງຂອງເດັກນ້ອຍ ຄວນກິນໂປຣຕິນປະເພດຊີ້ນສັດ, ນົມ, ໄຂ່, ຖົ່ວ ເປັນຕົ້ນ.

2. ທາດເຫຼັກ: ທາດເຫຼັກຈະຊ່ວຍໃນການສ້າງເມັດເລືອດແດງໃຫ້ທັງແມ່ ແລະ ເດັກ ທັງເປັນການສະສົມທາດເຫຼັກໃນລະຫວ່າງການເກີດ ນອກຈາກນີ້ທາດເຫຼັກຍັງຈໍາເປັນສໍາລັບການພັດທະນາສະໝອງ ແລະ ພຶດຕິກໍາການຮຽນຮູ້ຂອງເດັກນ້ອຍ ການຂາດທາດເຫຼັກມີ ຄວາມສ່ຽງເຮັດໃຫ້ເດັກນ້ອຍມີພັດທະນາການຊ້າ ອາຫານທີ່ມີທາດເຫຼັກສູງໄດ້ແກ່: ຕັບ, ເລືອດ, ຫອຍແຄງ, ໄຂ່, ຜັກໃບຂຽວ, ຜັກປັງ, ໃບຂີ້ເຫຼັກ, ໝາກແຄ້ງຟ້າ…
3. ແຄວຊ້ຽມ: ເປັນສ່ວນປະກອບສໍາຄັນສໍາລັບການດູແລກະດູກ ແລະ ແຂ້ວ ຖ້າບໍ່ໄດ້ຮັບແຄວຊ້ຽມພຽງພໍ ເດັກຈະດຶງກະດູກຈາກແມ່ໄປໃຊ້ ເຮັດໃຫ້ແມ່ມີບັນຫາກັບແຂ້ວ ແລະ ເດັກອາດຈະເປັນພະຍາດກະດູກອ່ອນໄດ້ ອາຫານທີ່ມີແຄວຊ້ຽມສູງໄດ້ແກ່: ນົມສົດ, ປານ້ອຍ, ກຸ້ງແຫ້ງ, ເຕົ້າຮູ້ຂາວ, ຜັກໃບຂຽວເຂັ້ມ.
4. ຟໍເລສ: ເປັນວິຕາມິນບີ ທີ່ຈໍາເປັນສໍາລັບແມ່ຍິງຕັ້ງຄັນ ແລະ ເດັກນ້ອຍ ຊ່ວຍປ້ອງກັນຄວາມຜິດປົກກະຕິຂອງລະບົບປະສາດບໍລິເວນສະໝອງ ແລະ ກະດູກສັນຫຼັງ ຖ້າຜູ້ເປັນແມ່ຂາດຈະເຮັດໃຫ້ລູກພິການທາງສະໝອງ, ມີອາການປາກແຫວ່ງ ອາຫານທີ່ມີຟໍເລສສູງໄດ້ແກ່: ຕັບ, ເຂົ້າຊ້ອມມື, ຜັກຫົມ, ໜໍ່ໄມ້ຝຣັ່ງ, ໝາກກ້ຽງ, ແຄນຕາລູບ, ໝາກກ້ວຍ, ຜັກຕະກູນກະລໍ່າ…
■ຫຼັງຈາກເກີດລູກແມ່ໆຄວນປະຕິບັດຕົນດັ່ງນີ້:

1. ຮັບປະທານອາຫານທີ່ມີປະໂຫຍດ ແລະ ຄຸນຄ່າຄົບຖ້ວນ ຄວນເປັນອາຫານທີ່ມີໂປຣຕິນສູງ ເຊັ່ນ: ຊີ້ນ, ນົມ, ໄຂ່, ຜັກສົດ ແລະ ໝາກໄມ້ຕ່າງໆ ແລະ ດື່ມນໍ້າສະອາດໃຫ້ພຽງພໍທຸກມື້.
2. ຫຼີກລ່ຽງອາຫານລົດຊາດຈັດໆ, ອາຫານໝັກດອງ, ນໍ້າຊາ, ກາເຟ ແລະ ເຄື່ອງດື່ມທີ່ມີແອວກໍຮໍ.
3. ຫ້າມຮັບປະທານຢາດອງເຫຼົ້າ, ຢາຂັບເລືອດ ແລະ ຢາສະຕີຕ່າງໆ ເພາະອາດຈະເຮັດໃຫ້ເລືອດອອກທາງຊ່ອງຄອດທີ່ຜິດປົກກະຕິໄດ້.
4. ຄວນນອນພັກຜ່ອນໃຫ້ພຽງພໍຢ່າງໜ້ອຍມື້ລະ 6 – 8 ຊົ່ວໂມງ ຖ້າມີແຜຜ່າຕັດ ລະວັງຢ່າໃຫ້ບາດແຜຖືກນໍ້າຈົນກວ່າຈະຕັດໃໝ່ 7 ວັນຫຼັງຜ່າຕັດ.
5. ບໍ່ຄວນຍົກຂອງໜັກ ຫຼື ຍ່າງຂຶ້ນ – ລົງຂັ້ນໄດດຸໆ ໃນລະຫວ່າງຫຼັງເກີດລູກ 6 ອາທິດທໍາອິດ ແຕ່ສາມາດເຮັດວຽກເຮືອນທີ່ເບົາໆ ເຊັ່ນ: ປຸງແຕ່ງອາຫານ, ລ້າງຖ້ວຍ ລວມທັງການດູແລລູກ.
6. ການບໍລິຫານຮ່າງກາຍຫຼັງຈາກເກີດລູກຈະຊ່ວຍໃຫ້ຮ່າງກາຍກັບສູ່ສະພາບປົກກະຕິ ແລະ ມີຄວາມແຂງແຮງເພີ່ມຂຶ້ນ ຄວນເລີ່ມເຮັດປະມານ 2 – 4 ອາທິດ ຖ້າເກີດດ້ວຍການຜ່າຕັດຄວນເລີ່ມຫຼັງຈາກເກີດ 4 – 6 ອາທິດ.
7. ຢຸຸດການມີເພດສໍາພັນຫຼັງເກີດລູກ 4 ອາທິດທໍາອິດ.
[ ຂໍ້ມູນຈາກ: Pranangklao Hospital ]