ສະຖິຕິສຸດໂຫດຂອງ ຣາຟາເອລ ລົງສະໜາມພຽງ 7 ນັດຍິງໄປ 18 ປະຕູຄວ້າດາວຍິງສູງສຸດລາວລີກ

50

ມາຕາມຫຼັງແຕ່ແຊງທາງໂຄ້ງສໍາລັບ ຣາຟາເອລ ຫຼື RAFAEL Rodrigues ກອງໜ້າຊາວບຣາຊິລ ລົງສະໜາມພຽງ 7 ນັດເທົ່ານັ້ນ ສາມາດຍິງໄປເຖິງ 18 ປະຕູ ແຊງ ບຸນພະຈັນ ບຸນກອງ ຈາກຊ້າງນ້ອຍ ເອັຟຊີ ແລະ ພັດທະນາ ພົມມະເທບ ຈາກເອສະຣາ ເອັຟຊີ ຄວ້າລາງວັນດາວຍູງສູງສຸດຂອງການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ໄປແບບໜ້າຕາເສີຍ.

ປີ 2022 ຍ້າຍໄປຫຼິ້ນໃຫ້ກັບ ມາສເຕີ 7 ເອັຟຊີ ພາທີມຄວ້າອັນດັບ 2 ກ່ອນຍ້າຍໄປຫຼິ້ນໃຫ້ກັບສະໂມສອນໃນໄທ ເຄິ່ງລະດູການທໍາອິດຂອງປີ 2023 ກ່ອນກັບມາຫຼິ້ນໃນເຄິ່ງລະດູການຫຼັງ ( 7 ນັດສຸດທ້າຍ ) ຍິງໄປ 18 ປະຕູພາມາສເຕີ 7 ເອັຟຊີ ຄວ້າອັນດັບ 2 ອີກຄັ້ງ ໂດຍຕາມຫຼັງ ຊ້າງນ້ອຍ ເອັຟຊີ ແຊັມລາວລີກ 1 ປີ 2023 ຢູ່ 10 ຄະແນນ.

ຢ່າງໃດກໍຕາມ, ຣາຟາເອລ ສ້າງສະຖິຕິສຸດໂຫດໄວ້ ກໍຄືກາຍເປັນນັກເຕະທີ່ລົງສະໜາມໜ້ອຍທີ່ສຸດ ແຕ່ສາມາດຄວ້າລາງວັນດາວຍິງສູງສຸດຂອງ ເປບຊີ ລາວລີກ 1 ໄປຄອງ ໂດຍໃຊ້ເວລາລົງສະໜາມພຽງ 7 ນັດແຕ່ຍິງໄປເຖິງ 18 ປະຕູໂດຍໜີຫ່າງອັນດັບ 2 ບຸນພະຈັນ ບຸນກອງ ຈາກຊ້າງນ້ອຍ ເອັຟຊີ ທີ່ຍິງໄດ້ 16 ປະຕູຈາກການລົງສະໜາມ 14 ນັດ. ນອກນັ້ນ, ຣາຟາເອລ ຍັງສ້າງສະຖິຕິເປັນນັກເຕະທີ່ຍິງປະຕູຕໍ່ນັດຫຼາຍທີ່ສຸດໃນປະຫວັດສາດຂອງລີກສູງສຸດຂອງ ສປປ ລາວ ໂດຍຍິງໄປຄົນດຽວ 8 ປະຕູໃນນັດທີ່ພາ ມາສເຕີ 7 ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟຊີ ໄປຂາດລອຍ 14-1.

ສໍາລັບ RAFAEL ກ້າວສູ່ລີກສູງສຸດຂອງ ສປປ ລາວ ປີທໍາອິດຫຼິ້ນໃຫ້ກັບ ເອັຟຊີ ຈັນທະບູລີ ໃນປີ 2019 ໃນໄລຍະໜຶ່ງກ່ອນຈະຍ້າຍໄປຫຼິ້ນໃຫ້ກັບສະໂມສອນໃນປະເທດໄທ
ຂ່າວ-ຮູບຈາກ: Larh Creators