ເທສລາ ສົ່ງມອບລົດໃນໄຕມາດ 2 ປີນີ້ ເພີ່ມຂຶ້ນ 83%

30

ເວັບໄຊສຳນັກຂ່າວຊິນຫົວລາຍງານວ່າ: ເມື່ອວັນທີ 2 ກໍລະກົດຜ່ານມາ, ບໍລິສັດ ເທສລາ ຜູ້ຜະລິດລົດພະລັງງານໄຟຟ້າລາຍໃຫຍ່ຂອງສະຫະລັດອາເມຣິກາ ລາຍງານການສົ່ງມອບລົດຈໍານວນ 466.140 ຄັນ ໃນໄລຍະໄຕມາດທີ 2 ປີນີ້ ເຊິ່ງເພີ່ມຂຶ້ນ 83% ເມື່ອທຽບປີຕໍ່ປີ.

ລົດທີ່ສົ່ງມອບມີປະມານ 96% ເປັນລົດອະເນກປະສົງ ລຸ້ນໂມເດລວາຍ ( Model Y) ແລະ ລົດຊີດານ ລຸ່ນໂມເດລ 3 ( Model 3 ).

ເທສລາ ຍັງເປີດເຜີຍວ່າ: ການຜະລິດລົດໄດ້ເພີ່ມຂຶ້ນໃນໄຕມາດທີ 2 ເຊິ່ງຈາກ 258.580 ຄັນ ໃນປີກ່ອນໜ້ານີ້ ມາເປັນ 479.700 ຄັນ ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້.