ທ່ານນາຍົກຊີ້ແຈງ ແນວທາງການແກ້ໄຂວິກິດການດ້ານເສດຖະກິດໃນເບື້ອງຕົ້ນ

130

ໃນກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ບັນດາສະມາຊິກສະພາ ຕັ້ງຫຼາຍຄຳຊັກຖາມຕໍ່ບົດລາຍງານຂອງລັດຖະບານ  ແຕ່ປະເດັນທີ່ເປັນບັນຫາທີ່ເຄັ່ງຮ້ອນ ແລະ ຮີບດ່ວນທີ່ສຸດ ແມ່ນສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນປັດຈຸບັນ, ລັດຖະບານຈະມີກົນໄກ, ວິທີການ ແລະ ມາດຕະການແກ້ໄຂແນວໃດ.

ไม่มีคำอธิบาย

ຕໍ່ບັນຫາດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມ ໃນຄັ້ງວັນທີ 3 ກໍລະກົດທ່ານກ່າວວ່າ: ຜ່ານມາລັດຖະບານ ກໍໄດ້ສຸມທຸກກຳລັງເຂົ້າໃນການແກ້ໄຂໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການແກ້ໄຂ, ແຕ່ສະພາບການ ກໍຍັງບໍ່ທັນຜ່ອນຄາຍລົງ ເຊິ່ງສາເຫດຕົ້ນຕໍ ທີ່ເກີດຂື້ນເບື້ອງຕົ້ນ ກໍເລີ່ມຈາກປັດໄຈພາຍນອກ ທີ່ສືບເນື່ອງມາຈາກຜົນກະທົບການລະບາດຂອງພະຍາດ ໂຄວິດ-19 ແລະ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ.

ไม่มีคำอธิบาย

ເມື່ອເຫັນໄດ້ສະພາບເຄັ່ງຮ້ອນຄືແນວນັ້ນ, ກົມການເມືອງສູນກາງພັກ ກໍໄດ້ອອກມະຕິຕົກລົງ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023 ແຕ່ງຕັ້ງຄະນະສະເພາະກິດ ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.

เปิดรูปภาพ

ທ່ານ ນາຍົກລັດຖະມົນຕີໄດ້ຢືນຢັນບາງມາດຕະການຈຳນວນໜຶ່ງ ທີ່ຈະສຸມໃສ່ແກ້ໄຂ ສຳລັບມາດຕະການສະເພາະໜ້າ ຫຼື ມາດຕະການແກ້ໄຂໃນເບື້ອງຕົ້ນໃນວຽກງານເສດຖະກິດ-ການເງິນດັ່ງນີ້:

– ເລັ່ງຄົ້ນຄວ້າແກ້ໄຂບັນຫາໂຄງສ້າງດຸນການຊຳລະລະຫວ່າງປະເທດທີ່ຂາດດຸນໃຫ້ມີຄວາມສົມດຸນເທື່ອລະກ້າວ ໄປຄວບຄູ່ກັບການປະຕິບັດມາດຕະການສະເພາະໜ້າເພື່ອຄວບຄຸມຄວາມກົດດັນຂອງອັດຕາແລກປ່ຽນ;

– ສືບຕໍ່ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ໃຫ້ມີໜ່ວຍບໍລິການພຽງພໍ ຮັບໃຊ້ສັງຄົມເຊັ່ນ: ໜ່ວຍບໍລິການແລກປ່ຽນ, ການແລກປ່ຽນອີເລັກໂຕຣນິກ;

– ປັບປຸງຕະຫຼາດເງິນຕາຕ່າງປະເທດ ລະຫວ່າງທະນາຄານທຸລະກິດດ້ວຍກັນ;

– ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊຳລະສະສາງການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານບັນຊີທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ. ໂດຍກຳນົດເຂົ້າເປັນເງື່ອນໄຂທີ່ຂາດບໍ່ໄດ້ສຳລັບການສົ່ງອອກ-ນຳເຂົ້າສິນຄ້າຕໍ່ໄປ ເພື່ອສູ້ຊົນໃຫ້ມີເງິນຕາເຂົ້າມາຜ່ານລະບົບທະນາຄານເພີ່ມຂຶ້ນຫຼາຍກວ່າ 50%ຂຶ້ນໄປ.

– ສືບຕໍ່ຕິດຕາມບັນດາເປົ້າໝາຍທີ່ປັ່ນປ່ວນ ແລະ ເກງກໍາໄລ ຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ, ຖ້າພົບເຫັນແມ່ນດໍາເນີນມາດຕະການຕາມກົດໝາຍ.

– ຮີບຮ້ອນເລັ່ງທວງບັນດາບໍລິສັດທີ່ມີໜີ້ສິນກັບລັດຖະບານໃຫ້ຫາແຫຼ່ງທຶນມາຊຳລະຕາມສັນຍາດັດແກ້ທີ່ໄດ້ເຊັນຮ່ວມກັນ ແລະ ກ່ອນກໍານົດໃນສັນຍາເພື່ອຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ.