7 ສິ່ງບໍ່ຄວນເຮັດ ເວລາເປັນປະຈໍາເດືອນ

15

ເວລາເປັນປະຈໍາເດືອນ ເປັນໄລຍະທີ່ຮ່າງກາຍຂອງເຮົາອ່ອນແອ ຄວນໃສ່ໃຈດູແລສຸຂະພາບຮ່າງກາຍຂອງເຮົາໃຫ້ແຂງແຮງເປັນພິເສດ ພ້ອມທັງທໍາຄວາມສະອາດຫຼາຍ ກວ່າມື້ປົກກະຕິ. ດັ່ງນັ້ນ ເຮົາຄວນພັກຜ່ອນໃຫ້ຫຼາຍໆ ພ້ອມທັງຫຼີກລ່ຽງພຶດຕິກໍາຕ່າງໆທີ່ອາດສົ່ງຜົນເສຍຕໍ່ສຸຂະພາບເຮົາ.
ສິ່ງທີ່ເຮົາຄວນຫຼີກລ່ຽງເວລາເປັນປະຈໍາເດືອນມີດັ່ງນີ້:

1. ຫ້າມກິນອາຫານເຢັນ: ການຮັບປະທານອາຫານເຢັນໆເວລາເປັນປະຈໍາເດືອນເຊັ່ນ: ໄອສະຄຣີມ, ນໍ້າກ້ອນ ຫຼື ນໍ້າເຢັນຕ່າງໆ ເປັນສິ່ງທີ່ເຮົາບໍ່ຄວນກິນຫຼາຍເກີນໄປເພາະຢູ່ໃນໄອສະຄຣີມມີສ່ວນປະສົມຂອງນົມ ເປັນສາເຫດເຮັດໃຫ້ເຈັບທ້ອງປະຈໍາເດືອນ.
2. ຫ້າມກິນອາຫານເຄັມ: ອາຫານທີ່ມີລົດຊາດເຄັມຈະເຮັດໃຫ້ຮ່າງກາຍສະສົມນໍ້າເກືອຫຼາຍເກີນໄປ ຈະເຮັດໃຫ້ມີອາການປວດຫົວ, ຫງຸດຫງິດງ່າຍ ແລະ ທ້ອງອືດ ເຮົາຄວນຫຼຸດເຄັມລົງໃນເວລາເປັນປະຈໍາເດືອນ.

3. ຫ້າມອອກກໍາລັງກາຍໜັກເກີນໄປ: ການອອກກໍາລັງກາຍເວລາເປັນປະຈໍາເດືອນ ຈະຊ່ວຍຫຼຸດອາການເຈັບທ້ອງໄດ້ ແຕ່ຄວນອອກໃຫ້ເໝາະສົມ ແລະ ບໍ່ໜັກຈົນເກີນໄປ ຈະເຮັດໃຫ້ຮ່າງກາຍເສຍເລືອດຫຼາຍກວ່າເກົ່າ.
4. ເຄື່ອງດື່ມແອວກໍຮໍ: ໄລຍະເປັນປະຈໍາເດືອນ ເຮົາຄວນອົດໃຈໄວ້ກ່ອນ ເພາະຖ້າດື່ມແອວກໍຮໍເວລາເປັນປະຈໍາເດືອນເລືອດຈະອອກຫຼາຍ ກວ່າປົກກະຕິ.
5. ຫ້າມໃສ່ໂສ້ງທີ່ຮັດແໜ້ນເກີນໄປ: ເວລາເປັນປະຈໍາເດືອນເຮົາຄວນຫຼີກລ່ຽງການສວມໃສ່ເສື້ອຜ້າທີ່ຮັດແໜ້ນຈົນເກີນໄປ ເພາະຈະສົ່ງຜົນເສຍຕໍ່ການໄຫຼວຽນຂອງເລືອດ ແລະ ເຮັດໃຫ້ນ້ອງສາວເກີດອາການບວມ ແລະ ອາດຈະມີກິ່ນບໍ່ເພິ່ງປະສົງ ເພາະອາກາດບໍ່ຄ່ອຍຖ່າຍເທ.

6. ບໍ່ມັກປ່ຽນຜ້າອະນາໄມ: ສາວໆທີ່ຂີ້ຄ້ານປ່ຽນຜ້າອະນາໄມ ຈະເປັນການທໍາລາຍຕົນເອງ ເພາະການໃສ່ຜ້າອະນາໄມແຜ່ນເກົ່າດົນເກີນໄປໂດຍບໍ່ປ່ຽນ ຈະສ່ຽງຕໍ່ການຕິດເຊື້ອແບັກທີເຣຍ ຫຼື ເກີດເຊື້ອຣາ ພາໃຫ້ເກີດອາການຄັນພາຍໃນ ແລະ ເກີດກິ່ນບໍ່ເພິ່ງປະສົງຈົນເຮັດໃຫ້ເສຍຄວາມໝັ້ນໃຈ. ຖ້າຕິດເຊື້ອໃນຊ່ອງຄອດ ແລະ ທາງເດີນປັດສະວະກໍຈະເຮັດໃຫ້ເປັນກະເພາະປັດສະວະອັກເສບ ຫຼື ຮວຍໄຕອັກເສບໄດ້.
7. ງົດອາຫານຈືນ: ການກິນອາຫານຈືນລະຫວ່າງເປັນປະຈໍາເດືອນ ຈະເຮັດໃຫ້ເກີດການສະສົມຂອງຮ່າງກາຍໄດ້ງ່າຍກວ່າປົກກະຕິ ແລະ ຕຸ້ຍງ່າຍ ເພາະຮ່າງກາຍຈະເຜົາຜານອາຫານຊ້າກວ່າປົກກະຕິ.
[ ຂໍ້ມູນຈາກ: Aommy ]