ເອາະປາແຫ້ງ ໃສ່ໝາກເຂືອ ເໝືອດດ້ວຍຜັກຄາດ

60

ປາແຫ້ງ ສາມາດເຮັດກິນໄດ້ຫຼາຍເມນູ ເຊັ່ນ: ຈືນ, ປີ້ງ, ປີ້ງຕຳແຈ່ວ, ແກງໃສ່ຜັກ, ເອາະ…..ເປັນຕົ້ນ. ດັ່ງນັ້ນ, ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດເອາະປາແຫ້ງໃສ່ໝາກເຂືອ ເໝືອດດ້ວຍຜັກຄາດ ( ຜັກຫາດຮຶນ ).
▶ ວັດຖຸດິບ: ປາແຫ້ງ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງກໍໄດ້, ຂ່າ, ໝາກເຂືອ, ຫົວສີໃຄ, ຫົວຜັກບົ່ວ, ຫົວຜັກທຽມ, ໝາກແຄ່ນ, ນໍ້າສະອາດ, ເກືອ, ແປ້ງນົວ, ນໍ້າປາ, ຜັກອີ່ຕູ່, ຜັກບົ່ວ, ຜັກຊີ, ຜັກຄາດ ຫຼື ຜັກຫາດຮຶນ ແລະ ຜັກອື່ນໆໄດ້ຕາມໃຈມັກ ( ລ້າງຜັກທຸກຢ່າງໃຫ້ສະອາດ ).

▶ ວິທີເຮັດ: ຖ້າຢາກໃຫ້ເອາະມີລົດຊາດແຊບ ແລະ ຫອມ ໃຫ້ປີ້ງປາແຫ້ງ ປະມານ 2 – 3 ໂຕ ເພື່ອໃຫ້ຫອມກ່ອນ, ປີ້ງຂ່າ ປະມານ 2 – 3 ຝານ, ຈາກນັ້ນກໍຄ້າງໝໍ້ເອາະ ໂດຍຕື່ມນໍ້າໃສ່ປະມານ 1 ລິດ ແລ້ວຜ່າໝາກເຂືອລົງຕົ້ມປະມານ 5 – 6 ໜ່ວຍ, ພ້ອມດ້ວຍໝາກເຜັດປະມານ 5 – 8 ໜ່ວຍ, ທຸບຫົວສີໃຄລົງ, ຕື່ມເກືອ, ແປ້ງນົວລົງໄປຕົ້ມໃຫ້ໝາກເຂືອສຸກ ຕັກອອກເພື່ອກຽມຕຳ.

ສ່ວນໝໍ້ແມ່ນໃຫ້ເອົາປາແຫ້ງລົງຕົ້ມ, ຈາກນັ້ນເຮົາກໍມາແກະຫົວຜັກບົ່ວ ປະມານ 2 ຫົວ, ຫົວຜັກທຽມ ປະມານ 3 – 4 ກີບ ລົງຕຳໃຫ້ລະອຽດ, ຈາກນັ້ນກໍເອົາໝາກເຜັດທີ່ຕົ້ມລົງຕຳໃຫ້ ລະອຽດ ຈຶ່ງຕາມດ້ວຍໝາກເຂືອທີ່ຕົ້ມລົງຕຳໃຫ້ລະອຽດ ເມື່ອລະອຽດດີແລ້ວ ຕັກໃສ່ໝໍ້ເອາະ ແລ້ວມາຕຳໝາກແຄ່ນໃຫ້ລະອຽດປະໄວ້ ( ໝາກແຄ່ນຈະຕຳດິບ ຫຼື ເອົາມາຂົ້ວກ່ອນກໍໄດ້ ຖ້າຂົ້ວກ່ອນຈະຫອມ ) ຈາກນັ້ນກໍຕື່ມຜັກຄາດ ແລະ ຜັກອື່ນໆຕາມໃຈມັກລົງໄປ ຕົ້ມໃຫ້ສຸກແລ້ວເອົາໝາກແຄ່ນທີ່ຕຳໄວ້ລົງໄປ. ຄົນໃຫ້ເຂົ້າກັນ ຊີມ ແລະ ປຸງລົດຊາດຕາມໃຈມັກ ຖ້າລົດຊາດພໍດີແລ້ວໃຫ້ຊອຍຫອມລົງໄປ ຄົນໃຫ້ເຂົ້າກັນອີກຄັ້ງ ກໍສາມາດປິດໄຟໄດ້ທັນທີ ເທົ່ານີ້ທ່ານກໍຈະໄດ້ເອາະປາແຫ້ງໃສ່ໝາກເຂືອ ເໝືອດດ້ວຍຜັກຄາດແຊບໆ ຫອມໆ ໄວ້ກິນ.
[ ໂດຍ: ນົກແຕນແວນ ]