2 ບໍລິສັດ ພະລັງງານຍັກໃຫຍ່ ຍັງຊື້ແກ໊ສ ຈາກຣັດເຊຍ

93

ສໍານັກຂ່າວ AFP ລາຍງານວ່າ: ບໍລິສັດໂຕຕາລ ເອເນີຈີ ເຊິ່ງເປັນບໍລິສັດດ້ານພະລັງງານຍັກໃຫຍ່ຂອງຝຣັ່ງ ຍັງສັ່ງຊື້ແກ໊ສແຫຼວ ( LNG ) ເຊິ່ງເປັນລູກຄ້າໃຫຍ່ອັນດັບ 3 ຂອງຣັດເຊຍ, ຕາມມາດ້ວຍບໍລິສັດເຊວ ຂອງສະຫະຣາຊະອານາຈັກ.

ລາຍງານລະບຸວ່າ: ຣັດເຊຍ ມີລາຍຮັບຈາກການສົ່ງອອກແກ໊ສ LNG ປະມານ 21 ພັນລ້ານໂດລາສະຫະລັດ.

ໃນຂະນະທີ່ ບໍລິສັດໂຕຕາລ ແລະ ເຊວ ອອກຖະແຫຼງການ ລະບຸວ່າ: ການຊື້ – ຂາຍ LNG ຍັງດໍາເນີນຕໍ່ໄປ “ ເປັນໄປຕາມສັນຍາສະບັບປັດຈຸບັນ ” ສ່ວນການຊື້ – ຂາຍແບບທັນທີໃນຕະຫຼາດ, ບໍລິສັດທັງສອງແຫ່ງ ໄດ້ຢຸດຕິດໍາເນີນການມານານແລ້ວ, ແນວໃດກໍຕາມ ສະຫະພາບເອີຣົບ ບໍ່ໄດ້ຂວໍ້າບາດຕໍ່ LNG ຂອງຣັດເຊຍ.