ເມືອງສັງທອງ ພ້ອມໃຈກັນທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ

33

ໃນວັນທີ 1 ກໍລະກົດ 2023 ທີ່ຜ່ານມາ ທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ເປີດຂະບວນການອະນາໄມ ທຳລາຍແຫລ່ງເພາະພັນໜອນນໍ້າຍຸງລາຍຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫລວງ,ໂຮງໝໍເມືອງ, ມີແພດໝໍ, ພະຍາບານ, ພໍ່ແມ່ປະຊາຊົນ ລວມທັງສາມອົງການຈັດຕັ້ງຂອງເມືອງ ແລະ ນ້ອງໆນັກຮຽນກໍ່ໄດ້ເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ ข้อความ

ໃນພິທີດັ່ງກ່າວ ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ຊີ້ນຳໃຫ້ທຸກພາກສ່ວນ ຕ້ອງຊ່ວຍກັນເປັນເຈົ້າການໃນການຊີ້ນຳ ນຳພາ ແລະ ໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ ມາດຕະການທີ່ສຳຄັນ ຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ, ຄອບຄົວ ໃນການປະຕິບັດຫຼັກການ 5 ປ ຄື:

อาจเป็นรูปภาพของ 5 คน

ປ ປິດ (ປົກ​ປິດ​ພາ​ຊະ​ນະ​ທີ່​ກັກ​ເກັບ​ນ້ຳ​ທັງ​ໃນ ​ແລະ ນອກ​ເຮື​ອນບໍ່​ໃຫ້​ຍຸງ​ລາຍ​ມາ​ໄຂ່​ໃສ່), ປ ປ່ຽນ (ປ່ຽນ​ນ້ຳໃນ​ພາ​ຊະ​ນະ​ທີ່​ກັກ​ເກັບ​ນ້ຳ ​ເຊັ່ນ​ເຕົ້າ​ດອກ​ໄມ້, ນ້ຳ​ຮອງ​ຕີ​ນຕູ້ ​ແລະ ອື່ນໆ), ປ ປ່ອຍ (ປ່​ອຍປາ​ຫາງ​ນົກຍຸງ​ກິນ​ໜອນ​ນ້ຳ), ປ ປັບປຸງ (ປັບປຸງ​ສິ່ງ​ແວດ​ລ້ອມ​ອ້ອມ ​ເຮືອນໃຫ້​ສະອາດ​ເປັນ​ປະຈຳ​ທຸກ​ອາທິດ) ແລະ ປ ປະຕິບັດ ​ໃຫ້ເປັນນິໄສທຸກອາທິດ.

อาจเป็นรูปภาพของ 3 คน และ ข้อความ

ແລະສິ່ງສໍາຄັນຖ້າມີຄົນເປັນໄຂ້ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ໄປກວດຕາມຄຣີນິກ ຫຼື ຊື້ຢາມາກິນເອງ ຫຼື ປິ່ນປົວຕົນເອງຢູ່ບ້ານໂດຍການໃສ່ນໍ້າທະເລ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້.

ໂດຍ: ສູນຂ່າວສານການແພດສຸຂະສຶກສາ