ພົບອີກ 1 ຄົນ ທີ່ເສຍຊີວິດຈາກໄຂ້ຍຸງລາຍ

121

ອີງຕາມຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ໃນວັນທີ 02 ກໍລະກົດ 2023 ຜ່ານມາວ່າ: ປະຈຸບັນໄດ້ມີຜູ້ເສຍຊີວິດຍ້ອນຕິດພະຍາດໄຂ້ຍຸງລາຍໃຫມ່ 1 ຄົນ, ຊຶ່ງຜູ້ເສຍຊີວິດຄົນນີ້ ແມ່ນຢູ່ບ້ານປາກເບັ່ງ, ເມືອງທ່າແຂກ, ແຂວງຄຳມ່ວນ ສັງລວມມາຮອດປະຈຸບັນນີ້ ທົ່ວປະເທດ ແມ່ນມີຕົວເລກຂອງຜູ້ເສຍຊີວິດສະສົມ 3 ຄົນ, ຕິດເຊື່ອສະສົມທົ່ວປະເທດ 7.474 ຄົນ, ຕິດເຊື່ອໃຫມ່ 102 ຄົນ.

อาจเป็นรูปภาพของ ข้อความ

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ ການທຳລາຍ​ແຫຼ່ງ​ເພາະ​ພັນ ​ໜອນ​ນ້ຳ​ຍຸງ​ລາຍ ໜ້າທີ່ນີ້ບໍ່ແມ່ນຂອງ​ສຳນັກງານ, ອົງການໃດ​ໜຶ່ງ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ໜ້າ​ທີ່​ ຂອງ​ໝົດ​ທຸກ​ຄົນ​ໃນ​ທົ່ວ​ສັງຄົມ ທີ່​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ເອົາ​ໃຈ​ໃສ່ກຳຈັດ​ ​ແລະ ທຳລາຍໃຫ້​ໝົດ​ໄປ ​ໂດຍການ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ອ້ອມ​ເຮືອນ ບໍ່​ໃຫ້​ມີ​ນ້ຳຂັງ​ຢູ່​ຕາມ​ກະ​ໂປະ, ກະ​ປ໋ອງ, ຢາງ​ຕີນລົດ ​ແລະ ອື່ນໆ ກໍ​ຄືເພີ່ມ​ທະວີການຈັດ​ຕັ້ງ​ປະຕິບັດ​ຫລັກການ 5 ປ ຂອງ​ກະຊວງ​ສາທາລະນະ​ສຸກ ​ວາງ​ອອກຢ່າງ​ເຄັ່ງ​ຄັດ ຄື:

– ປ ປິດ (ປົກ​ປິດ​ພາ​ຊະ​ນະ​ທີ່​ກັກ​ເກັບ​ນ້ຳ​ທັງ​ໃນ ​ແລະ ນອກ​ເຮື​ອນບໍ່​ໃຫ້​ຍຸງ​ລາຍ​ມາ​ໄຂ່​ໃສ່).

– ປ ປ່ຽນ (ປ່ຽນ​ນ້ຳໃນ​ພາ​ຊະ​ນະ​ທີ່​ກັກ​ເກັບ​ນ້ຳ ​ເຊັ່ນ​ເຕົ້າ​ດອກ​ໄມ້, ນ້ຳ​ຮອງ​ຕີ​ນຕູ້ ​ແລະ ອື່ນໆ).

– ປ ປ່ອຍ (ປ່​ອຍປາ​ຫາງ​ນົກຍຸງ​ກິນ​ໜອນ​ນ້ຳ).

– ປ ປັບປຸງ (ປັບປຸງ​ສິ່ງ​ແວດ​ລ້ອມ​ອ້ອມ ​ເຮືອນໃຫ້​ສະອາດ​ເປັນ​ປະຈຳ​ທຸກ​ອາທິດ).

– ປ ປະຕິບັດ ​ໃຫ້ເປັນນິໄສທຸກອາທິດ.