ຊົມເຊີຍ ຄົນດຸໝັ່ນຂະຫຍັນກ້າຕັດສິນໃຈຄອບຄົວກ້າວໜ້າ

92

ທ່ານ ກອງຊັບ ສີປະເສີດ ອາຍຸ 48 ປີ, ປັດຈຸບັນເປັນປະຊາຊົນບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພາຍໃນຄອບຄົວຂອງເພິ່ນລວມມີຈໍານວນຄົນທັງໝົດ 4 ຄົນ, ໃນນັ້ນມີລູກ 2 ຄົນ, ແຕ່ດຽວນີ້ລູກທັງສອງແມ່ນໄປຮຽນຕໍ່ສາຍວິຊາຊີບຢູ່ນະຄອນຫຼວງວຽງຈັນ ຍັງເຫຼືອແຕ່ແຮງງານຕົ້ນຕໍສອງຄົນ.

อาจเป็นรูปภาพของ 1 คน

ທ່ານ ກອງຊັບ ສີປະເສີດ ແລະ ເມຍຂອງເພິ່ນເມື່ອກ່ອນແມ່ນເປັນຄົນແຂວງໄຊຍະບູລີ ແລະ ອາໄສຢູ່ແຂວງໄຊຍະບູລີແຕ່ຍ້ອນຄວາມມັກໃນອາຊີບປູກຝັງ-ລ້ຽງສັດທັງສອງຜົວເມຍຈຶ່ງໄດ້ປຶກສາຫາລືກັນ ແລະ ຕັດສິນໃຈນໍາເງິນສ່ວນໜຶ່ງທີ່ໄດ້ທ້ອນໂຮມໄວ້ໄປຜ່ອນຊື້ລົດແທັກເຕີ້ (ລົດໄຖ) ເພື່ອມາບຸກເບີກເນື້ອທີ່ດິນສວນ, ໄຮ່, ນາ, ເນື້ອທີ່ປຸກສ້າງຕາມການຕິດຕໍ່ຂອງລູກຄ້າພໍເຮັດມາໄດ້ໄລຍະໜຶ່ງເຫັນວ່າທຸລະກິດນີ້ແມ່ນມີຄົນຕິດຕໍ່ມາເປັນໄລຍະນັບແຕ່ເໜືອລົງຮອດໃຕ້ຈົນມາຮອດບ້ານຕຶງ ເມືອງເຊບັ້ງໄຟ ຈິງເຫັນວ່າສະຖານທີ່ດັ່ງກ່າວແມ່ນມີຄວາມເໝາະສົມໃນການປູກຝັງ-ລ້ຽງສັດ.

ສະນັ້ນທັງສອງຜົວເມຍເລີຍພ້ອມກັນຕັ້ງຫຼັກປັກຖານຢູ່ບ້ານຕຶງ ແລະ ເຮັດອາຊີບບຸກເບີກເນື້ອທີ່ດິນ ແລະ ເຊົ່າດິນບຸກຄົນເພື່ອປູກອ້ອຍໃນເນື້ອທີ່ 50 ເຮັກຕາ ເຮັດມາໄດ້ 3-4 ປີ ເພື່ອສະໜອງອ້ອຍໃຫ້ແກ່ໂຮງງານນໍ້າຕານມິດລາວ ແຂວງສະຫວັນນະເຂດ ແລະ ມາຮອດປີ 2019 ແມ່ນໄດ້ເລີ່ມເອົາງົວມາລ້ຽງ ເບື້ອງຕົ້ນມີປະມານ 20 ໂຕ (ງົວລາດພື້ນເມືອງ) ໂດຍໃຊ້ເນື້ອທີ່ 14 ເຮັກຕາ ທີ່ຕົນເອງ ແລະ ຄອບຄົວໄດ້ພ້ອມກັນຊື້ໄວ້.

อาจเป็นรูปภาพของ กวาง และ พื้นหญ้า

ພໍມາຮອດປີ 2022 ຈາກຈໍານວນງົວ 20 ໂຕໃນເມື່ອກ່ອນມາເປັນ 50 ໂຕ ແຕ່ໄດ້ຂາຍຍົກໄປແລ້ວຈໍານວນ 21 ໂຕ ປັດຈຸບັນຍັງເຫຼືອ 29 ໂຕ. ໃນຈໍານວນງົວ 21 ໂຕທີ່ຂາຍໄປໃນປີ 2022 ໄດ້ເງິນປະມານ 80 ລ້ານກວ່າກີບ.

ສໍາລັບການຊື້ດິນ ແລະ ຊື້ງົວລ້ຽງແມ່ນນໍາໃຊ້ທຶນຕົນເອງ,​ ດ້ານລົດໄຖ ແມ່ນໄດ້ນໍາໃຊ້ທຶນສົມທົບຂອງຄອບຄົວ ແລະ ທະນາຄານນະໂຍບາຍ ຊຶ່ງມາຮອດປັດຈຸບັນນີ້ຄອບຄົວຂອງເພິ່ນແມ່ນຊື້ລົດໄຖເພີ່ມຕື່ມອີກຈໍານວນ 1 ຄັນໃນປີ 2022 ເພື່ອນໍາມາຂັບເຄື່ອນທຸລະກິດຊ່ວຍກັນເປັນຕົ້ນແມ່ນການຮັບງານບຸກເບີກເນື້ອທີ່ດິນ ສ່ວນຄ່າບໍລິການໃນການບຸກເບີກເນື້ອທີ່ດິນແມ່ນໄລ່ລະ 600.000 ກີບ, ສະເລ່ຍລາຍຮັບຈາກການບຸກເບີກເນື້ອທີ່ດິນປີລະ 50 ລ້ານກີບ.

ไม่มีคำอธิบายรูปภาพ

ສ່ວນແນວພັນຫຍ້າເພື່ອມາເປັນອາຫານຂອງງົວແມ່ນນໍາໃຊ້ແນວພັນຫຍ້າໂລຊີ, ນອກຈາກການລ້ຽງງົວແລ້ວຍັງໄດ້ສຸມໃສ່ການລ້ຽງແບ້ຕື່ມອີກ ຊຶ່ງເບື້ອງຕົ້ນແມ່ນນໍາເອົາແບ້ມາລ້ຽງພຽງ 9 ໂຕແຕ່ວ່າມາຮອດປັດຈຸບັນມີແບ້ຢູ່ 50 ໂຕ ແລະ ແຜນການໃນຕໍ່ໜ້າແມ່ນຈະຂະຫຍາຍໃຫ້ໄດ້ 100 ໂຕ, ສະເລ່ຍລາຍຮັບຈາກການຂາຍແບ້ໃນປີໜຶ່ງແມ່ນຕົກຢູ່ປະມານ 16-17 ລ້ານກີບ.

ທ່ານ ກອງຊັບ ສີປະເສີດ ໄດ້ກ່າວຕື່ມວ່າ: ນອກຈາກທີ່ໄດ້ກ່າວມາແລ້ວທາງຄອບຄົວຍັງປູກມັນຕົ້ນໃນເນື້ອທີ່ 7 ເຮັກຕາ ເລີ່ມແຕ່ປີ 2022 ຊຶ່ງສ້າງລາຍຮັບໄດ້ 137 ລ້ານກີບ ແລະ ໃນປີ 2023 ນີ້ທາງຄອບຄົວຈະໄດ້ຫຼຸດເນື້ອທີ່ການປູກມັນຕົ້ນລົງເນື່ອງຈາກວ່າແຮງງານບໍ່ພຽງພໍ.

ຂ.ບໍຣິຄໍາໄຊ ຊາວສວນ ເລັ່ງປູກ ມັນຕົ້ນ — ຂ່າວລາວ ວິທຍຸເອເຊັຽເສຣີ ພາສາລາວ

ໃນການປູກ ແລະ ການລ້ຽງນອກຈາກໃຊ້ຄວາມຊິນເຄີຍຂອງຄອບຄົວແລ້ວທາງວິຊາການຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເຊບັ້ງໄຟແມ່ນໄດ້ລົງມາຕິດຕາມຊຸກຍູ້ພ້ອມທັງໄປປຶກສາຫາລືນໍາຜູ້ມີບົດຮຽນໃນການປູກ-ການລ້ຽງມາກ່ອນຕະຫຼອດເຖິງການບົວລະບັດຮັກສາເຄື່ອງປູກ ແລະ ການສັກຢາປ້ອງກັນພະຍາດສັດ.

ໂດຍ: ປະຊາຊົນ