ຈົບແລ້ວ ລາວລີກ 1 ລະດູການ 2023 ຊ້າງນ້ອຍ ສະຫຼອງແຊັມສະໄໝທີ ພ້ອມກວາດ 3 ລາງວັນ

107

ການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2023 ປິດສາກລົງຢ່າງເປັນທາງການ ແລະ ຊ້າງນ້ອຍ ເອັຟຊີ ໃນຖານະແຊັມເກົ່າກໍໄດ້ສະຫຼອງແຊັມສະໄໝທີ 2 ໃນປະຫວັດສາດຢ່າງສົມໃຈ ຫຼັງນັດສຸດທ້າຍເປີດບ້ານເອົາຊະນະ ມາສເຕີ 7 ເອັຟຊີ 1-0 ເມື່ອວັນທີ 2 ກໍລະກົດ 2023 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ກ່ອນຈະມີມອບຂັນແຊັມຢ່າງເປັນທາງການ.

ການແຂ່່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ອາທິດທີ 14 ( ອາທິດສຸດທ້າຍ ) ມີຂຶ້ນໃນວັນທີ 2 ກໍລະກົດ 2023 ພ້ອມກັນ 4 ຄູ່ ໂດຍຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ຊ້າງນ້ອຍ ເອັຟຊີ ແຊັມເປັນທີ່ແນ່ນອນແລ້ວເປີດບ້ານຮັບການມາຢາມຂອງ ມາສເຕີ 7 ເອັຟຊີ ທີມອັນດັບ 2 ຂອງປີນີ້ແນ່ນອນແລ້ວ ປາກົດວ່າ: ຊ້າງນ້ອຍ ມາໄດ້ປະຕູໄຊກ່ອນຈົບເຄິ່ງເວລາທໍາອິດຈາກການຍິງຂອງ JULIAN BOTTARO ນາທີໆ 45+2.

ສ່ວນຜົນຄູ່ອື່ນໆ ນໍ້າທາ ຢູໄນເຕັດ ເປີດບ້ານສະເໝີ ເອສະຣາ ເອັຟຊີ 0-0, ຈໍາປາສັກ ເອັຟຊີ ເປີດບ້ານເສຍໃຫ້ກັບ ກອງທັບ ເອັຟຊີ 0-1 ແລະ ວຽງຈັນ ເອັຟຊີ ເປີດບ້ານເສຍໃຫ້ກັບ ຫຼວງພະບາງ ເອັຟຊີ ຂາດລອຍ 0-18.

ຫຼັງຈາກຈົບການແຂ່ງຂັນທີ່ສະໜາມນກີລາແຫ່ງຊາດ ຫຼັກ 16 ໄດ້ມີພິມີມອບຂັນແຊັມຢ່າງເປັນທາງການໃຫ້ກັບ ຊ້າງນ້ອຍ ເອັຟຊີ ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ຈັນສະຫມອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດບໍລິສັດເບຍລາວຈຳກັດ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກີລາ ເຂົ້າຮ່ວມຢ່າງພ້ອມພຽງ.

ບົດສະຫຼຸບລາວລີກ 1 ລະດູການ 2023:
-ແຊ້ມ: ຊ້າງນ້ອຍ ເອັຟຊີ ລົງສະໜາມ 14 ນັດຊະນະ 12 ແລະ ສະເໝີ 2 ນັດມີ 38 ຄະແນນ ໄດ້ຮັບຂັນແຊັມ ພ້ອມເງິນລາງວັນ 300 ລ້ານກີບ
-ອັນດັບ 2: ມາສເຕີ 7 ເອັຟຊີ ມີ 28 ຄະແນນ ໄດ້ຮັບ 150 ລ້ານກີບ
-ອັນດັບ 3: ເອສະຣາ ເອັຟຊີ ມີ 25 ຄະແນນ ໄດ້ຮັບ 80 ລ້ານກີບ
-ອັນດັບ 4: ກອງທັບ ເອັຟຊີ ມີ 23 ຄະແນນ
-ອັນດັບ 5: ຫຼວງພະບາງ ເອັຟຊີ ມີ 14 ຄະແນນ,
-ອັນດັບ 6 ຈໍາປາສັກ ເອັຟຊີ ມີ 11 ຄະແນນ
-ອັນດັບ 7 ນໍ້າທາ ຢູໄນເຕັດ ມີ 8 ຄະແນນ
-ອັນດັບ 8: ວຽງຈັນ ເອັຟຊີ ມີ 8 ຄະແນນ

ສ່ວນລາງພິເສດອື່ນໆ:
-ລາງວັນນັກເຕະດີເດັ່ນ: ບຸນພະຈັນ ບຸນກອງ ຈາກຊ້າງນ້ອຍ ເອັຟຊີ

-ລາງວັນດາວຍິງສູງສຸດ: ຣາຟາເອລ ຈາກ ມາສເຕີ 7 ເອັຟຊີ ຍິງໄປ 18 ປະຕູຈາກ 7 ນັດ

-ລາງວັນຜູ້ຮັກສາປະຕູດີເດັ່ນ: ສໍລະສັກ ຈາກ ຊ້າງນ້ອຍ ເອັຟຊີ

-ຫົວໜ້າຄູຝຶກດີເດັ່ນ: BALA SATYASAGARA ຈາກ ຊ້າງນ້ອຍ ເອັຟຊີ

ຂ່າວ-ຮູບຈາກ: Larh Creators