ການສ້າງກິດຈະກຳເປັນຄູ່ ແລະ ເປັນກຸ່ມ ຈະຊ່ວຍຊຸກຍູ້ການຮຽນຮູ້ຂອງນັກຮຽນຫຼາຍຂຶ້ນ

43

ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກີລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ອອກວີດີໂອສຳລັບການພັດທະນາຄູຕອນໃໝ່ ເພື່ອສົ່ງເສີມການຮຽນດ້ວຍການປະຕິບັດຕົວຈິງ ເຊິ່ງຄູຈະໄດ້ຮຽນຮູ້ວິທີຈັດຕັ້ງກິດຈະກຳເປັນຄູ່ ແລະ ເປັນກຸ່ມ ເພື່ອຈັດໃຫ້ນັກຮຽນໄດ້ມີສ່ວນຮ່ວມໃນກິດຈະກຳ ແລະ ເນັ້ນຄວາມສຳຄັນໃນການເຮັດກິດຈະກຳແບບເພື່ອນຊ່ວຍເພື່ອນ.
ກິດຈະກຳເປັນຄູ່ ແລະ ເປັນກຸ່ມ ເປັນວິທີຈະຊຸກຍູ້ການຮຽນຮູ້ດ້ວຍການປະຕິບັດຕົວຈິງຂອງນັກຮຽນ ເຮັດໃຫ້ນັກຮຽນເຮັດບົດຝຶກຫັດ, ສົນທະນາກັນ ແລະ ແລກປ່ຽນຄວາມຄິດເຫັນນໍາກັນ. ສິ່ງເຫຼົ່ານີ້ແມ່ນຈະຊ່ວຍໃຫ້ພວກເຂົາມີຄວາມໝັ້ນໃຈ ແລະ ພັດທະນາການເຮັດວຽກເປັນທີມ ແລະ ທັກສະການສື່ສານຈະຊຸກຍູ້ໃຫ້ມີການຊ່ວຍເຫຼືອຈາກເພື່ອນ ແລະ ຊ່ວຍໃຫ້ນັກຮຽນມີທັດສະນະຄະຕິໃນແງ່ດີຕໍ່ການຮຽນຫຼາຍຂຶ້ນ ພ້ອມທັງສົ່ງຜົນໃຫ້ພວກເຂົາມີຜົນການຮຽນທີ່ດີຂຶ້ນ.

ການເຮັດວຽກເປັນຄູ່ ແລະ ເປັນກຸ່ມ ກໍຍັງເປັນປະໂຫຍດຕໍ່ຄູ ເພາະມັນຊ່ວຍໃຫ້ຄູສາມາດສັງເກດນັກຮຽນໄດ້ ເມື່ອເຂົາເຈົ້ານຳໃຊ້ຄວາມຮູ້ ແລະ ທັກສະໃໝ່ໆ. ຜ່ານການສັງເກດນັກຮຽນທີ່ເຮັດກິດຈະກຳເປັນຄູ່ ຫຼື ເປັນກຸ່ມ ຄູສາມາດປະເມີນຂອບເຂດທີ່ນັກຮຽນເຂົ້າໃຈເນື້ອໃນບົດຮຽນ ແລະ ບັນລຸເປົ້າໝາຍຂອງບົດຮຽນທີ່ວາງແຜນໄວ້ ຫຼື ບໍ່ ເພື່ອສະໜັບສະໜູນຄູໃນການປະຕິບັດໜ້າທີ່ຂອງຕົນ ແລະ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນໃນຫ້ອງຮຽນມີສ່ວນຮ່ວມ ພ້ອມທັງປະກອບສ່ວນ, ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ສ້າງວີດີໂອສຳລັບການພັດທະນາຄູໃໝ່ໃນຫົວຂໍ້ນີ້. ວີດີໂອໄດ້ຖືກຜະລິດໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເຊິ່ງໄດ້ຖ່າຍທຳຢູ່ໃນຫ້ອງຮຽນທີ່ເມືອງແຫ່ງໜຶ່ງຢູ່ເຂດຫ່າງໄກຂອງແຂວງຊຽງຂວາງ ເພື່ອສະແດງຕົວຢ່າງຕົວຈິງຂອງການປະຕິບັດເຕັກນິກດັ່ງກ່າວ. ວີດີໂອນີ້ຍັງມີການແປພາສາມື ເພື່ອໃຫ້ຄູທີ່ສອນພາສາລາວດ້ວຍພາສາມື ສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ.

ທ່ານ ຄຳຈັນ ລັດທະຍອດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: “ ວິທີໜຶ່ງທີ່ສຳຄັນສຳລັບຄູ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຮຽນ – ການສອນແມ່ນຜ່ານການເຮັດວຽກເປັນຄູ່ ແລະ ເປັນກຸ່ມ. ບົດຮຽນທັງໝົດໃນຫຼັກສູດຊັ້ນປະຖົມສຶກສາໃໝ່ໄດ້ລວມເອົາກິດຈະກຳທີ່ຕ້ອງໃຫ້ນັກຮຽນເຮັດວຽກເປັນຄູ່ ແລະ ກຸ່ມ. ນີ້ຄືເຫດຜົນທີ່ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ຂອງພວກເຮົາ ໂດຍພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ສ້າງວີດີໂອໃໝ່ນີ້ ກ່ຽວກັບການຈັດຕັ້ງກິດຈະກຳເປັນຄູ່ ແລະ ເປັນກຸ່ມ ”. ວີດີໂອໄດ້ແນະນຳຄູ ແລະ ຄູຝຶກກ່ຽວກັບສີ່ຂັ້ນຕອນຫຼັກຂອງການຈັດຕັ້ງກິດຈະກຳເປັນຄູ່ ແລະ ເປັນກຸ່ມ.

ພາກທີ 1 ຂອງວີດີໂອສະແດງໃຫ້ເຫັນວິທີການຈັດ ແລະ ວາງແຜນກິດຈະກໍາການເຮັດເປັນຄູ່ ຫຼື ເປັນກຸ່ມລວມທັງການກະກຽມອຸປະກອນຕ່າງໆທີ່ຈໍາເປັນ.
ພາກທີ 2 ແມ່ນຄໍາແນະນໍາກ່ຽວກັບວິທີການສ້າງກິດຈະກໍາ ແລະ ໃຫ້ແນ່ໃຈວ່າກຸ່ມມີ ຄວາມສົມດຸນລະຫວ່າງ ຍິງ – ຊາຍ ແລະ ເໝາະສົມສຳລັບເດັກທຸກຄົນ.
ພາກທີ 3 ສະແດງໃຫ້ເຫັນວິທີ ທີ່ຄູສາມາດຕິດຕາມ ແລະ ໃຫ້ການຊ່ວຍເຫຼືອນັກຮຽນ. ພາກສຸດທ້າຍແມ່ນກ່ຽວກັບກິດຈະກໍາການສົນທະນາ ແລະ ຖອດຖອນບົດຮຽນກ່ຽວກັບກິດຈະກຳທີ່ສາມາດນໍາໃຊ້ໃນຕອນທ້າຍຂອງບົດຮຽນ ເພື່ອຊຸກຍູ້ໃຫ້ນັກຮຽນບອກເລົ່າແນວຄວາມຄິດ ແລະ ສະທ້ອນຄືນໃຫ້ເຫັນສິ່ງທີ່ພວກເຂົາໄດ້ຮຽນຮູ້. ວີດີໂອສະແດງໃຫ້ເຫັນຕົວຢ່າງຂອງກິດຈະກໍາເປັນຄູ່ ແລະ ການເຮັດວຽກເປັນກຸ່ມ ທີ່ມີຫຼາຍແບບຕ່າງກັນ ທີ່ຄູສາມາດປະຕິບັດໃນບົດຮຽນວິຊາພາສາລາວ, ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ.

ດ້ວຍການເຮັດກິດຈະກຳເປັນຄູ່ ແລະ ເປັນກຸ່ມ ນັກຮຽນໄດ້ມີໂອກາດຮຽນຮູ້ເອົາແນວຄວາມຄິດໃໝ່ໆ ແລະ ສາມາດຮຽນຮູ້ຈາກເພື່ອນຮ່ວມຫ້ອງຂອງເຂົາເຈົ້າ. ນັກຮຽນສາມາດຮຽນຮູ້ທີ່ຈະເຫັນຄຸນຄ່າ ແລະ ເຄົາລົບຄວາມແຕກຕ່າງຂອງເພື່ອນ ລວມທັງການສື່ສານລະຫວ່າງກັນ ເພື່ອເຮັດສໍາເລັດກິດຈະກຳການຮຽນຮູ້ຮ່ວມກັນ. ນັກຮຽນສາມາດພັດທະນາທັກສະດ້ານພາສາ ແລະ ທັກສະການຄິດທີ່ສັບຊ້ອນຫຼາຍຂຶ້ນ, ການເຮັດກິດຈະກຳເປັນຄູ່ ແລະ ເປັນກຸ່ມສາມາດຊ່ວຍໃຫ້ນັກຮຽນປະສົບຜົນສຳເລັດໃນການຮຽນຫຼາຍຂຶ້ນ ແລະ ຍັງສາມາດຊ່ວຍສົ່ງເສີມສາຍພົວພັນກັບເພື່ອນຮ່ວມຫ້ອງໃຫ້ແໜ້ນແຟ້ນ ແລະ ສ້າງບັນຍາກາດຫ້ອງຮຽນໃນດ້ານບວກ.