ທີມຊາດຍິງລາວ ຢູ 19 ປະກາດ 23 ລາຍຊື່ນັກເຕະຄົນສຸດທ້າຍ ລຸຍບານເຕະຊີງແຊັມອາຊຽນ 2023

58

ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 19 ປີປະກາດ 23 ລາຍຊື່ນັກກີລາຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ 2023 ຮຸ່ນອາຍຸບໍ່ເກີນ 19 ປີ ລະຫວ່າງວັນທີ 5-15 ກໍລະກົດ 2023 ທີ່ເມືອງປາແລມບັງ ປະເທດອິນໂດເນເຊຍ.

ທີມຊາດຍິງລາວ ຊຸດນີ້ນໍາໂດຍ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ຄັດເລືອກນັກກີລາ 23 ຄົນສຸດທ້າຍ ເຂົ້າຮ່ວມລາຍການດັ່ງກ່າວ ໂດຍກຳນົດເດີນທາງໄປ ທີ່ປະເທດອິນໂດເນເຊຍໃນວັນທີ 2 ກໍລະກົດ 2023 ເຊິ່ງ 23 ລາຍຊື່ນັກກີລາມີດັ່ງນີ້:

+ ຜູ້ຮັກສາປະຕູ
– ປານິຕາ ລາດສະວົງສາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ລີ່ນ່າ ລັດສະຫມີ ຈາກ ສະໂມສອນ ກິລາບານເຕະ PKP ແຂວງຫຼວງພະບາງ
– ຕາຕີບ ແກ້ວອີນຫວນ ຈາກ ສະໂມສອນ ກິລາບານເຕະ SL ແຂວງອຸດົມໄຊ

+ ກອງຫຼັງ
– ບຸດສະບາ ສຸດທະວິໄລ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ໂນຕ້າ ໄຊຍະລາດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ແຈ໋ກ ວົງຕາແສງ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ກາເຫວົາ ວົງພະຈັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ທີບປະກອນ ສີວົງລາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ຄຳຫລ້າ ແກ້ວມະນີ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
– ນິດຊາ ສຸລາລຸ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ດາຫລີງ ມະນີວັນ ຈາກ ແຂວງຈຳປາສັກ
– ແສງເດືອນ ພົງໄພລັດ ຈາກ ນະຄອນຫຼວງວຽງຈັນ

+ ກອງກາງ
– ຫຼິວ ຟອງສະມຸດ ຈາກ ສະໂມສອນ ກິລາບານເຕະ ກອງທັບ
– ສິນລະຄອນ ບຸນນາລີ ຈາກ ສະໂມສອນ ກິລາບານເຕະ PKP ແຂວງຫຼວງພະບາງ
– ຄອນສະຫວັນ ວົງຄຳແກ້ວ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ຫັດລືໄທ ທຳມະວົງສາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ລັດດາ ວໍລະຈິດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ພຸດທະສອນ ໂຄທິສານ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ປ໋ອງ ແກ້ວສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

+ ກອງຫນ້າ
– ສີສະອາດ ອຳໄພລາດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ໃຈຄຳ ໄຊຍະປະເສີດ ນະຄອນຫລວງວຽງຈັນ
– ຈິນດາ ສີຫາລາດ ນະຄອນຫລວງວຽງຈັນ
– ແກ້ມມີ້ ອຸດົມສຸກ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ສໍາລັບ ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ.
– ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ
– ກຸ່ມ B: ຫວຽດນາມ, ມາເລເຊຍ ແລະ ສິງກະໂປ
– ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ

ສ່ວນຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ມີຄື:
-ວັນທີ 5 ກໍລະກົດ 2023 ເວລາ 15:30 ໂມງ ກຳປູເຈຍ ພົບ ລາວ ແຂ່ງທີ່ສະໜາມ Gelora Sriwijaya
-ວັນທີ 7 ກໍລະກົດ 2023 ເວລາ 19:30 ໂມງ ລາວ ພົບ ອິນໂດເນເຊຍ ທີ່ສະໜາມ Gelora Sriwijaya
-ວັນທີ 9 ກໍລະກົດ 2023 ເວລາ 19:30 ໂມງ ລາວ ພົບ ຕີມໍ ເລສເຕ ທີ່ສະໜາມ Athletic Field