ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ

39

ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຫຼື Forex ( Foreign Exchange ) ແມ່ນຕະຫຼາດທີ່ເຮັດການຊື້ – ຂາຍອັດຕາແລກປ່ຽນເງິນຕາຕ່າງປະເທດ ເປັນການຈັບຄູ່ລະຫວ່າງສະກຸນເງິນປະເທດໜຶ່ງ ທຽບກັບສະກຸນເງິນຂອງອີກປະເທດໜຶ່ງ ເຊັ່ນ: ເອີໂຣທຽບກັບໂດລາ (EURUSD) ໂດຍທີ່ລາຄາຈະປ່ຽນແປງໄປຕາມຄວາມຕ້ອງການຊື້ ແລະ ຄວາມຕ້ອງການຂາຍຂອງແຕ່ລະສະກຸນເງິນ, ທັງນີ້ອາດຈະຂຶ້ນຢູ່ກັບຫຼາຍປັດໄຈ ບໍ່ວ່າຈະເປັນອັດຕາດອກເບ້ຍ, ອັດຕາເງິນເຟີ້, ລາຄານ້ຳມັນ, ລາຄາຄຳ, ສະພາບເສດຖະກິດ, ສະຖານະການບ້ານເມືອງ, ເຫດການທັງໃນ ແລະ ຕ່າງປະເທດ ລວມເຖິງການປະກາດຕົວເລກສຳຄັນຕ່າງໆຂອງແຕ່ລະປະເທດ ເຊັ່ນ: ອັດຕາການວ່າງງານເປັນຕົ້ນ. ເວົ້າໄດ້ວ່າອັດຕາແລກປ່ຽນເງິນຕາ ແມ່ນມີຄວາມອ່ອນໄຫວຕໍ່ປັດໄຈອ້ອມຂ້າງຂ້ອນຂ້າງຫຼາຍ.


ໃນຕະຫຼາດ Forex ( Foreign Exchange ) ການຊື້ – ຂາຍສະກຸນເງິນໃຫຍ່ໆ ເຊັ່ນ: ໂດລາ, ເອີໂຣ, ປອນ, ເຢນ ຈະມີສະພາບຄ່ອງທີ່ສູງຫຼາຍ ເນື່ອງຈາກວ່າມີຜູ້ຫຼິ້ນຈຳນວນຫຼາຍ ແລະ ມີການປ່ຽນແປງຂອງລາຄາຕະຫຼອດເວລາ ໃນອະດີດຜ່ານມາຜູ້ທີ່ຈະເຂົ້າໄປລົງທຶນໃນຕະຫຼາດ Forex ( Foreign Exchange ) ຈະຈຳກັດຢູ່ໃນກຸ່ມຂອງບັນດາສະຖາບັນການເງິນໃຫຍ່ໆເຊັ່ນ: ທະນາຄານ ຫຼື ບໍລິສັດປະກັນ. ແຕ່ໃນປັດຈຸບັນດ້ວຍການເຂົ້າມາຂອງລະບົບຊື້ – ຂາຍອອນລາຍ ນັກລົງທຶນລາຍຍ່ອຍ ຈຶ່ງສາມາດເຂົ້າມາລົງທຶນໄດ້ ໂດຍຜ່ານລະບົບ ຊື້ – ຂາຍອອນລາຍຂອງບໍລິສັດໂບກເກີ້ ທີ່ເຮັດໜ້າທີ່ເປັນຕົວກາງໃນການສົ່ງຄຳສັ່ງຊື້ຂາຍໄປຍັງຕະຫຼາດຊື້ – ຂາຍເງິນຕາຕ່າງປະເທດໄດ້ທັນທີທີ່ໄດ້ຮັບຄຳສັ່ງ.

ໂດຍຕະຫຼາດແລກປ່ຽນເງິນຕາຕ່າງປະເທດນີ້ Forex ( Foreign Exchange ) ແມ່ນມີຈຸດພິເສດ ຄື:
1. ເປັນຕະຫຼາດການເງິນທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ເຊິ່ງເປີດທຳການຊື້ – ຂາຍຕະຫຼອດ 24 ຊົ່ວໂມງ ຍົກເວັ້ນແຕ່ວັນເສົາ – ວັນອາທິດ ແລະ ວັນພັກລັດຖະການທີ່ສຳຄັນ ເຊິ່ງການຊື້ – ຂາຍແມ່ນເລີ່ມຕັ້ງແຕ່ຕະຫຼາດເປີດທຳການຕອນເຊົ້າ ໂດຍເລີ່ມຈາກຕະຫຼາດອົດສະຕຣາລີ, ອາຊີ, ເອີຣົບ ແລະ ຈົບມື້ໂດຍຕະຫຼາດອາເມຣິກາ.2. ມີສະພາບຄ່ອງສູງ ເພາະມີຄົນຊື້ ແລະ ຂາຍ ເປັນຈຳນວນຫຼວງຫຼາຍ ເຮັດໃຫ້ປະລິການການຊື້ – ຂາຍສູງຫຼາຍເມື່ອທຽບກັບການລົງທຶນຮູບແບບອື່ນ.
3. ມີຄວາມສ່ຽງສູງ ເນື່ອງຈາກອັດຕາການແລກປ່ຽນເງິນຕາມີຄວາມອ່ອນໄຫວຫຼາຍຕໍ່ກັບປັດໄຈອ້ອມຂ້າງ ເຊິ່ງຖືໄດ້ວ່າເປັນໂອກາດທີ່ໃຊ້ເພື່ອເຮັດກຳໄລໄດ້ຢ່າງວ່ອງໄວ ແລະ ຂະນະດຽວກັນກໍອາດຈະຂາດທຶນໄດ້ຢ່າງໄວເຊັ່ນດຽວກັນ.

4. ສາມາດເຮັດກຳໄລໄດ້ທັງຂາຂຶ້ນ ແລະ ຂາລົງ ໃນໜຶ່ງຄູ່ສະກຸນເງິນນັກລົງທຶນສາມາດເປີດໄດ້ທັງສະຖານະການຊື້ ຫຼື ຂາຍ ໂດຍເປີດສະຖານະການຊື້ຫາກຄາດການວ່າລາຄາຈະສູງຂຶ້ນ ແລະ ເປີດສະຖານະການຂາຍຫາກຄາດການວ່າລາຄາຈະຫຼຸດລົງ.
5. ໃຊ້ເງິນລົງທຶນໜ້ອຍ ແຕ່ສາມາດສ້າງກຳໄລໄດ້ສູງດ້ວຍ Leverage ແຕ່ໃນທາງກົງກັນຂ້າມ Leverage ກໍເຮັດໃຫ້ຂາດທຶນໄດ້ຫຼາຍເຊັ່ນກັນ.
6.ຄ່າທຳນຽມໃນການຊື້ – ຂາຍຕ່ຳ ເມື່ອທຽບໃສ່ກັບການລົງທຶນໃນຮູບແບບອື່ນ ໂດຍມີຫຼາຍໂບກເກີ້ທີ່ບໍ່ໄດ້ຄິດໄລ່ຄ່າທຳນຽມການຊື້ – ຂາຍ ແຕ່ຈະຄິດໄລ່ຄ່າບໍລິການຈາກສ່ວນຕ່າງຂອງລາຄາແທນ.