ກຳໄລ ພາກອຸດສາຫະກຳຂອງຈີນ ຫຼຸດລົງ

49

ສຳນັກງານສະຖິຕິແຫ່ງຊາດຈີນ ລາຍງານໃນວັນທີ 28 ມິຖຸນາຜ່ານມາວ່າ: ໃນໄລຍະ 5 ເດືອນຕົ້ນປີ 2023 ກຳໄລຂອງບໍລິສັດໃນຂະແໜງອຸດສາຫະກຳ ຫຼຸດລົງ 18,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກໄດ້ຮັບຜົນກະທົບຈາກອຸປະສົງອ່ອນແອລົງ.

ທັງນີ້, ກຳໄລໃນຂະແໜງອຸດສາຫະກຳຂອງຈີນ ຫຼຸດລົງຢ່າງຕໍ່ເນື່ອງ ຫຼັງຈາກຫຼຸດລົງ 20,6% ໃນໄລຍະເດືອນມີນາ – ເມສາຜ່ານມາ ເຮັດໃຫ້ຕະຫຼາດຄາດການວ່າ ລັດຖະບານຈີນ ຈະອອກມາດຕະການກະຕຸ້ນເສດຖະກິດໃນອະນາຄົດ. ສ່ວນເດືອນພຶດສະພາ ກຳໄລຂະແໜງດັ່ງກ່າວ ຫຼຸດລົງ 12,6% ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ ໂດຍຕົວເລກກຳໄລພາກອຸດສາຫະກຳນັ້ນ ໄດ້ມາຈາກການສຳຫຼວດບັນດາບໍລິສັດໃນຂະແໜງອຸດສາຫະກຳຂອງ ຈີນ ທີ່ມີລາຍໄດ້ຕໍ່ປີ ຈາກການດຳເນີນທຸລະກິດຢ່າງໜ້ອຍ 20 ລ້ານຢວນ.

ການຫຼຸດລົງຢ່າງຕໍ່ເນື່ອງຂອງພາກອຸດສາຫະກຳຂອງຈີນ ມີຂຶ້ນຫຼັງຈາກທີ່ຈີນ ໄດ້ເປີດເຜີຍຂໍ້ມູນເສດຖະກິດຫຼາຍລາຍການ ເຫັນວ່າມີທ່າອ່ຽງອ່ອນແອລົງໃນເດືອນພຶດສະພາ ໂດຍສະເພາະແມ່ນການຄ້າຂາຍຍົກ – ຂາຍຍ່ອຍ, ການສົ່ງອອກ, ການລົງທຶນໃນຂະແໜງອະສັງຫາລິມະຊັບ, ອັດຕາການວ່າງງານໃນກຸ່ມຄົນໄວໜຸ່ມທີ່ເພີ່ມຂຶ້ນສູງສຸດໃນປະຫວັດການ ທະລຸ 20,8%.