ຊານອນຫຼັບ ຮັບປະທານວັນລະໜ້ອຍ ຊ່ວຍໃຫ້ພັກຜ່ອນໄດ້ເຕັມອີ່ມ

29

ຫຼາຍໆຄົນເຄີຍພົບບັນຫານອນຫຼັບຍາກ ຈົນເຖິງຕ້ອງອາໄສຢາກ່ອມປະສາດ ແຕ່ຖ້າໃຊ້ໃນປະລິ ມານຫຼາຍ ຫຼື ຕໍ່ເນື່ອງ ກໍອາດຈະສົ່ງຜົນດ້ານລົບຕໍ່ຮ່າງກາຍ. ດັ່ງນັ້ນ, ການບໍລິໂພກອາຫານປະເພດພືດຜັກໃນປະລິມານທີ່ເໝາະສົມກໍຈະສົ່ງຜົນດີໄລຍະຍາວ ຫຼື ຈະດື່ມຊານອນຫຼັບເຊິ່ງເປັນຜະລິດຕະພັນທີ່ມີການແປຮູບຈາກພືດຜັກທໍາມະຊາດປອດສານເຄມີປະສົມ ກໍເປັນອີກໜຶ່ງທາງເລືອກທີ່ໜ້າລອງ.

ຊານອນຫຼັບທີ່ນໍາສະເໜີນີ້ ເປັນຜະລິດຕະພັນພາຍໃນ ແລະ ໃຊ້ວັດຖຸດິບທໍາມະຊາດມາປຸງແຕ່ງເປັນສິນຄ້າສໍາເລັດຮູບປະເພດຊາເພື່ອດື່ມແທນການບໍລິໂພກແບບອາຫານ ໂດຍມີສ່ວນປະສົມຫຼັກຂອງຜັກບ້ວງທີ່ຫຼາຍໆຄົນຄຸ້ນເຄີຍເຫັນຕາມຮົ້ວສວນ.
ໂດຍຮູ້ໄດ້ວ່າ ຜັກບ້ວງທໍາມະຊາດມີສັບພະຄຸນທີ່ເປັນຢາ ຜູ້ຜະລິດ ແລະ ຈໍາໜ່າຍ ຈຶ່ງນໍາມາສ້າງເປັນສິນຄ້າ ສ້າງຄວາມສະດວກແກ່ການນໍາເອົາໄປປຸງດື່ມ ອັນເນື່ອງຈາກຫຼາຍໆຄົນບໍ່ຄ່ອຍນິຍົມບໍລິໂພກແບບສົດ ຫຼື ປຸງແຕ່ງເປັນອາຫານ.

ການບົດໃຫ້ເປັນຝຸ່ນຜົງບັນຈຸຖົງແຕ່ຄົງຮັກສາສັບພະຄຸນແບບນີ້ ຍ່ອມເປັນການດີຕໍ່ການນໍາໄປປຸງດື່ມ, ເກັບຮັກສາ ແລະ ພົກພາໄປບໍລິໂພກຢູ່ສະຖານທີ່ໃດກໍໄດ້ ເຊິ່ງຜູ້ຜະລິດ ແລະ ຈໍາໜ່າຍໄດ້ບັນຈຸຜົງບົດໄວ້ໃນຖົງນ້ອຍບາງໆ ຈໍານວນ 15 ຊອງຕໍ່ 1 ຖົງໃຫຍ່ ທີ່ມີການປິດແໜ້ນ ຮັກສາຄຸນນະພາບ, ລົດ, ກິ່ນໄວ້ຢ່າງດີໂດຍຜ່ານກົມອາການ ແລະ ຢາ ( ກອຢ ).


ດ້ານໜຶ່ງຂອງໜ້າຊອງໃຫຍ່ໄດ້ປະກອບພາບ, ຊື່ສິນຄ້າ, ຜູ້ຜະລິດ, ສັບພະຄຸນຕໍ່ຮ່າງກາຍ… ສ້າງພາບຫຼັກ ແລະ ເປັນຂໍ້ມູນໃຫ້ຜູ້ຊື້ກໍຄືຜູ້ບໍລິໂພກ ເຊິ່ງຄຸນປະໂຫຍດລະບຸວ່າ: ແກ້ອາການນອນບໍ່ຫຼັບ, ຫຼຸດຄວາມເຄັ່ງຄຽດ – ຄາຍຄວາມກັງວົນ, ຄວບຄຸມອາລົມແປປ່ວນ, ຫຼຸດກະຫາຍ ແລະ ລະບາຍຄວາມຮ້ອນ.

ວິທີໃຊ້: ໃຊ້ຊາ 1 – 2 ຖົງປຸງໃສ່ນໍ້າຮ້ອນ ຫຼື ນໍ້າຕົ້ມດື່ມກ່ອນນອນ ປະມານ 1 ຊົ່ວໂມງ ເຊິ່ງມີຫ້ອງປຸງແຕ່ງຕັ້ງຢູ່ບ້ານຫ້ວຍຍາງຄໍາ ນະຄອນປາກເຊ ແຂວງຈໍາປາສັກ.

ປັດຈຸບັນສິນຄ້າດັ່ງກ່າວໄດ້ມີການຜະລິດ ແລະ ຈໍາໜ່າຍຢູ່ທາງພາກໃຕ້ຂອງລາວເປັນສ່ວນໃຫຍ່ ເຊິ່ງໄດ້ຮັບຄວາມນິຍົມໃນລະດັບດີພໍສົມຄວນ ແລະ ເປັນອີກໜຶ່ງຜະລິດຕະພັນແຫ່ງພູມປັນຍາຊາວບ້ານອັນເປັນທີ່ຍອມຮັບ ແລະ ໄດ້ມີການຍົກລະດັບໃຫ້ກາຍເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ.