ເງິນເຢນ ອ່ອນຄ່າລົງຕໍ່າສຸດ ໃນຮອບ 7 ເດືອນ

117

ສຳນັກຂ່າວສານຫວຽດນາມ ລາຍງານວ່າ: ທ່ານ ມາຊາໂຕະ ຄັນດະ ( Masato Kanda ) ຮອງລັດຖະມົນຕີ ກະຊວງການເງິນ ຂອງຍີ່ປຸ່ນ ກ່າວວ່າ: ຍີ່ປຸ່ນ ໄດ້ໃຊ້ຄວາມພະຍາຍາມໃນການຮັບມືກັບການອ່ອນຄ່າລົງຢ່າງຕໍ່ເນື່ອງ ຂອງສະກຸນເງິນເຢນ ແຕ່ກໍບໍ່ສາມາດເຮັດໃຫ້ເງິນເຢນແຂງຄ່າຂຶ້ນ, ແຕ່ກົງກັນຂ້າມຍິ່ງອ່ອນຄ່າລົງ ເຊິ່ງຂະນະນີ້ເງິນເຢນໄດ້ອ່ອນຄ່າລົງສູ່ຈຸດຕ່ຳສຸດໃນຮອບ 7 ເດືອນ ເມື່ອທຽບໃສ່ສະກຸນເງິນໂດລາສະຫະລັດ ໂດຍຂະນະນີ້ອັດຕາແລກປ່ຽນຢູ່ທີ່ 143 ເຢນ ຕໍ່ໂດລາສະຫະລັດ ແລະ 155 ເຢນຕໍ່ເອີໂຣ.

ຄ່າເງິນເຢນຫຼຸດລົງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຄ່າໃຊ້ຈ່າຍ ໂດຍສະເພາະການນໍາເຂົ້າສິນຄ້າ ແລະ ສ້າງຄວາມເສຍຫາຍຕໍ່ຜູ້ບໍລິໂພກ. ສາເຫດຕົ້ນຕໍແມ່ນມາຈາກນະໂຍບາຍການເງິນ ລະຫວ່າງ ທະນາຄານກາງ ຍີ່ປຸ່ນ ( BoJ ) ແລະ ທະນາຄານກາງ ສະຫະລັດອາເມຣິກາ ( Fed ) ແຕກຕ່າງກັນ. ໃນຂະນະທີ່ ຍີ່ປຸ່ນ ສືບຕໍ່ປະຕິບັດການຫຼຸດຜ່ອນນະໂຍບາຍການເງິນລົງ, ແຕ່ ອາເມຣິກາ ພັດເຂັ້ມງວດຕໍ່ນະໂຍບາຍການເງິນ ເພື່ອຮັບມືກັບອັດຕາເງິນເຟີ້.