ແກງເຫັດນາງຟ້າ ໃສ່ໃບອີ່ຕູ່

26

ແກງເຫັດນາງຟ້າ ຫຼື ນາງໂລມ ສາມາດເຮັດກິນໄດ້ຫຼາຍເມນູ ເຊັ່ນ: ເອາະ, ແກງ, ລວກ, ໜຶ້ງ, ໝົກ, ຊຸບ…. ສະເພາະແກງແມ່ນສາມາດເຮັດໄດ້ຫຼາຍແບບ ໂດຍໃສ່ເຄື່ອງປະກອບຫຼາຍຢ່າງທັງ ຊີ້ນ ແລະ ປາ. ແຕ່ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດແກງເຫັດນາງຟ້າແບບງ່າຍໆ ແບບທຳມະຊາດບໍ່ໃສ່ເຄື່ອງປະກອບຫຍັງຫຼາຍແຕ່ລົດຊາດກໍແຊບຄືກັນ.

▶ ວັດຖຸດິບ: ເຫັດນາງຟ້າ ເຄິ່ງກິໂລ, ນໍ້າສະອາດເຄິ່ງລິດ, ໝາກເຜັດດິບ 3 – 4 ໜ່ວຍ, ຫົວຜັກບົ່ວ 1 ຫົວ, ຫົວຜັກທຽມ 3 ກີບ, ຫົວສີໃຄ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກ, ຫອມບົ່ວ, ໃບອີ່ຕູ່ ( ລ້າງເຫັດ, ອີ່ຕູ່ ແລະ ຫອມໃຫ້ສະອາດ ).

▶ ວິທີເຮັດ: ຄ້າງໝໍ້ເອົາເກືອ, ແປ້ງນົວ, ຫົວສີໃຄທຸບໃສ່, ຕຳຫົວຫອມບົ່ວ, ໝາກເຜັດ ແລະ ຫົວຜັກທຽມໃສ່ກັນລະອຽດແລ້ວເອົາໄປລົງໝໍ້ ເມື່ອໝໍ້ຟົດແລ້ວເອົາເຫັດລົງ ຖ້າກິນປາແດກໃຫ້ໃສ່ລົງໄປ ຖ້າບໍ່ກິນໃຫ້ໃສ່ນໍ້າປາແທນ, ຈາກນັ້ນກໍປິດຝາໝໍ້ຕົ້ມໃຫ້ເຫັດສຸກ, ຈາກນັ້ນກໍຊີມ ແລະ ປຸງລົດຊາດຕາມໃຈມັກ ແລ້ວກໍຊອຍຫອມບົ່ວ ແລະ ຜັກອີ່ຕູ່ລົງ ພ້ອມປິດໄຟ ເທົ່ານີ້ແກງເຫັດໃສ່ໃບອີ່ຕູ່ກໍສຳເລັດແລ້ວ.
[ ໂດຍ: ນົກແຕນແວນ ]