ໄວຣັສຕັບອັກເສບ ຕົ້ນເຫດຂອງມະເຮັງຕັບ

37

ໄວຣັສຕັບອັກເສບມີ 5 ຊະນິດ ປະກອບດ້ວຍໄວຣັສຕັບອັກເສບ A, B, C, D ແລະ E ໂດຍໄວຣັສທີ່ເປັນບັນຫາສຳຄັນໃນບ້ານເຮົາ ໄດ້ແກ່ ໄວຣັສຕັບອັກເສບບີ ແລະ ຊີ ເນື່ອງຈາກໄວຣັສທັງສອງຊະນິດເຮັດໃຫ້ເກີດຕັບອັກເສບຊໍ້າເຮື້ອ, ຕັບແຂງ, ແລະ ເກີດມະເຮັງຕັບຕາມມາ ເຊິ່ງເປັນສາເຫດສຳຄັນທີ່ເຮັດໃຫ້ຄົນເຈັບເສຍຊີວິດ.
1. ໄວຣັສຕັບອັກເສບບີ: ໃນບ້ານເຮົາການຕິດເຊື້ອໄວຣັສຕັບອັກເສບບີ ສ່ວນຫຼາຍເກີດຂຶ້ນຕັ້ງແຕ່ຍັງນ້ອຍ ພົບວ່າໄລຍະ 10 – 15 ປີທຳອິດຈະມີປະລິມານໄວຣັສສູງຫຼາຍ ແຕ່ຕັບຍັງບໍ່ອັກເສບ ເພາະເມັດເລືອດຂາວຍັງບໍ່ຮູ້ວ່າມີໄວຣັສຢູ່ໃນຮ່າງກາຍ ຈົນເຂົ້າສູ່ໄວໜຸ່ມ ເມື່ອເມັດເລືອດຂາວເລີ່ມກວດພົບ ແລະ ທຳລາຍຈຸລັງຕັບທີ່ມີໄວຣັສຢູ່ ຈຶ່ງເຮັດໃຫ້ມີໄວຣັສຕັບອັກເສບເກີດຂຶ້ນ ຄົນເຈັບບາງຄົນອາດມີອາການຂອງພາວະຕັບອັກເສບກະທັນຫັນ ໄດ້ແກ່: ອ່ອນເພຍ, ປວດຮາກ, ເຈັບສ້ວງເບື້ອງຂວາ, ມີໄຂ້ຕ່ຳ, ຕາເຫຼືອງ, ຕົວເຫຼືອງ, ນ້ຳຍ່ຽວມີສີເຫຼືອງເຂັ້ມ ໃນຄົນເຈັບທີ່ມີພູມຕ້ານທານແຂງແຮງພໍ ຈະສາມາດຄວບຄຸມໄວຣັສໄດ້ ບາງຄົນສາມາດກຳຈັດໄວຣັສໄດ້ໝົດ ການອັກເສບກໍຈະຫຼຸດລົງ ອາການຕ່າງໆຈະຄ່ອຍໆດີຂຶ້ນຈົນເປັນປົກກະຕິ.

ໃນທາງກົງກັນຂ້າມໃນຄົນທີ່ມີພູມຕ້ານທານບໍ່ແຂງແຮງພໍ ໄວຣັສທີ່ເຫຼືອຢູ່ຫຼາຍກໍຈະກໍ່ໃຫ້ເກີດການອັກເສບຊໍ້າເຮື້ອ ແລະ ມີຜື່ນເກີດຂຶ້ນມາແທນທີ່ ເຊິ່ງໄລຍະນີ້ຄົນເຈັບມັກບໍ່ມີອາການ ດົນໄປກໍຈະມີພາວະຕັບແຂງ ແລະ ມະເຮັງຕັບເກີດຂຶ້ນ ເຊິ່ງພົບປະມານຮ້ອຍລະ 15 – 40 ຂອງຄົນເຈັບທີ່ມີຕັບອັກເສບຊໍ້າເຮື້ອ.
ຜູ້ທີ່ຕິດເຊື້ອໄວຣັສຕັບອັກເສບບີມີຄວາມສ່ຽງໃນການເກີດມະເຮັງຕັບເພີ່ມຂຶ້ນ ໂດຍສະເລ່ຍ 100 ເທົ່າ ແລະ ຈະມີ ຄວາມສ່ຽງຫຼາຍຂຶ້ນອີກຫາກມີປັດໄຈສ່ຽງສົ່ງເສີມອື່ນໆຮ່ວມນຳ ໄດ້ແກ່: ເພດຊາຍມີໂອກາດເປັນຫຼາຍກວ່າເພດຍິງ, ປັດໄຈທາງກຳມະພັນ ພົບວ່າຜູ້ທີ່ມີຄົນໃນຄອບຄົວເປັນມະເຮັງຕັບມີໂອກາດຫຼາຍກວ່າຄົນອື່ນໆ, ມີພະຍາດຕັບອື່ນໆຮ່ວມນຳ ເຊັ່ນ ດື່ມເຫຼົ້າ – ເບຍ, ການຕິດເຊື້ອໄວຣັສຕັບອັກເສບຊີ, ການຕິດເຊື້ອໄວຣັສຕັບອັກເສບດີ ຈະເຮັດໃຫ້ຕັບມີການອັກເສບຫຼາຍຂຶ້ນ ການໄດ້ຮັບສານກໍ່ມະເຮັງໂດຍສະເພາະ ສານອາຟລາທັອກຊິນ ( aflatoxin ) ເຊິ່ງສ້າງຈາກເຊື້ອຣາທີ່ມັກພົບໃນພືດທີ່ເກັບໄວ້ດົນໆ ຫຼື ໃນບ່ອນຊຸ່ມ ໂດຍສະເພາະ ຖົ່ວດິນ, ຖົ່ວປົ່ນ, ໝາກເຜັດປົ່ນ ສານອາຟລາທັອກຊິນນີ້ ສາມາດທົນ ຄວາມຮ້ອນໄດ້ດີ ແລະ ຈະບໍ່ຖືກທຳລາຍດ້ວຍການໜຶ້ງ, ຕົ້ມ.

2. ໄວຣັສຕັບອັກເສບຊີ
ການຕິດເຊື້ອໄວຣັສຕັບອັກເສບຊີ ມັກບໍ່ເຮັດໃຫ້ເກີດອາການດ່ວນ ຫຼາຍກວ່າຮ້ອຍລະ 80 ຂອງຜູ້ທີ່ໄດ້ຮັບເຊື້ອໄວຣັສນີ້ຈະເຮັດໃຫ້ເກີດພາວະຕັບອັກເສບຊໍ້າເຮື້ອ ເຊິ່ງຄົນເຈັບມັກບໍ່ມີອາການຜິດປົກກະຕິ ຖ້າບໍ່ໄດ້ໄປຫາໝໍ ຫຼື ກວດເບິ່ງຄ່າການເຮັດວຽກຂອງຕັບ ກໍຈະບໍ່ຮູ້ວ່າມີການອັກເສບຊໍ້າເຮື້ອ ເຊິ່ງຮ້ອຍລະ 40 – 50 ຂອງຄົນເຈັບເຫຼົ່ານີ້ ຈະເກີດພາວະຕັບແຂງພາຍໃນ 30 – 50 ປີ ແລະ ນຳໄປສູ່ມະເຮັງຕັບໃນທີ່ສຸດ.
ການຕິດເຊື້ອໄວຣັສຕັບອັກເສບຊີ ມີຄວາມສ່ຽງໃນການເກີດມະເຮັງຕັບເພີ່ມຂຶ້ນປະມານ 20 ເທົ່າ ພົບວ່າຜູ້ທີ່ດື່ມເຫຼົ້າ ຫຼື ມີການຕິດເຊື້ອໄວຣັສຕັບອັກເສບບີ ຫຼື ເອດສ໌ ຮ່ວມນຳ ຈະເກີດຕັບແຂງຢ່າງໄວວາ.
[ ຂໍ້ມູນຈາກ: Siriraj Piyamaharajkarun Hospital ]