ຈາກໄປແບບບໍ່ຫວນຄືນ ອະດີດປະທານບໍລິສັດເບຍລາວ

41

ວັນທີ 27 ມິຖຸນາ 2023 ທີ່ຜ່ານ ໄດ້ມີການແຈ້ງຂ່າວເສົ້າສະຫຼົດໃຈ ເລື່ອງຈາກໄປຂອງທ່ານ ສູນທອນ ພົມມະຈັກ, ໂດຍທາງຄະນະຈັດຕັ້ງ ບໍລິສັດ ເບຍລາວ ຈຳກັດ, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ພ້ອມດ້ວຍ ນາງ ໝ້າຍ ມະນີຈັນ ພົມມະຈັກ, ຄອບຄົວ ພົມມະຈັກ, ຄອບຄົວ ສິຣິວັນແດງ, ຄອບຄົວ ທາດາວົງ, ຄອບຄົວ ວົງໄຊໄດ້ຂ່າວຄວາມເສົ້າສະຫລົດໃຈ ມາຍັງການຈັດຕັ້ງ, ຍາດຕິພີ່ນ້ອງ, ເພື່ອນມິດສະຫາຍ ຜູ້ຢູ່ໃກ້ ແລະ ຢູ່ໄກຊາບໃຫ້ຊາບທົ່ວເຖິງກັນ.

ไม่มีคำอธิบาย

ທ່ານ ສູນທອນ ພົມມະຈັກ ອະດີດປະທານບໍລິສັດເບຍລາວ, ອະດີດປະທານຄະນະທີ່ປຶກສາສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ອະດີດກໍາມະການ ສະມາຄົມມິດຕະພາບລາວ-ອັງກິດ, ອະດີດກໍາມະການ ສູນກາງແນວລາວສ້າງຊາດ, ອະດີດຮອງປະທານ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ໄດ້ເຖິງແກ່ມໍລະນະກໍາແລ້ວ ໃນເວລາ 18:00 ໂມງ ຂອງ ວັນອັງຄານ ວັນທີ 27 ມິຖຸນາ 2023, ລວມອາຍຸ 63 ປີ.

ໂດຍປັດຈຸບັນ ສົບຂອງເພິ່ນໄດ້ບໍາເພັນກຸສົນໄວ້ຢູ່ເຮືອນຂອງເພິ່ນເອງ, ຮ່ອມ 01 ບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ. ພິທີໃສ່ບາດໜ້າສົບແດ່ພະສົງ 8 ອົງ ຈະຈັດຂຶ້ນໃນ ວັນສຸກ ທີ 30 ມິຖຸນາ 2023; ເວລາ 7:00 ໂມງ; ພິທີຊາປານະກິດສົບ ຈະໄດ້ຈັດຂຶ້ນໃນ ວັນເສົາທີ 01 ກໍລະກົດ 2023, ເວລາ 13:00 ໂມງ ທີ່ ວັດເທບນິມິດ (ວັດທາດຝຸ່ນ); ວັນອາທິດ ທີ 02 ກໍລະກົດ 2023 ເປັນມື້ຫ້າງຫາກະກຽມ ເຄື່ອງໄຊຍະທານຕ່າງໆ;ແລະ ວັນຈັນ ທີ 03 ກໍລະກົດ 2023 ເປັນມື້ຕັກບາດ ຖວາຍເຄື່ອງສັງຄະທານ ແດ່ພະສົງ 9 ອົງ, ເວລາ 7:00 ໂມງ.

อาจเป็นรูปภาพของ 1 คน และ ข้อความ