ສະຫວັນນະເຂດກຽມຕິດຕັ້ງຈໍ LED ລາຍງານສະພາບອາກາດແບບທັນສະໄໝແຫ່ງທຳອິດຂອງປະເທດ

36

ສະຫວັນນະເຂດ ເປັນແຂວງທຳອິດຂອງປະເທດທີ່ຈະໄດ້ມີການຕິດຕັ້ງຈໍ LED  ທີ່ນະຄອນໄກສອນພົມວິຫານ ແລະ ຕິດຕັ້ງຈຸດວັດແທກນ້ຳຝົນ,ເຄື່ອງ ເຕືອນໄພນ້ຳຖ້ວມ, ຕິດຕັ້ງກ້ອງ ວົງຈອນປິດ CCTV  ແລະເຄ່ືອງວັດແທກລະດັບນ້ຳໃນ 12 ເມືອງ ຊຶ່ງເປັນລະບົບທັນສະໄໝ ໂດຍໄດ້ ຮັບການຊ່ວຍ ເຫຼືອລ້າຈາກ ສ.ເກົາ ຫຼີ ທັງນີ້ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊາ ຊົນຊາວແຂວງສະຫວັນນະເຂດ ສາມາດຮັບຮູ້ຂໍ້ມູນຂ່າວສານກ່ຽວ ກັບພະຍາກອນອາກາດໄດ້ຢ່າງ ວ່ອງໄວ, ທັນເວລາ ແລະມີຄວາມ ຖືກຕ້ອງຊັດເຈນ.

May be an image of floor plan
ທ່ານ ບູລິກາ ອິນທິລາດ ຮອງ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ແຂວງ ຊີ້ນຳຂະແໜງຊັບພະຍາ ກອນນ້ຳ ແລະອຸຕຸນິຍົມໃຫ້ຮູ້ວ່າ: ສຳລັບໂຄງການ ສ້າງຕັັ້ງລະບົບພະຍາກອນ ແລະ ເຕືອນໄພນ້ຳຖ້ວມແບບປັບຕົວ ກັບການປ່ຽນແປງສະພາບພູມອາ ກາດຢູ່ເຂດອ່າງນ້ຳເຊບັ້ງຫຽງ, ແຂວງສະຫວັນນະເຂດ ໂດຍລັດຖະບານ ສ.ເກົາຫຼີ ໄດ້ໃຫ້ທຶນຊ່ວຍ ເຫຼືອລ້າແກ່ລັດຖະບານ ສປປ ລາວ, ເຊິ່ງໂຄງ ການນີ້, ໄດ້ຈັດຕັ້ງ ປະຕິບັດຮ່ວມກັນລະຫວ່າງກົມອຸຕຸນິຍົມ ແລະອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະ Korea Water Resources Corporation (K-Water) ກະຊວງສິ່ງແວດລ້ອມ ສ.ເກົາຫຼີ.

May be an image of 4 people and text

ໄລຍະເວລາຂອງໂຄງການແມ່ນ ເລີ່ມແຕ່ເດືອນ 10/2022 ຫາ ເດືອນ 9/2024 (ລວມທັງໝົດ 24 ເດືອນ), ເຂດເປົ້າໝາຍ ຂອງ ໂຄງການ ແມ່ນອ່າງຮັບນ້ຳເຊບັ້ງ ຫຽງ, ຊຶ່ງຈຸດປະສົງກໍ່ເພື່ອສ້າງຕັ້ງລະບົບພະຍາກອນ ແລະເຕືອນໄພນ້ຳຖ້ວມຢູ່ ສປປ ລາວ ໂດຍສະເພາະແມ່ນ ແຂວງສະຫວັນນະເຂດ, ບໍລິເວນ ອ່າງນ້ຳເຊບັ້ງຫຽງແນໃສ່ຫຼຸດ ຜ່ອນຄວາມເສຍຫາຍຈາກໄພພິບັດ ຂອງປະຊາຊົນ ແລະສ່ວນລວມ ຈາກການປ່ຽນແປງດິນຟ້າອາ ກາດ ແລະເສີມສ້າງຄວາມທົນ ທານຕໍ່ດິນຟ້າອາກາດ.

May be an image of 8 people, water filter, container and text

ໃນນີ້, ແມ່ນຈະໄດ້ມີການຕິດຕັ້ງຈໍ LED ຈຳນວນ 1 ຈຸດທີ່ນະຄອນ ໄກ ສອນ ພົມວິຫານ ແລະຈະໄດ້ຕິດ ຕັ້ງຈຸດວັດແທກນ້ຳຝົນ, ເຄື່ອງ ເຕືອນໄພນ້ຳຖ້ວມ, ຕິດຕັ້ງກ້ອງວົງ ຈອນປິດ CCTV ແລະເຄ່ືອງ ວັດແທກລະດັບນ້ຳໃນ 12 ເມືອງ ຂອງແຂວງ (ບໍ່ມີເມືອງອາດສະ ພອນ ແລະໄຊພູທອງ), ລວມມູນ ຄ່າເຄື່ອງອຸປະກອນທັງໝົດ 7,4 ແສນກວ່າໂດລາສະຫະລັດບໍ່ ລວມຄ່າຕິດຕັ້ງ.
ທ່ານ ບູລິກາ ອິນທິລາດ ໄດ້ໃຫ້ຮູ້ຕື່ມອີກວ່າ: ສຳລັບຈໍ LED ລາຍງານສະພາບອາກາດ ແມ່ນຈະໄດ້ຕິດຕັ້ງຕໍ່ໜ້າສະຖານີອຸຕຸນິຍົມ-ອຸທົກກະສາດບ້ານທ່າແຮ່ ນະຄອນໄກສອນພົມວິຫານ, ບໍລິເວນແຄມຖະໜົນສັນຕິພາບ, ຊຶ່ງຈໍດັ່ງກ່າວມີຄວາມກວ້າງ 2 ແມັດ, ຍາວ 3 ແມັດ ແລະມີ ຄວາມສູງຈາກຖານ 6 ແມັດ, ມີມູນຄ່າກວ່າ 4 ແສນໂດລາສະຫະລັດ.

No photo description available.

ປະຈຸບັນ, ບັນດາອຸປະ ກອນຕ່າງໆທີ່ຈະໃຊ້ໃນການຕິດ ຕັ້ງແມ່ນໄດ້ມີການຂົນສົ່ງເຖິງ ແຂວງສະຫວັນນະເຂດແລ້ວ, ຄາດວ່າຈະໃຫ້ສຳເລັດໃນການ ຕິດຕັ້ງ ແລະມອບ-ຮັບພາຍໃນ ເດືອນເມສາ 2024ນີ້.

 

May be an image of 1 person, rabbit hutch and cage

ຂ່າວຈາກ: ສະຫວັນພັດທະນາ