ສະຫວັນນະເຂດ ແຈ້ງຫ້າມໃຫ້ຮ້ານບັນເທິງເປີດບໍລິການກາຍທ່ຽງຄືນ ພ້ອມຫ້າມຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການ​

47

ໃນວັນທີ 22 ສິງຫາ 2023 ທີ່ຜ່ານມາ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ອອກແຈ້ງການ ສະບັບເລກທີ 1826/ຖວທ ເຖິງຜູ້ປະກອບການ ຮ້ານເທັກ-ບາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຮ້ານບັນເທິງ ແມ່ນໃຫ້ປະຕິບັດຕາມລະບຽບການ ໃນການຈັດຕັ້ງປະຕິບັດໂມງເວລາເປີດປິດ ໂດຍມີລາຍລະອຽດຄືດັ່ງນີ້:

ສຳລັບຫົວໜ່ວຍທຸລະກິດ ຮ້ານເທັກ-ບາ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທິງ ແມ່ນໃຫ້ ເປີດ ເວລາ 14:00 ໂມງ ແລະ ປິດບໍລິການແສງ, ສີ, ສຽງ ໃນເວລາ 23:30 ໂມງ, ຮອດເວລາ 24:00 ໂມງ ຕ້ອງປິດສະຖານທີ່ບໍລິການ; ສຳລັບຫົວໜ່ວຍທຸລະກິດຮ້ານກິນດື່ມ ແມ່ນປິດບໍລິການດ້ານສຽງ ໃນເວລາ 22:00 ໂມງ; ຫ້າມຜູ້ມາໃຊ້ບໍລິການ ທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນຮ້ານບັນເທິງ; ການດຳເນີນທຸລະກິດຮ້ານເທັກ-ບາ,ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ຕ້ອງໃຫ້ຖືກຕ້ອງສອດຄອງ ຕາມມາດຖານ ເງື່ອນໄຂ ແລະ ລະບຽບການທີ່ກຳນົດໄວ້.

ໃນກໍລະນີຝ່າຝືນແມ່ນຈະໄດ້ປະຕິບັດຕາມມາດຕະການຕໍ່ຜູ້ລະເມີດ ຄືດັ່ງນີ້:

  • ລະເມີດຄັ້ງທີໜຶ່ງ: ສຶກສາອົບຮົມກ່າວເຕືອນ ປັບໃໝເປັນເງິນ ຈໍານວນ 1.000.000 ກີບ.
  • ລະເມີດຄັ້ງທີສອງ: ຈະຖືກໂຈະການດຳເນີນທຸລະກິດເປັນເວລາ 5 ເດືອນ ພ້ອມທັງປັບໃໝເປັນເງິນ ຈຳນວນ 5.000.000 ກີບ ພ້ອມທັງສຶກສາອົບຮົມ, ກ່າວເຕືອນ ແລະ ລົງບັນທຶກໄວ້ເປັນຫຼັກຖານ
  • ລະເມີດຄັ້ງທີສາມ: ຈະຖືກຍຸບເລິກການບໍລິການດຳເນີນທຸລະກິດ ພ້ອມທັງຖອນໃບອະນຸຍາດດຳເນີນທຸລະກິດຖາວອນ ແລະ ປັບໃໝເປັນເງິນ ຈຳນວນ 10.000.000 ກີບ.
  • อาจเป็นรูปภาพของ แผนที่ และ ข้อความ

อาจเป็นรูปภาพของ ข้อความ