ການນອນໜ້ອຍສ່ຽງຕໍ່ບັນຫາສຸຂະພາບ

57

ການນອນໜ້ອຍ ໝາຍເຖິງ ການທີ່ຮ່າງກາຍປະສົບກັບພາວະພັກຜ່ອນບໍ່ພຽງພໍ ເຮັດໃຫ້ຮູ້ສຶກເມື່ອຍ ແລະ ເຫງົານອນໝົດມື້ ຈົນອາດເຮັດໃຫ້ວູບ ຫຼື ຫຼັບໃນເປັນບາງໄລຍະສັ້ນໆ ສົ່ງຜົນຕໍ່ອາລົມ ແລະ ການດຳເນີນຊີວິດປະຈຳວັນ ລວມໄປເຖິງສະມັດຖະພາບໃນການເຮັດວຽກງານຕ່າງໆ ເຊັ່ນ: ຮູ້ສຶກຫງຸດຫງິດ, ອາລົມບໍ່ດີ, ເຮັດວຽກໄດ້ບໍ່ດີ, ການຕັດສິນໃຈຊ້າລົງ.
ນອກຈາກນີ້, ການພັກຜ່ອນບໍ່ພຽງພໍ ຍັງເຮັດໃຫ້ສ່ຽງຕໍ່ການເຈັບເປັນ ແລະ ບັນຫາສຸຂະພາບຕ່າງໆໄດ້ ເຊັ່ນ:

1. ພະຍາດຫົວໃຈຊຸດໂຊມ, ພະຍາດຫົວໃຈ – ເສັ້ນເລືອດຫົວໃຈລົ້ມເຫຼວ, ຫົວໃຈເຕັ້ນຜິດຈັງຫວະ.
ໂດຍມີການວິໄຈໃນກຸ່ມຄົນທີ່ທົດລອງບໍ່ໄດ້ນອນເປັນເວລາ 88 ຊົ່ວໂມງ ພົບວ່າຈະມີຄວາມດັນເລືອດທີ່ສູງຫຼາຍຜິດປົກກະຕິ ແລະ ໃນແມ່ຍິງທີ່ອາຍຸຕໍ່າກວ່າ 60 ປີ ມີຄວາມສ່ຽງເປັນພະຍາດຫົວໃຈເຖິງ 2 ເທົ່າ.
2. ພະຍາດມະເຮັງລຳໄສ້
ໄດ້ມີການສຶກສາ ແລະ ວິໄຈວ່າ ໃນຄົນ 1.240 ຄົນ ມີຄົນທີ່ນອນໜ້ອຍກວ່າ 6 ຊົ່ວໂມງ ເຖິງ 47% ຈະມີອາການຂອງມະເຮັງລຳໄສ້ຫຼາຍກວ່າຄົນທີ່ນອນຫຼັບຢ່າງໜ້ອຍ 7 ຊົ່ວໂມງຂຶ້ນໄປ.
3. ພະຍາດເບົາຫວານ
ຖ້າຫາກວ່າຄົນເປັນເບົາຫວານພັກຜ່ອນບໍ່ພຽງພໍຈະເຮັດໃຫ້ລະດັບນ້ຳຕານໃນເລືອດເພີ່ມຂຶ້ນຢ່າງໄວວາເຖິງ 23%.

4. ພະຍາດນອນບໍ່ຫຼັບຊໍ້າເຮື້ອ
ການນອນໜ້ອຍ ນອນເດິກສົ່ງຜົນເຮັດໃຫ້ເປັນພະຍາດນອນບໍ່ຫຼັບຊໍ້າເຮື້ອໄດ້ ເຊິ່ງຈະເຮັດໃຫ້ເວລານອນຕ້ອງໃຊ້ເວລາຫຼາຍກວ່າ 30 ນາທີ ຈຶ່ງຈະສາມາດຫຼັບໄດ້ ຫຼື ອາດຈະຫຼັບໆຕື່ນໆໝົດຄືນ ຈົນເຮັດໃຫ້ຕື່ນຕອນເດິກ ແລ້ວກໍບໍ່ສາມາດຫຼັບໄດ້ອີກເລີຍ.
5. ພະຍາດຕຸ້ຍ
ຈາກຄົນທີ່ນອນໜ້ອຍຈະມີສານເຄມີເລັບຕິນ ( Leptin hormone ) ທີ່ຊ່ວຍໃຫ້ຮູ້ສຶກອີ່ມຢູ່ໃນລະດັບຕ່ຳ ແລະ ມີຮໍໂມນເກຼລິນ ( Ghrelin hormone ) ເຊິ່ງເປັນຮໍໂມນທີ່ກະຕຸ້ນໃຫ້ຫິວຢູ່ໃນລະດັບສູງຫຼາຍ ທັງຍັງກະຕຸ້ນໃຫ້ຮູ້ສຶກຫິວອາຫານທີ່ມີໄຂມັນ ແລະ ຄາໂບໄຮເດຣດສູງຂຶ້ນນຳ.
6. ພະຍາດຊຶມເສົ້າ
ພາວະນອນບໍ່ຫຼັບເປັນໜຶ່ງໃນອາການທີ່ພົບໄດ້ເປັນອັນດັບທຳອິດຂອງພະຍາດຊຶມເສົ້າ.
7. ມີຜົນຕໍ່ຂະບວນການຄິດ, ຄວາມຈື່ຈຳ ແລະ ການຕັດສິນໃຈ
ຈະເຮັດໃຫ້ຄວາມສາມາດໃນການໃຊ້ເຫດຜົນ, ທັກສະການແກ້ບັນຫາ, ການຕັດສິນໃຈ, ການປະເມີນສະຖານະການ ແລະ ສະມາທິໃນການເຮັດສິ່ງຕ່າງໆຫຼຸດລົງ.

8. ເສື່ອມສະມັດຖະພາບທາງເພດ
ຄວາມຕ້ອງການທາງເພດຫຼຸດລົງ ແລະ ຮໍໂມນສືບພັນຫຼຸດລົງ ເພາະການນອນບໍ່ຫຼັບຈະເຮັດໃຫ້ຮໍໂມນ (testosterone) ຕໍ່າລົງ ເຮັດໃຫ້ຄວາມຕ້ອງການທາງເພດຫຼຸດຕ່ຳລົງໄປນຳ ແລະ ເຮັດໃຫ້ຫຼັ່ງຮໍໂມນສືບພັນອອກມາໄດ້ໜ້ອຍ ສົ່ງຜົນໃຫ້ມີລູກໄດ້ຍາກໄດ້.
9. ຜິວພັນບໍ່ຂາວໃສ
ເພາະເນື່ອງຈາກຮ່າງກາຍຫຼັ່ງຮໍໂມນກອກຕິໂຊ່ນ ( cortisol hormone ) ເຊິ່ງເປັນຮໍໂມນຄວາມຄຽດອອກມາຍ່ອຍສະຫຼາຍ collagen ແລະ ໂປຣຕິນ ທີ່ຊ່ວຍໃຫ້ຜິວພັນນຽນ – ເຕັ່ງຕຶງຫາຍໄປ.
10. ລະບົບຕ່າງໆຂອງຮ່າງກາຍເຮັດວຽກຜິດປົກກະຕິ ເຊັ່ນ: ລະບົບຍ່ອຍອາຫານເຮັດວຽກຜິດປົກກະຕິ, ເຮັດໃຫ້ເກີດອາການທ້ອງອືດ, ຍື່ງທ້ອງ, ອາຫານຍ່ອຍບໍ່ດີ, ຖ່າຍບໍ່ເປັນປົກກະຕິ.
11. ອາລົມແປປ່ວນງ່າຍ
ເພາະຈະເຮັດໃຫ້ເກີດອາການອ່ອນເພຍ ບໍ່ຊົດຊື່ນຫ້າວຫັນ ເຮັດໃຫ້ຮູ້ສຶກຫງຸດຫງິດ, ອາລົມເສຍງ່າຍກວ່າປົກກະຕິ.
ໂດຍປົກກະຕິແລ້ວ ຮ່າງກາຍຂອງແຕ່ລະຄົນຕ້ອງການໆນອນຫຼັບພັກຜ່ອນຫຼາຍໜ້ອຍບໍ່ເທົ່າກັນ ແລະ ຄວາມຕ້ອງການພັກຜ່ອນນີ້ ກໍຍັງປ່ຽນແປງໄປຕາມອາຍຸນຳ ໂດຍຄົນທີ່ອາຍຸຫຼາຍຂຶ້ນແຕ່ລະໄວກໍຄວນພັກຜ່ອນຕາມຈຳນວນຊົ່ວໂມງທີ່ເໝາະສົມໂດຍປະມານ ໄດ້ແກ່
– ເດັກນ້ອຍຫາກໍເກີດ: ມື້ລະ 16 – 18 ຊົ່ວໂມງ.
– ເດັກນ້ອຍກ່ອນໄວຮຽນ: ມື້ລະ 10 – 12 ຊົ່ວໂມງ.
– ເດັກນ້ອຍປະຖົມ ແລະ ໄວໜຸ່ມ: ນອນຢ່າງໜ້ອຍມື້ລະ 9 ຊົ່ວໂມງ.
– ຜູ້ໃຫຍ່: ມື້ລະ 7 – 9 ຊົ່ວໂມງ■ ແກ້ບັນຫາການນອນແນວໃດດີ ?
– ຄວນນອນໃຫ້ກົງເວລາເປັນປະຈຳທຸກມື້ ແລະ ນອນຫຼັບໃຫ້ໄດ້ປະມານ 6 – 9 ຊົ່ວໂມງ.
– ຄວນຫຼີກລ່ຽງອາຫານ ແລະ ເຄື່ອງດື່ມທີ່ມີສ່ວນປະສົມຂອງ ຄາເຟອີນ, ທາດເຫຼົ້າຕ່າງໆ.
– ຄວນເຮັດໃຫ້ຮ່າງກາຍ ແລະ ຈິດໃຈຜ່ອນຄາຍ ເຊັ່ນ: ອາບນ້ຳອຸ່ນເພື່ອປັບອຸນຫະພູມຮ່າງກາຍໃຫ້ເໝາະສົມ, ອ່ານປຶ້ມ, ຟັງເພງ, ນັ່ງສະມາທິ ແລະ ອື່ນໆ.
– ບໍ່ຄວນອອກກຳລັງກາຍໜັກກ່ອນຈະເຂົ້ານອນບໍ່ເທົ່າໃດຊົ່ວໂມງ.
– ບໍ່ຄວນນຳສິ່ງຂອງທີ່ລົບກວນການພັກຜ່ອນ ເຊັ່ນ: ໂທລະທັດ, ຄອມພິວເຕີ ຫຼື ອຸປະກອນເອເລັກໂຕຣນິກຕ່າງໆ ທີ່ກໍ່ໃຫ້ເກີດແສງ, ສີ, ສຽງ ມາໄວ້ໃນຫ້ອງນອນ.
-ຫຼີກລ່ຽງການເບິ່ງໂທລະສັບ ຫຼື ອຸປະກອນເອເລັກໂຕຣນິກກ່ອນຈະເຂົ້ານອນ.
– ບໍ່ຄວນເຂົ້ານອນທັງທີ່ຍັງຮູ້ສຶກກັງວົນ ຫຼື ຄຽດກ່ຽວກັບເລື່ອງບາງຢ່າງ.
[ ຂໍ້ມູນຈາກ: ສຸຂະພາບມາກ່ອນ ]