ຊຸບຍອດໝາກບວບ ອາຫານບ້ານນາທີ່ກິນຍາມໃດແຊບຍາມນັ້ນ

43

ຖ້າເອີ່ຍເຖິງເມນູອາຫານທີ່ຂຶ້ນຊື່ເມືອງລາວອີກເມນູແມ່ນຊຸບຜັກ ແຕ່ຊຸບຜັກກໍມີຫຼາຍແບບແລ້ວແຕ່ລະທ້ອງຖິ່ນ ແລະ ແລ້ວແຕ່ລະຊະນິດຜັກ. ແຕ່ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດຊຸບຍອດໝາກບວບ ປະສົມກັບຜັກອື່ນ ຫຼື ຈະຊຸບແຕ່ຍອດໝາກບວບກໍໄດ້.

▶ ວັດຖຸດິບ: ຍອດໝາກບວບ ( ສ້ອມ ), ໝາກງາ, ຂີງ, ເກືອ, ແປ້ງນົວ, ຫົວຜັດບົ່ວ, ຫົວຜັກທຽມ, ນໍ້າປາ ຫຼື ນໍ້າປາແດກສຸກ, ໝາກເຜັດແຫ້ງ ຫຼື ໝາກເຜັດດິບ, ຫອມປ້ອມ, ຫອມບົ່ວ ( ລ້າງຜັກທຸກຊະນິດໃຫ້ສະອາດ ).

▶ວິທີເຮັດ: ຄ້າງໝໍ້ຕົ້ມນໍ້າລວກຜັກ ໂດຍເອົາເກືອໃສ່ເລັກໜ້ອຍ ເມື່ອນໍ້າຟົດແລ້ວໃຫ້ເອົາຜັກລົງລວກ ກະວ່າຜັກສຸກແລ້ວໃຫ້ທາວອອກໃສ່ຊາມໄວ້, ຈາກນັ້ນກໍນຳຫົວຜັກບົ່ວ 4 – 5 ຫົວ, ຫົວຜັກທຽມ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ຂີງ ໄປຈີ່ສຸກແລ້ວໃຫ້ນຳໄປປອກແລ້ວຕຳໃສ່ເກືອ, ແປ້ງນົວໃຫ້ລະອຽດ ຕັກໃສ່ຜັກໄວ້, ຂົ້ວໝາກງາຕຳລະອຽດ ຈາກນັ້ນກໍຕັກໃສ່ຜັກ ຖ້າກິນປາແດກກໍໃສ່ນໍ້າປາແດກສຸກ ຫຼື ໃສ່ນໍ້າປາໃສ່ ຈາກນັ້ນກໍຊາວທຸກຢ່າງໃຫ້ເຂົ້າກັນດີ ຊີມລົດຊາດພ້ອມປຸງຕາມໃຈມັກ ຖ້າພໍດີແລ້ວໃຫ້ຊອຍຫອມໃສ່ ເທົ່ານີ້ກໍສຳເລັດແລ້ວ.
[ ໂດຍ: ນົກແຕນແວນ ]