2023 ລາວໄດ້ຮັບອະນຸມັດ 12 ໂຄງການ ພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

82

ໃນວັນທີ 26 ມິຖຸນາ 2023 ທີ່ຜ່ານມາ, ທີ່ກະຊວງການຕ່າງປະເທດ ໄດ້ມີພິທີ ລົງນາມໃນສັນຍາຮ່ວມມືໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ລະຫວ່າງ ສປປ ລາວ ແລະ ສປ ຈີນ. ຊຶ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີເຈດຕະນາລົມ ແລະ ຄວາມໝາຍໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອະນາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເປັນປະເທດເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ.

อาจเป็นรูปภาพของ 2 คน และ ข้อความ

ໃນປີດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍນເຈດຕະນາລົມ ແລະ ຄວາມໝາຍໝັ້ນຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ປະກົດຜົນເປັນຈິງ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບທັງໝົດ 68 ໂຄງການ ມູນຄ່າ 18 ລ້ານກວ່າໂດລາ ແມ່ນໄດ້ຮັບໝາກຜົນເປັນຢ່າງດີ.

ມາໃນປີ 2023 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 12 ໂຄງການ ເປັນມູນຄ່າ 3.147.500 ໂດລາ ຊຶ່ງປະກອບມີໂຄງການຈາກສູນກາງ ແລະ ທ້ອງຖິ່ນກວມເອົາຫຼາຍຂົງເຂດ ເປັນຕົ້ນແມ່ນ ກະສິກຳ ສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນນໍ້າ, ສາທາລະນະສຸກ, ການຄ້າ, ສ້າງຄວາມສາມາດໃນການຜະລິດອຸດສາກະກຳພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ ແລະ ເຕັກໂນໂລຊີ.

อาจเป็นรูปภาพของ 10 คน และ ข้อความ

ໂດຍ: ກະຊວງການຕ່າງປະເທດ