ແກງດອກແຄຂາວ ໃສ່ປາຄໍ່

44

ດອກແຄຂາວ ສາມາດເຮັດກິນໄດ້ຫຼາຍເມນູ ເຊັ່ນ: ລວກ, ຊຸບ, ແກງ ແລະ ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດແກງດອກແຄຂາວ ໃສ່ປາຄໍ່ ໄວ້ກິນເອງ ເຊິ່ງເປັນເມນູອາຫານບ້ານໆທີ່ແຊບ.

▶ ວັດຖຸດິບ: ດອກແຄຂາວ ( ໄຈ້ເອົາໜວດທາງໃດດອກແຄອອກ ), ນໍ້າສະອາດ, ປາຄໍ່ ( ຄົວຕັດຕ່ອນ ), ຫົວສີໃຄ, ຫົວຜັກບົ່ວ, ຫົມຜັກທຽມ, ໝາກເຜັດດິບ 2 ໜ່ວຍ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກ, ຫອມບົ່ວ, ຜັກບົວລະພາ ( ລ້າງຜັກໃຫ້ສະອາດ ).

▶ ຂັ້ນຕອນເຮັດ: ຄ້າງໝໍ້ແກງ ຕື່ມນໍ້າສະອາດລົງໄປປະມານ 1 ລິດ, ຈາກນັ້ນກໍຕື່ມເກືອ, ແປ້ງນົວ, ທຸບຫົວສີໃຄ, ຫົວຜັກບົ່ວ, ຫົວຜັກທຽມ ແລະ ຫັກໝາກເຜັດໃສ່ໝໍ້. ເມື່ອໝໍ້ຟົດແລ້ວໃຫ້ເອົາປາລົງໝໍ້ ຕື່ມນໍ້າປາແດກລົງເລັກໜ້ອຍ ( ຖ້າບໍ່ກິນປາແດກ ກໍໃສ່ນໍ້າປາແທນ ) ຫຼັງເອົາປາລົງໝໍ້ຟົດແລ້ວໃຫ້ເອົາດອກແຄລົງໝໍ້ ຈາກນັ້ນກໍປິດຝາເມື່ອປາ ແລະ ດອກແຄສຸກແລ້ວກໍໍຊີມ ແລະ ປຸງລົດຊາດຕາມໃຈມັກ ຖ້າພໍດີແລ້ວໃຫ້ຊອຍຫອມບົ່ວ ແລະ ຜັກບົວລະພາລົງ ປິດໄຟໄດ້ ເທົ່ານີ້ແກງດອກແຄຂາວ ໃສ່ປາຄໍ່ ກໍພ້ອມເສີບໄດ້.
[ໂດຍ: ນົກແຕນແວນ]