7 ວິທີຕັດໃຈຈາກຂອງຫວານ

18

ຂອງຫວານ ແມ່ນອາຫານວ່າງທີ່ຫຼາຍໆຄົນຕັດໃຈອອກຍາກ ເປັນຕົ້ນແມ່ນເຂົ້າໜົມ, ເຄັກ, ປະເພດນ້ຳຫວານ ແລະ ອື່ນໆ ບາງຄົນລຶ້ງກິນຈົນຊື້ມາໄວ້ຕິດຕູ້ເຢັນ ເຮັດໃຫ້ຕັດໃຈຈາກຂອງຫວານບໍ່ໄດ້ ເຖິງວ່າເຮົາຈະຕັດໃຈອອກຈາກຂອງຫວານຍາກ ແຕ່ກໍມີວິທີຫຼຸດຜ່ອນໃຫ້ເຮົາບໍ່ກິນຂອງຫວານຫຼາຍ ດັ່ງນີ້:
1. ວິທີດີທີ່ສຸດ ທີ່ຈະເຮັດໃຫ້ສາວໆບໍ່ຕ້ອງກິນຂອງຫວານ ກໍຄື ຢ່າຊື້ມາໄວ້ໃນເຮືອນ ຖ້າຮູ້ສຶກຢາກກິນຂອງຫວານຂຶ້ນມາ ເມື່ອເປີດເບິ່ງຕູ້ເຢັນແລ້ວເຫັນເຂົ້າໜົມ ໃຫ້ຮີບນຳເອົາເຂົ້າໜົມຫວານຕ່າງໆຢູ່ໃນເຮືອນອອກໃຫ້ໝົດ ແລະ ເວລາໄປຊື້ເຄື່ອງຢູ່ຮ້ານຄ້າ ກໍຢ່າເຜີໃຈໄປຍ່າງເລາະແຖວຊັ້ນວາງເຂົ້າໜົມ ຫຼື ແຖວເບີເກີຣີ ແລະ ໃຫ້ຮີບຍ່າງຜ່ານໄປເລີຍ.

2. ກິນອາຫານຈານຫຼັກໃຫ້ອີ່ມ: ວິທີຫຼຸດນໍ້າໜັກທີ່ຫຼາຍໆຄົນແນະນຳກໍຄື ຫ້າມອົດອາຫານເດັດຂາດ ໂດຍສະເພາະອາຫານ 3 ຄາບຫຼັກຂອງມື້ ຄື ເຊົ້າ, ສວາຍ ແລະ ແລງ ເພາະວ່າຖ້າເຮົາອົດກໍຍິ່ງເຮັດໃຫ້ເຮົາຫິວ ແລະ ເຮັດໃຫ້ຢາກກິນທຸກຢ່າງທີ່ຂວາງໜ້າ ເຊິ່ງເປັນວິທີການຍາກທີ່ຈະຫຼຸດນໍ້າໜັກ. ສະນັ້ນ, ກິນອາຫານທຸກຄາບໃຫ້ອີ່ມຈະບໍ່ເຮັດໃຫ້ຢາກກິນສິ່ງຫວານໆເພີ່ມອີກ ແລະ ຖ້າອົດບໍ່ໄດ້ກໍໃຫ້ຊອກເອົາຜັກສົດ, ໝາກໄມ້ສົດກອບໆມາກິນແທນ.
3. ຂໍເວລາ 15 ນາທີ: ບໍ່ໄດ້ໝາຍເຖິງໃຫ້ເວລາກິນຂອງຫວານພຽງແຕ່ 15 ນາທີ ແຕ່ໝາຍຄວາມວ່າ ຫຼັງຈາກກິນອາຫານຈານຫຼັກຄຳສຸດທ້າຍໝົດແລ້ວ ຢ່າຟ້າວຈັບເອົາຂອງຫວານເຂົ້າປາກເດັດຂາດ ໃຫ້ນັ່ງຖ້າອີກ 15 ນາທີ ເຊິ່ງເປັນໄລຍະເວລາທີ່ສະໝອງໄດ້ເຮັດວຽກ ແລະ ຮັບຮູ້ເຖິງ ຄວາມອີ່ມແລ້ວ ເຊິ່ງຕອນນີ້ເຮົາອາດຈະບໍ່ຮູ້ສຶກຢາກກິນຂອງຫວານອັດທ້າຍຄາບນັ້ນ ກໍເປັນໄດ້. ແຕ່ຖ້າບໍ່ຍອມລໍຖ້າ ສາວໆອາດຈະໄປຈັບເອົາເຂົ້າໜົມເຄັກກ້ອນໃຫຍ່ໆເຂົ້າປາກກິນຈົນໝົດພາຍໃນ 5 ນາທີແນ່ນອນວ່າ ສະໝອງຈະຮັບຮູ້ວ່າ ອີ່ມແລ້ວ ເຂົ້າໜົມເຄັກກໍອາດໝົດໄປຫຼາຍໆກ້ອນ.

4. ເລືອກຂະໜາດທີ່ນ້ອຍ: ຄົນມັກກິນຫວານ ຈະໃຫ້ມາຕັດໃຈອອກຈາກບາດດຽວບໍ່ໄດ້ ແຕ່ສາວໆສາມາດກິນຂອງຫວານໄດ້ ແຕ່ຕ້ອງຮູ້ວ່າຄວນກິນປະລິມານສໍ່າໃດ. ແນ່ນອນວ່າ ຕ້ອງເປັນປະລິມານໜ້ອຍທີ່ສຸດ ຄືເວລາກິນຊັອກໂກແລັດເຄັກ ກໍຕ້ອງກິນເປັນຄຳນ້ອຍໆບໍ່ແມ່ນກ້ອນໃຫຍ່ ແລະຄວນກິນໃສ່ຈານນ້ອຍໆ ກະເອົາພໍປະມານທໍ່ອົ້ງມືກໍພໍແລ້ວ.
5. ລະວັງເຄື່ອງດື່ມ: ໃນເມື່ອຫ້າມກິນຂອງຫວານ ແລ້ວຫັນໄປດື່ມກາເຟ ກໍຕ້ອງຄິດກ່ອນວ່າ ກາເຟ 1 ຈອກ ອາດໃຫ້ແຄລໍຣີສໍ່າກັບຊີສເບເກີຣີ 1 ອັນ. ສະນັ້ນ ນອກຈາກເຂົ້າໜົມເນີຍທັງຫຼາຍທີ່ເປັນຂອງຫ້າມແລ້ວ ການດື່ມກາເຟອັດທ້າຍຄາບອາຫານກໍເປັນສິ່ງຕ້ອງຫ້າມຄືກັນ.

6. ແບ່ງກັນກິນ: ເມື່ອຢາກກິນກະແລັມຫວານໆ ກໍໄປຊື້ມາກິນຈັກຈອກ ຫຼື ຈັກຖ້ວຍກໍໄດ້ ແຕ່ເມື່ອຊື້ມາແລ້ວຢ້ານຕຸ້ຍ ກໍຄວນແບ່ງໃຫ້ຄົນອື່ນກິນນໍາ ເຊິ່ງກິນບໍ່ພໍທໍ່ໃດກໍໝົດແລ້ວ ພຽງແຕ່ເທົ່ານີ້ກໍເຮັດໃຫ້ເຮົາກິນໃນປະລິມານທີ່ໜ້ອຍລົງ ແລະ ຈະບໍ່ມີຜົນກະທົບຕໍ່ແຜນການຫຼຸດນໍ້າໜັກ.
7. ວາງແຜນກິນຂອງຫວານ: ສຳລັບຄົນທີ່ມັກກິນຂອງຫວານ, ການຫຼີກເວັ້ນຕະຫຼອດເວລາ ອາດເປັນເລື່ອງທີ່ເຮັດໄດ້ຍາກ ແຕ່ບໍ່ໄດ້ໝາຍ ຄວາມວ່າໃຫ້ສາວໆຫ້າມກິນຂອງຫວານໂດຍເດັດຂາດ. ສາວໆສາມາດກິນໄດ້ ແຕ່ຕ້ອງຈັດຕາຕະລາງເວລາສຳລັບກິນຂອງຫວານໄວ້ ເຊັ່ນ: ກິນເຂົ້າໜົມໄດ້ອາທິດລະ 2 ຄັ້ງ ຫຼັງອາຫານ ແລ້ວປະຕິບັດຕາມກົດລະບຽບທີ່ຕົວເອງຕັ້ງໄວ້ໃຫ້ ໄດ້.
[ ຂໍ້ມູນຈາກ: ClimaxRadio. ]