ວິທີການໃນການຮັບມືກັບວິກິດເງິນເຟີ້

627

ໃນໄລຍະທີ່ເກີດມີວິກິດການເງິນເຟີ້ຄືແນວນີ້ ເຮັດໃຫ້ລາຄາສິນຄ້າ ແລະ ບໍລິການຕ່າງໆມີການປັບຕົວສູງຂຶ້ນຫຼາຍ ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການດຳລົງຊີວິດໃນແຕ່ລະວັນ. ດັ່ງນັ້ນ, ເພື່ອໃຫ້ສາມາດດຳລົງຊີວິດຢູ່ໄດ້ໃນໄລຍະວິກິດເງິນເຟີ້ຄືປັດຈຸບັນນີ້ ມື້ນີ້ຈຶ່ງນຳເອົາບາງວິທີການໃນການຮັບມືກັບວິກິດເງິນເຟີ້ມາຝາກກັນ.

1. ຫຼຸດລາຍຈ່າຍໃຫ້ເຫຼືອໜ້ອຍທີ່ສຸດ: ລາຍຈ່າຍແມ່ນເປັນສິ່ງທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງເຮົາຫຼາຍ. ດັ່ງນັ້ນ, ເຮົາຄວນກວດສອບຢ່າງຈິງຈັງວ່າລາຍຈ່າຍທີ່ຈຳເປັນແທ້ໆໃນແຕ່ລະເດືອນມີຫຍັງແດ່ ມີສິ່ງໃດແດ່ທີ່ເຮົາຕ້ອງໄດ້ຈ່າຍເປັນປະຈຳ ມີລາຍຈ່າຍສ່ວນໃດທີ່ຈ່າຍຫຼາຍເກີນໄປ ຫຼື ມີສິ່ງໃດທີ່ບໍ່ຈຳເປັນຕ້ອງຈ່າຍກໍໄດ້ ແລະ ເຮົາກໍຕ້ອງທົບທວນເບິ່ງຄືນວ່າອັນໃດຈຳເປັນກັບເຮົາ ແລະ ອັນໃດທີ່ບໍ່ຈຳເປັນສາມາດຕັດອອກໄດ້ ເພື່ອໃຫ້ຜ່ານພົ້ນວິກິດຄັ້ງນີ້ໄປໄດ້.


2. ຄວນປະຢັດ: ຖືວ່າເປັນຄຳສັ້ນໆ ແຕ່ຂ້ອນຂ້າງໜັກໜາສາຫັດໃນການປະຢັດນີ້ ເຮົາຄວນເບິ່ງຄືນວ່າສ່ວນໃດທີ່ຈະເຮັດໃຫ້ຄ່ານ້ຳຄ່າໄຟເຮົາຫຼຸດລົງໄດ້ ເຮົາເປີດນ້ຳຖິ້ມໄວ້ເປັນປະຈຳ, ຊັກເຄື່ອງຫຼາຍຄັ້ງເກີນໄປບໍ່, ເປີດໄຟທຸກດອກທົ່ວເຮືອນຈົນເປັນນິໄສ ຫຼື ເປີດແອໃນຫ້ອງທີ່ບໍ່ມີຄົນຢູ່ ເຊິ່ງພຶດຕິກຳທີ່ເຮົາຄິດວ່າເລັກໜ້ອຍແບບນີ້ ອາດຈະສົ່ງຜົນໃຫ້ຕົວເລກຄ່ານ້ຳ – ຄ່າໄຟຫຼຸດລົງໄດ້ຫຼາຍພໍສົມຄວນ ແລະ ຈະສົ່ງຜົນດີກັບຄ່າໃຊ້ຈ່າຍຂອງເຮົາໃນແຕ່ລະເດືອນ.

3. ເພີ່ມລາຍໄດ້: ວິທີການທີ່ຈະຮັບມີກັບເງິນເຟີ້ໄດ້ດີອີກຢ່າງໜຶ່ງກໍຄື ການເພີ່ມຊ່ອງທາງລາຍໄດ້ ເຮົາລອງໃຊ້ເວລາຄິດທົບທວນເບິ່ງວ່າ ເຮົາສາມາດເຮັດຫຍັງໄດ້ແດ່ເພື່ອຈະສາມາດເຮັດໃຫ້ເຮົາມີລາຍໄດ້ເພີ່ມຂຶ້ນ ອາດຈະບໍ່ຫຼາຍແຕ່ກໍພໍໃຊ້ຈ່າຍ ເຊິ່ງແນ່ນອນວ່າຕ້ອງເປັນສິ່ງທີ່ບໍ່ໃຊ້ທຶນຫຼາຍ ຫຼື ເວລາສັ້ນ ທີ່ຈະບໍ່ລົບກວນກັບວຽກປະຈຳ ຫຼື ວ່າຖ້າຫາກເຮົາມີຄວາມສາມາດໃດໜຶ່ງທີ່ສາມາດນໍາມາຕໍ່ຍອດເພື່ອສ້າງເປັນລາຍຮັບໄດ້ກໍຈະເປັນການດີ ຫຼື ຫາວຽກເສີມເຮັດໃນຍາມວ່າງ ແຕ່ແນວໃດກໍຕາມກໍຕ້ອງຮູ້ຈັກບໍລິຫານເວລາເພື່ອບໍ່ໃຫ້ມີຜົນກະທົບຕໍ່ວຽກຫຼັກ, ເວລາທີ່ໃຊ້ກັບຄອບຄົວ ແລະ ເວລາພັກຜ່ອນ.

4. ການວາງແຜນການເດີນທາງໃນແຕ່ລະຄັ້ງ: ໃນປັດຈຸບັນທີ່ລາຄານ້ຳມັນແພງຄືແນວນີ້ ການຈະໄປໃສມາໃສຄວນວາງແຜນໃນການເດີນທາງຈະເປັນການດີ ຄົນສ່ວນຫຼາຍຕ້ອງອອກໄປເຮັດວຽກເຊິ່ງຈຳເປັນຕ້ອງມີລາຍຈ່າຍຄ່ານ້ຳມັນໃນແຕ່ລະມື້, ສະນັ້ນເຮົາຕ້ອງຮູ້ຈັກວາງແຜນໃນການເດີນທາງ ໂດຍຄວນຂັບລົດອອກນອກເສັ້ນທາງໃຫ້ໜ້ອຍທີ່ສຸດ, ຫຼຸດການອອກຈາກບ້ານໃນມື້ພັກເຊັ່ນ: ການອອກໄປຫຼິ້ນ – ທ່ຽວ ຫຼື ໄປເລາະຊອກຊື້ເຄື່ອງຕ່າງໆ ຄວນປ່ຽນເປັນໄປຫຼິ້ນໃຫ້ໜ້ອຍລົງອາດຈະເດືອນລະ 1 ຄັ້ງຈະເປັນການດີ ແລະ ໃນການອອກໄປຊື້ເຄື່ອງທຸກຄັ້ງຄວນວາງແຜນໃຫ້ດີວ່າຈະຊື້ຫຍັງແດ່ ເພື່ອບໍ່ໃຫ້ຈຳເປັນຕ້ອງໄດ້ເດີນທາງໄປຊື້ຫຼາຍຄັ້ງ.
ເຫຼົ່ານີ້ແມ່ນເປັນພຽງບາງວິທີທີ່ຈະຊ່ວຍໃຫ້ເຮົາສາມາດຢູ່ລອດໃນໄລຍະວິກິດການເງິນເຟີ້ຄືໃນເວລານີ້ ເຊິ່ງນອກນັ້ນກໍຍັງມີອີກຫຼາຍໆວິທີທີ່ເຮົາສາມາດນຳໃຊ້ເພື່ອໃຫ້ຢູ່ລອດໃນສະພາບການຄືແນວນີ້ ບໍ່ວ່າຈະເປັນການລົງທຶນ, ການບັນທຶກລາຍຮັບ – ລາຍຈ່າຍ ແລະ ອື່ນໆ.