5 ເດືອນຕົ້ນປີນີ້ ຫວຽດນາມ ສົ່ງອອກທຸລຽນເພີ່ມຂຶ້ນ 18 ເທົ່າ

54

ສຳນັກຂ່າວຊິນຫົວລາຍງານວ່າ: ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເປີດເຜີຍວ່າ ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາ 2023 ຫວຽດນາມ ມີລາຍໄດ້ຈາກການສົ່ງອອກທຸລຽນຫຼາຍກວ່າ 500 ລ້ານໂດລາສະຫະລັດ ເພີ່ມຂຶ້ນເຖິງ 18 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

อาจเป็นรูปภาพของ 1 คน และ น้อยหน่า

ກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມ ລະບຸວ່າ: ປະລິມານການສົ່ງອອກທຸລຽນໃນ 5 ເດືອນຕົ້ນປີນີ້ ສູງເຖິງ 65.000 ໂຕນ ເພີ່ມຂຶ້ນ 41% ເມື່ອທຽບໃສ່ໝົດປີ 2022 ຜ່ານມາ ໂດຍສ່ວນໃຫຍ່ແມ່ນສົ່ງອອກໄປຈີນ ກວມເອົາ 97% ຂອງການສົ່ງອອກທຸລຽນທັງໝົດ.

ທັງນີ້, ລະດູເກັບກູ້ການຜະລິດທຸລຽນຂອງຫວຽດນາມ ເລີ່ມຂຶ້ນເມື່ອເດືອນພຶດສະພາຜ່ານມາ ເຮັດໃຫ້ຍອດສົ່ງອອກເດືອນດັ່ງກ່າວນີ້ ເພີ່ມສູງຂຶ້ນເປັນປະຫວັດການທະລຸ 332 ລ້ານໂດລາສະຫະລັດ, ສູງກວ່າເດືອນເມສາ ເຖິງ 10 ເທົ່າ.

ປັດຈຸບັນຫວຽດນາມ ມີເນື້ອທີ່ປູກທຸລຽນປະມານ 293 ແຫ່ງ ແລະ ມີໂຮງງານບັນຈຸຫີບຫໍ່ 115 ແຫ່ງ ເຊິ່ງທັງໝົດໄດ້ຮັບໂກຕາສົ່ງອອກໄປຈີນ. ຂໍ້ມູນຈາກກົມໃຫຍ່ພາສີຂອງຈີນ ໃຫ້ຮູ້ວ່າ: ເມື່ອປີຜ່ານມາ ຈີນ ນຳເຂົ້າທຸລຽນສູງເຖິງ 825.000 ໂຕນ.