ເຍົາວະຊົນລາວ ເກືອບ 200 ຄົນຮ່ວມຝຶກຊ້ອມບານເຕະ ທີ່ສູນ ຈໍາປີ-ຈໍາປາ ແຫ່ງທີ 3 ແຂວງຈຳປາສັກ

40

ສູນພັດທະນາກີລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ແຫ່ງທີ 3 ກາຍເປັນສູນທີ່ໄດ້ຮັບຄວາມສົນໃຈຈາກນ້ອງໆເຍົາວະຊົນຫຼາຍທີ່ສຸດ ເນື່ອງຈາກມີນັກກີລາໃຫ້ຄວາມສົນໃຈເຂົ້າຮ່ວມຝຶກຊ້ອມ ແລະ ຮຽນເຕະບານເກືອບ 200 ຄົນແລ້ວໃນປັດຈຸບັນ ຈົນຕ້ອງຢຸດຮັບສະໝັກຊົ່ວຄາວ ເພື່ອປັບປຸງລະບົບ ແລະ ອື່ນໆ ເພື່ອຮອງຮັບຈໍານວນເພີ່ມຕື່ມໃນອະນາຄົດ.

ສູນພັດທະນາກີລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກີລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກີລາບານເຕະ ແລະ ພັດທະນາກີລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ ເຊິ່ງປັດຈຸບັນແມ່ນມີ 3 ສູນຝຶກຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ໂດຍສະເພາະແຫ່ງທີ 3 ທີ່ແຂວງຈໍາປາສັກ ໄດ້ເປີດນໍາໃຊ້ທາງການໃນວັນທີ 30 ເມສາ 2023.

ຫຼ້າສຸດວັນທີ 18 ມິຖຸນາ 2023 ທ່ານ ອານຸກຸນ ໄຊສະໝຸດ ຄະນະຄູຝຶກຂອງທີມເຍົາວະຊົນໃນໂຄງການ ຈໍາປີ-ຈໍາປາ ທີ່ແຂວງຈໍາປາສັກ ໃຫ້ສໍາພາດວ່າ: ຖືວ່າເປັນການດີທີ່ທາງ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ເປີດໂຄງການນີ້ຢູ່ແຂ່ງຈໍາປາສັກ ເພື່ອໃຫ້ເຍົາວະຊົນແຂວງໄດ້ຝຶກຊ້ອມ ແລະ ໄດ້ຮຽນຖືກຕ້ອງຕາມຫຼັກສູດ ເພື່ອເປັນພື້ນຖານໃຫ້ກັບເດັກນ້ອຍ ໄດ້ມີພື້ນຖານໃນການຫຼິ້ນກີລາບານເຕະ ແລະ ນໍາເອົາບົດຮຽນໄປນໍາໃຊ້ເຂົ້າໃນການແຂ່ງຂັນລະດັບ ໂຮງຮຽນ, ສະໂມສອນ, ແຂວງ ແລະ ລະດັບຊາດ ລວມເຖິງກ້າວສູ່ສາກົນ ໃນອະນາຄົດ.

“ ໂຄງການດັ່ງກ່າວແມ່ນມີນັກກີລາເບື້ອງຕົ້ນມາຝຶກຊ້ອມເກືອບ 130 ຄົນ ແຕ່ມາຮອດປັດບັນໂຄງການ ຈໍາປາ-ຈໍາປາ ແມ່ນໄດ້ລົງຝຶກຊ້ອມມາເປັນອາທິດທີ 9 ເຫັນວ່າທາງນັກຮຽນ ແລະ ນັກກີລາໃນແຕ່ລະລຸ້ນນັບແຕ່ 6-16 ປີແມ່ນມີຄວາມສົນໃຈຫຼາຍເກືອບ 200 ຄົນ ແລະ ປັດຈຸບັນແມ່ນປິດຮັບສະໝັກຊົ່ວຄາວ ເພື່ອມາຈັດລະບົບ ແລະ ເສີມຄູຝຶກ ເພື່ອໃຫ້ການສອນໄດ້ດີຂຶ້ນ ກ່ອນຈະເປີດຮັບເພີ່ມ ແນ່ນອນເຫັນເຖິງການພັດທະນາຂອງນັກກີລາ ຈາກການເຕະບານບໍ່ເຫັນເລີຍ ແຕ່ປັດຈຸບັນແມ່ນຫຼິ້ນໄດ້ດີ ແລະ ມີທັກສະຫຼາຍຂຶ້ນ ” ທ່ານ ອານຸກຸນ ໄຊສະໝຸດ ກ່າວ.

ຂະນະທີ່ ທ້າວ ສຸກສະຫວາດ ນັກເຕະອາຍຸ 11 ໃຫ້ສໍາພາດວ່າ: ຄວາມຝັນຂອງນ້ອງຢາກເປັນກີລາທີ່ດີ, ຢາກມີສະຂະພາບແຂງແຮງ ແລະ ຢາກຕິດທີມຊາດລາວ ໃນອະນາຄົດ. ດັ່ງນັ້ນ ເມື່ອເຫັນໂຄງການດີໆກໍຄື ຈໍາປີ-ຈໍາປາ ຈິ່ງໄດ້ເຂົ້າມາຮຽນ ແລະ ຝຶກຊ້ອມ. ເຊິ່ງນ້ອງມາຮຽນທີ່ນີ້ເປັນໄລຍະ 2 ເດືອນແລ້ວນ້ອງໄດ້ຄວາມຮູ້, ໝູ່, ທັກສະດີຂຶ້ນ ແລະ ສຸຂະພາບທີ່ດີ.

ສໍາລັບ ໂຄງການ ຈໍາປີ-ຈໍາປາ ສ້າງຕັ້ງຂຶ້ນເພື່ອເປີດການຝຶກສອນພື້ນຖານກີລາບານເຕະໃຫ້ແກ່ລູກຫຼານເຍົາວະຊົນພາຍໃນແຂວງຈໍາປາສັກໃນແຕ່ລະຮຸ່ນ ເພື່ອສ້າງໃຫ້ນ້ອງໆເຍົາວະຊົນມີການພັດທະນາກ້າວໄປສູ່ການເປັນນັກເຕະອາຊີບໃນອະນາຄົດ ໂດຍສູນພັດທະນາກີລາບານເຕະຈຳປີ-ຈຳປາທີ່ສະໜາມກີລາບານເຕະແຂວງຈໍາປາສັກ ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກີລາທີ່ມີອາຍຸບໍ່ເກີນ 6 ປີ, 8 ປີ, 10ປີ, 12 ປີ, 14 ປີ ແລະ 16 ປີ.
ຂ່າວ-ຮູບ: Larh Creators