ຫວ້ານຈອດແຄັບຊູນ ສະໝຸນໄພທໍາມະຊາດປອດສານພິດ

16

ຜະລິດຕະພັນລາວມີຫຼາຍສິ່ງດີໆ ທີ່ຫຼາຍຄົນຍັງບໍ່ຮູ້ ຜູ້ຂຽນຈຶ່ງຂໍແນະນໍາທ່ານຜູ້ອ່ານໄດ້ມາຮູ້ຈັກກັບອີກໜຶ່ງສິນຄ້າໜ້າສົນໃຈ ອັນເປັນຫົວຄິດປະດິດສ້າງທາງພູມປັນຍາທີ່ສືບທອດ ໂດຍນໍາໃຊ້ວັດຖຸດິບພາຍໃນບ້ານເຮົາເອງ.
ຖ້າຫາກທ່ານໃດມີບາດແຜຈາກການຜ່າຕັດໃໝ່ ຫຼື ເປັນບາດແຜພາຍໃນ ໂດຍສະເພາະແມ່ຍິງເກີດລູກໃໝ່ ບໍ່ຢາກກິນຢາຫຼວງ ກໍສາມາດບໍລິໂພກຫວ້ານຈອດແບບແຄັບຊູນນີ້ໄດ້ເຊັ່ນກັນ ເຊິ່ງຜະລິດຈາກຫວ້ານຈອດລາວ 100% ຊ່ວຍປິ່ນປົວບາດແຜທັງພາຍນອກ ແລະ ພາຍໃນໄດ້.

ຫວ້ານຈອດແຄັບຊູນ ແມ່ນເປັນຜະລິດຕະພັນຈາກສູນສົ່ງເສີມຜະລິດຕະພັນລາວປອດສານພິດ ຜະລິດຈາກສະໝຸນໄພທຳມະຊາດ 100%; ການຜະລິດຢານີ້ມັນແມ່ນເກີດຈາກມູນມໍລະດົກທາງພູມປັນຍາຂອງຊົນຊາດລາວທີ່ມີມາແຕ່ດຶກດຳບັນ, ຄຸນນະພາບດີ ມີຫຼາຍຄົນໄດ້ໄປບໍລິໂພກແລ້ວກັບໄປຊື້ໃໝ່ເພື່ອໄປບໍລິໂພກຕໍ່ ຫຼື ສາມາດຊື້ໄວ້ບ້ານໄວ້ເຮືອນ ປ້ອງກັນເຫດສຸກເສີນຈໍາເປັນ ແມ່ນກະທັງອາການຜື່ນຄັນຕ່າງໆກໍຮັກສາປິ່ນປົວໄດ້.


ດ້ານສັບພະຄຸນຫວ້ານຈອດ: ຊ່ວຍປິ່ນປົວບາດແຜນອກ ແລະ ໃນ, ຮັກສາຕ່ອມນໍ້າເຫຼືອງ, ຕ່ອມລູກໝາກ, ອາການເຈັບທ້ອງຖ່າຍ, ຜື່ນຄັນ, ການຜ່າຕັດ ແລະ ການອອກລູກໃໝ່ເຮັດໃຫ້ແຜດີໄວ, ຊ່ວຍປ້ອງກັນການຕິດເຊື້ອ, ປິ່ນປົວການລົງຂາວຂອງແມ່ຍິງ, ປິ່ນປົວພະຍາດໜອງໃນ ພ້ອມນີ້ຍັງຊ່ວຍຂ້າເຊື້ອໄວຣັສ, ແບກທີເຣຍຫຼາຍຊະນິດ ພຽງບໍລິໂພກ 1 – 2 ແຄັບຊູນ/ຄັ້ງ ( ຕາມອາການໜັກ – ເບົາ) ເຊົ້າ – ສວາຍ – ແລງ ກ່ອນຮັບປະທານອາຫານ 30 ນາທີ.
ການເກັບຮັກສາກໍງ່າຍ ພົກພາກໍສະດວກ ເພາະມີກວດບັນຈຸຄັກແນ່ ພຽງແຕ່ເກັບໄວ້ບ່ອນຮົ່ມອຸນຫະພູມປົກກະຕິ.
ຖ້າທ່ານໃດສົນໃຈສັ່ງຊື້ ຫຼື ຈະເປັນຕົວແທນຈໍາໜ່າຍ ສາມາດພົວພັນໄດ້ທີ່ ສູນສົ່ງເສີມຜະລິດຕະພັນລາວປອດສານພິດ ຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງປັດຈຸບັນທາງສູນມີສິນຄ້າເຖິງ 100 ລາຍການໃຫ້ທ່ານເລືອກ.