20 ປີຜ່ານມາ ການຂົນສົ່ງຜ່ານເຂື່ອນສາມຜາ ບັນລຸ 1,91 ຕື້ໂຕນ

233

ເວັບໄຊສຳນັກຂ່າວ ຊິນຫົວ ລາຍງານວ່າ: ເມື່ອວັນທີ 18 ມິຖຸນາ, ອົງການການເດີນເຮືອສາມຜາ ເປີດເຜີຍວ່າ ໃນໄລຍະ 20 ປີຜ່ານມາ ປະລິມານການຂົນສົ່ງສິນຄ້າຜ່ານປະຕູເຮືອສັນຈອນຂອງເຂື່ອນສາມຜາ ເຊິ່ງເປັນໂຄງການໄຟຟ້າພະລັງນໍ້າຂະໜາດໃຫຍ່ທີ່ສຸດຂອງໂລກ ບັນລຸເຖິງ 1,91 ຕື້ໂຕນ.

ລາຍງານລະບຸວ່າ: ລະ ຫວ່າງ 2 ທົດສະຫວັດຜ່ານມາ ມີເຮືອຫຼາຍກວ່າ 993.000 ລໍາ ທີ່ຂົນສົ່ງຜູ້ໂດຍສານປະມານ 12,24 ລ້ານຄົນ ແລ່ນຜ່ານປະຕູເຮືອດັ່ງກ່າວ ເຊິ່ງຕັ້ງຢູ່ຕອນເທິງຂອງແມ່ນໍ້າແຍງຊີ ແມ່ນໍ້າສາຍຍາວທີ່ສຸດຂອງຈີນ.

ອົງການການເດີນເຮືອກ່າວວ່າ: ນັບຕັ້ງແຕ່ມີການເປີດປະຕູເຮືອສັນຈອນ ເພື່ອທົດລອງເດີນເຮືອເມື່ອວັນທີ 18 ມິຖຸນາ 2003 ເຊິ່ງສະພາບການເດີນເຮືອໃນແມ່ນໍ້າແຍງຊີ ໄດ້ຮັບການປັບປຸງຂຶ້ນຫຼາຍ, ການບັນທຸກຂອງເຮືອສູງສຸດ ເພີ່ມຈາກ 1.000 ໂຕນ ມາເປັນ 5.000 ໂຕນ ໂດຍມີການໃຊ້ງານຈຸດແຂງຂອງການຂົນສົ່ງທາງນໍ້າຢ່າງເຕັມກໍາລັງ ເຊັ່ນ: ອາໄສພະລັງງານຕໍ່າ ກໍ່ມົນລະພິດໜ້ອຍ, ມີໄລຍະການຂົນສົ່ງທາງໄກ ແລະ ມີການຄຸ້ມຄອງດ້ານຕົ້ນທຶນ.

ສ່ວນປະລິມານການຂົນສົ່ງສິນຄ້າຜ່ານປະຕູເຮືອສັນຈອນ ເພີ່ມຂຶ້ນຢ່າງໄວວາ ໂດຍສ້າງສະຖິຕິໃໝ່ໃນປີ 2022 ມາຢູ່ທີ່ 156 ລ້ານໂຕນ.

ໂຄງການເຂື່ອນສາມຜາ ເປັນລະບົບຊົນລະປະທານອະເນກປະສົງ ປະກອບດ້ວຍເຂື່ອນຍາວ 2.309 ແມັດ ແລະ ສູງ 185 ແມັດ ພ້ອມປະຕູເຮືອສັນຈອນ 5 ຊັ້ນທາງທິດເໜືອ ແລະ ທິດໃຕ້, ມີເຄື່ອງປັ່ນໄຟຟ້າພະລັງນໍ້າ 34 ເຄື່ອງ ເຊິ່ງມີກຳລັງການຜະລິດລວມ 22,5 ລ້ານກິໂລວັດໂມງ.