7 ວິທີຫຼຸດບັນຫາຮູຂຸມຂົນກວ້າງ ອັດຕັນ ໃຫ້ກັບມານຽນໃສ

38

ສາວໆທີ່ມີບັນຫາຜິວໜ້າບໍ່ນຽນໃສ ຫຼື ມີບັນຫາຮູຂຸມຂົນກວ້າງ ມື້ນີ້ເຮົາຈະນໍາ 7 ວິທີຫຼຸດບັນຫາຮູຂຸມຂົນກວ້າງສິວອັດຕັນໃຫ້ກັບມາສົດໃສ ດັ່ງນີ້:
1. ລ້າງໜ້າໃຫ້ຖືກວິທີ: ການລ້າງໜ້າຖືເປັນການບໍາລຸງຜິວຂັ້ນພື້ນຖານ ແລະ ເປັນຂັ້ນຕອນສໍາຄັນທີ່ຊ່ວຍໃຫ້ຜິວໜ້ານຽນໃສ ສໍາລັບການລ້າງໜ້າທີ່ຖືກວິທີຕ້ອງລ້າງໜ້າດ້ວຍວິທີ double cleansing ໂດຍຕ້ອງເຊັດທໍາຄວາມສະອາດເຄື່ອງສໍາອາງໃຫ້ໝົດ ຕໍ່ໄປໃຫ້ລ້າງໜ້າທໍາຄວາມສະອາດດ້ວຍສູດທີ່ອ່ອນໂຍນ ແລ້ວໃຊ້ໂທນເນີ້ເພື່ອເປັນການກຽມ ຄວາມພ້ອມຜິວໜ້າສໍາລັບການບໍາລຸງຜິວໃນຂັ້ນຕອນຕໍ່ໄປ ສິ່ງສໍາຄັນຫ້າມບໍ່ໃຫ້ໃຊ້ຜະລິດຕະພັນທີ່ມີກົດ ຫຼື ແອວກໍຮໍ ແລະ ບໍ່ຄວນຂັດຜິວແຮງໆ ແຕ່ໃຫ້ເຊັດໜ້າເບົາໆດ້ວຍການໃຊ້ຜ້າເຊັດໃຫ້ສະອາດ.

2. ໃຊ້ຜະລິດຕະພັນບໍາລຸງຜິວໜ້າຊະນິດນໍ້າ: ວິທີນີ້ຈະຊ່ວຍຕື່ມຄວາມຊຸ່ມຊື່ນໃຫ້ຜິວໄດ້ດີ ເນື່ອງຈາກເປັນຜະລິດຕະພັນທີ່ມີສານອອກລິດຫຼາຍປະເພດສໍາລັບສາວໆທີ່ມີຮູຂຸມຂົນກວ້າງ ແລະ ມີຜິວໜ້າມັນ ຄວນເລືອກໃຊ້ຜະລິດຕະພັນບໍາລຸງຜິວທີ່ປາສະຈາກນໍ້າມັນ ເນື່ອງຈາກຜະລິດຕະພັນນີ້ອາດສົ່ງຜົນເຮັດໃຫ້ນໍ້າມັນສ່ວນເກີນທີ່ສະສົມຕາມຜິວໜ້າ ແລະ ສາມາດເຮັດໃຫ້ຮູຂຸມຂົນໃຫຍ່ຂຶ້ນ ກວ່າເກົ່າ.
3. ໃຊ້ຄຣີນເຊີແບບເຈວ ແລະ ບໍ່ມີສ່ວນປະສົມຂອງນໍ້າມັນ ຫຼື ແອວກໍຮໍ ຈັດເປັນຜະລິດຕະພັນບໍາລຸງຜິວທີ່ມີສະພາບຜິວມັນ ແລະ ຮູຂຸມຂົນກວ້າງ ໂດຍຈະສາມາດລ້າງຄວາມມັນ ແລະ ຮູຂຸມຂົນໄດ້ດີ ພ້ອມທັງຊ່ວຍຫຼຸດຂະໜາດຂອງຮູຂຸມຂົນໃຫ້ນ້ອຍລົງໄດ້.
4. ໝັ່ນດູແລຜິວໃຫ້ຊຸ່ມຊື່ນຢູ່ສະເໝີ: ການດູແລຜິວໃຫ້ຊຸ່ມຊື່ນຢູ່ສະເໝີ ຈະຊ່ວຍຫຼຸດການຂະຫຍາຍຂອງຮູຂຸມຂົນໄດ້ ເລີ່ມຕົ້ນຈາກການລ້າງໜ້າໃຫ້ສະອາດ ແລະ ເຊັດຜິວໃຫ້ແຫ້ງກ່ອນສະເໝີ ຈາກນັ້ນຈຶ່ງທາມອຍເຈີໄລ້ເຊີເພື່ອຕື່ມຄວາມຊຸ່ມຊື່ນ ແລະ ຄວາມອ່ອນນຸ່ມໃຫ້ກັບຜິວ ວິທີນີ້ຍັງຊ່ວຍໃຫ້ນໍ້າມັນຈາກຕ່ອມໄຂມັນສາມາດຊຶມເຂົ້າສູ່ຜິວໄດ້ເລິກຍິ່ງຂຶ້ນ.

5. ທາຄຣີມກັນແດດທຸກ ມື້: ການທາຄຣີມກັນແດດເປັນການປ້ອງກັນຜິວທີ່ມີປະສິດທິພາບ ແລະ ເປັນວິທີຫຼຸດບັນຫາຮູຂຸມຂົນກວ້າງ ພ້ອມທັງປັບສະພາບຜິວໃຫ້ກັບມານຽນໃສ ແນະນໍາໃຫ້ໝັ່ນທາຄຣີມກັນແດດທຸກມື້ເພື່ອບໍ່ໃຫ້ຜິວຖືກແສງແດດທໍາລາຍ ເຊິ່ງແສງແດດເປັນສິ່ງທີ່ເຮັດໃຫ້ຜິວມັກພົບກັບບັນຫາຕ່າງໆໄດ້ງ່າຍ.
6. ເຊັດລ້າງເຄື່ອງສໍາອາງໃຫ້ສະອາດ: ການເຊັດລ້າງເຄື່ອງສໍາອາງໃຫ້ໝົດ ມີສ່ວນຊ່ວຍໃຫ້ຜິວນຽນ ໂດຍສະເພາະແມ່ນກ່ອນນອນຄວນໃຫ້ຄວາມສໍາຄັນກັບການລ້າງເຄື່ອງສໍາອາງໃຫ້ໝົດກ່ອນຈຶ່ງເຂົ້ານອນ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາຮູຂຸມຂົນອັດຕັນ ແລະ ພາໃຫ້ເກີດບັນຫາສິວຕາມມາ.
ສາວໆຄົນໃດທີ່ມີຄວາມກັງວົນ ຫຼື ບໍ່ໝັ້ນໃຈ ຜິວໜ້າບໍ່ນຽນໃສ ແນະນໍາໃຫ້ລອງໃຊ້ 7 ວິທີນີ້ໃນການດູແລຜິວໜ້າໃນແຕ່ລະມື້ ວິທີນີ້ຈະຊ່ວຍຫຼຸດຮູຂຸມຂົນຂອງເຮົານ້ອຍລົງ ແລະ ຍັງຊ່ວຍປັບສະພາບຜິວໜ້າໃຫ້ນຽນໃສຂຶ້ນກວ່າເກົ່າ.
[ ຂໍ້ມູນຈາກ: Sanook]