ຕຳແຈ່ວໜໍ່ຫວາຍ ກິນແບບແຊບໆ

44

ໜໍ່ຫວາຍ ແມ່ນຢູ່ໃນຕະກູນດຽວກັບ ໜໍ່ບຸ່ນ, ໜໍ່ສານ, ໜໍ່ແຍ້ ເປັນອາຫານພື້ນເມືອງຂອງລາວເຮົາ, ຄົນລາວນິຍົມນຳໄປປຸງແຕ່ງອາຫານ ເຊັ່ນ: ເອາະ, ແກງ, ອ່ອມ, ແຈ່ວ ເປັນຕົ້ນ. ມື້ນີ້ເຮົາຈະນຳເອົາວິທີເຮັດແຈ່ວ ໜໍ່ຫວາຍ ມານຳສະເໜີເພາະນອກຈາກທ່ານຈະໄດ້ກິນແບບແຊບໆຕາມລົດຊາດທີ່ທ່ານມັກແລ້ວ ກໍຈະໄດ້ກິນຫຼາຍແບບຈຸໃຈອີກ.

▶ວັດຖຸດິບ: ໜໍ່ຫວາຍ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ເກືອ, ແປ້ງນົວ, ຂ່າ, ຫົວຜັກທຽມ, ຫົວຜັກບົ່ວ, ຫອມປ້ອມ, ຫອມບົ່ວ, ນໍ້າປາ.
▶ວິທີເຮັດ: ນຳໜໍ່ຫວາຍ ໄປເຜົາໄຟ ( ເຜົາໃຫ້ໄໝ້ດ້ານນອກ ກະໃຫ້ດ້ານໃນສຸກ ) ແລ້ວນຳມາປອກເອົາໜໍ່ອ່ອນດ້ານໃນ. ຈີ່ໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມ ແລະ ຂ່າ ( ຂ່າ ສາມາດໃສ່ດິບ ຫຼື ຈະຈີ່ກໍໄດ້) ຫຼັງຈາກທຸກຢ່າງສຸກ ແລະ ກຽມພ້ອມໝົດແລ້ວກໍເລີ່ມຕຳໄດ້.

ໂດຍເລີ່ມຕຳໝາກເຜັດ, ຫົວຜັກທຽມ, ຫົວຜັກບົ່ວ, ຂ່າ ( ຊອຍມຸ່ນ ), ເກືອ, ແປ້ງນົວ. ລະອຽດແລ້ວ ໃຫ້ນຳໜໍ່ຫວາຍ ທີ່ປອກສຳເລັດມາຕັດເປັນຕ່ອນສໍ່າ 1 – 2 ຂໍ້ມື ແລ້ວຕຳໃຫ້ລະອຽດ ຈາກນັ້ນກໍປຸງລົດຊາດຕາມໃຈມັກ, ຈາກນັ້ນກໍຊອຍຫອມບົ່ວ ແລະ ຫອມປ້ອມລົງກໍຖືວ່າສຳເລັດ ແລະ ພ້ອມເສີບໄດ້.
[ ໂດຍ: ນົກແຕນແວນ ]