5 ຜົນດີຂອງການອອກກໍາລັງກາຍດ້ວຍການຍ່າງ

181

ການຍ່າງ ເປັນວິທີການອອກກຳລັງກາຍທີ່ມີສ່ວນຊ່ວຍຫຼຸດນໍ້າໜັກ ແລະ ຫຼຸດຄວາມສ່ຽງໃນການເປັນພະຍາດຕ່າງໆໄດ້ເປັນຢ່າງດີ ຈະຊ່ວຍໃຫ້ສຸຂະພາບ ແລະ ຫຼອດເລືອດດີຂຶ້ນຢ່າງຊັດເຈນຈຶ່ງເປັນຜົນເຮັດໃຫ້ຫຼຸດອັດຕາການຕາຍ ແລະ ຊ່ວຍໃຫ້ອາຍຸຍືນຍາວ ພ້ອມທັງຊ່ວຍໃຫ້ສຸຂະພາບຮ່າງກາຍໂດຍລວມດີຂຶ້ນດັ່ງນີ້:

1. ສຸຂະພາບຫົວໃຈແຂງແຮງ: ການຍ່າງອອກກໍາລັງກາຍທຸກມື້ ມີສ່ວນເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ແຂງແຮງຂຶ້ນ ດົນໆໄປຈະເຮັດໃຫ້ຫົວໃຈສາມາດສົ່ງເລືອດໄປຍັງສ່ວນຕ່າງໆໄດ້ງ່າຍ ແລະ ມີປະສິດທິພາບເພີ່ມຂຶ້ນ. ນອກຈາກນີ້, ຍັງຊ່ວຍເພີ່ມຄວາມທົນທານຂອງຫົວໃຈ ແລະ ຫຼອດເລືອດ ຈຶ່ງເຮັດໃຫ້ເຮົາອອກກໍາລັງກາຍໜັກ ແລະ ດົນໄດ້.
2. ກະດູກ ແລະ ຂໍ້ແຂງແຮງ: ການຍ່າງອອກກໍາລັງກາຍເປັນການອອກກໍາລັງກາຍທີ່ຕ້ອງຮັບນໍ້າໜັກ, ດັ່ງນັ້ນຈຶ່ງຊ່ວຍເພີ່ມຄວາມໜາແໜ້ນຂອງກະດູກ ແລະ ຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດກະດູກຜ່ອຍ ແລະ ຫັກ ໄດ້ເປັນຢ່າງດີ ເນື່ອງຈາກການຍ່າງຊ່ວຍກະຕຸ້ນກະດູກຕີນ ແລະ ກະຕຸ້ນການເຄື່ອນໄຫວຂອງຫົວເຂົ່າ, ຂໍ້ຕີນ ແລະ ກະໂພກ.

3. ຮ່າງກາຍເຜົາຜານພະລັງງານໄດ້ດີ: ເນື່ອງຈາກການຍ່າງອອກກໍາລັງກາຍ ຊ່ວຍໃຫ້ເຮົານອນຫຼັບດີ ສົ່ງຜົນໃຫ້ຮ່າງກາຍເຜົາຜານພະລັງງານສ່ວນເກີນໄດ້ໃນລະຫວ່າງທີ່ເຮົາຍ່າງຮ່າງກາຍຈະຫຼັ່ງສານເອັນໂດຣຟິນເພື່ອເພີ່ມພະລັງງານ ເຮັດໃຫ້ຮ່າງກາຍເກີດການຕື່ນຕົວ ແລະ ສາມາດອອກກໍາລັງກາຍໄດ້ດົນຂຶ້ນ.
4. ອາລົມແຈ່ມໃສ: ການຍ່າງມີສ່ວນຊ່ວຍໃຫ້ອາລົມແຈ່ມໃສ ເນື່ອງຈາກຮ່າງກາຍຈະປ່ອຍສານສື່ປະສາດຄື ເອັນໂດຣຟິນ ເຊິ່ງເປັນສານທີ່ຊ່ວຍກະຕຸ້ນຄວາມສຸກ ແລະ ຊ່ວຍຫຼຸດຄວາມຕຶງຄຽດ ເຊິ່ງຜົນທີ່ຕາມມາກໍຄືການເຮັດໃຫ້ເຮົາສາມາດຈັດການກັບຄວາມວິຕົກກັງວົນ ແລະ ຫຼີກລ່ຽງຈາກການເປັນໂລກຊຶມເສົ້າໄດ້ອີກດ້ວຍ.

5. ຊ່ວຍໃຫ້ນອນຫຼັບໄວ ແລະ ຫຼັບດີ: ການຍ່າງອອກກໍາລັງກາຍສາມາດເຮັດໃຫ້ການນອນຂອງເຮົາມີຄຸນນະພາບຫຼາຍຂຶ້ນ ໂດຍຈະເຮັດໃຫ້ຫຼັບໄວ ແລະ ຫຼັບເລິກ ຈຶ່ງສົ່ງຜົນເຮັດໃຫ້ຈິດໃຈຜ່ອນຄາຍ ບໍ່ເຮັດໃຫ້ເກີດຄວາມຕຶງຄຽດຈາກການນອນບໍ່ຫຼັບ ຫຼື ນອນຫຼັບບໍ່ພຽງພໍ.
ໃຜທີ່ອອກກຳລັງກາຍ ເພື່ອຕ້ອງການໃຫ້ສາມາດຫຼຸດນໍ້າໜັກລົງໄດ້ ຫຼື ເພື່ອຕ້ອງການໃຫ້ສຸຂະພາບຫ່າງໄກຈາກພະຍາດຕ່າງໆ ແນະນໍາໃຫ້ໃຊ້ວິທີການອອກກຳລັງກາຍດ້ວຍການຍ່າງທຸກມື້ ວິທີນີ້ເປັນການອອກກຳລັງກາຍທີ່ບໍ່ຕ້ອງອອກແຮງຫຼາຍຈົນເກີນໄປ ແລະ ຍັງບໍ່ຕ້ອງໃຊ້ອຸປະກອນເສີມໃດໆ ແຕ່ໄດ້ສຸຂະພາບຮ່າງກາຍທີ່ດີກັບມາ.
[ ຂໍ້ມູນຈາກ: Sanook ]