ປີ້ງ ປາລຽນໄຟ ກິນກັບຕຳໝາກຖົ່ວ ຫຼື ຕຳໝາກຫຸ່ງເຂົ້າກັນດີ

67

ປາລຽນໄຟ ເປັນປາຊະນິດໜຶ່ງທີ່ມີຄີ ແລະ ຫາງສີແດງ ທີ່ຈະມີຫຼາຍໃນໄລຍະເດືອນ 6 ຫາ ເດືອນ 10, ດັ່ງນັ້ນ ປາຊະນິດນີ້ກ້າງຈະຫຼາຍແດ່ ແຕ່ຊີ້ນມັນຈະແຊບ ແລະ ຈະມັນດີໃນໄລຍະເດືອນ 9 ຫາ ເດືອນ 10 ປາຈະແຊບສຸດ ແຕ່ວິທີທີ່ຈະເຮັດໃຫ້ກິນງ່າຍກໍຄືເວລາຈະປີ້ງແມ່ນໃຫ້ເອົາມາຫັ່ນລວງຕັ້ງໃຫ້ຖີ່ໆ ( ຕັດກ້າງໃຫ້ມຸ່ນໆ ) ກໍຈະກິນງ່າຍ ເຊິ່ງປາລຽນໄຟ ແມ່ນເອົາມາປີ້ງແມ່ນຈະແຊບ ກວ່າເຮັດເມນູອື່ນ ເຊິ່ງປີ້ງປາລຽນໄຟ ກິນກັບຕຳໝາກຖົ່ວ ຫຼື ຕຳໝາກຫຸ່ງແມ່ນກິນເຂົ້າກັນສຸດໆ.

▶ ວິທີເຮັດ: ປາລຽນໄຟ, ເກືອ, ແປ້ງນົວ, ໝາກເຜັດ, ໝາກຖົ່ວ ຫຼື ໝາກຫຸ່ງ, ກະປິ, ຫົວຜັກທຽມ, ນໍ້າປາ ຫຼື ນໍ້າປາແດກ, ນໍ້າຕານ, ໝາກນາວ, ໝາກເຫຼ່ນນ້ອຍ.

▶ ວິທີເຮັດປີ້ງປາ: ນໍາປາລຽນໄຟໄປລ້າງສະອາດ ( ພຽງແຕ່ປາດເອົາຂີ້ອອກ ສາມາດປີ້ງໄດ້ທັງເກັດ ) ແລ້ວໂຮຍເກືອລົງໄປ ຈາກນັ້ນກໍນຳໄປປີ້ງໄຟອ່ອນປານກາງ.

ເຮັດຕຳໝາກຖົ່ວ ຫຼື ຕຳໝາກຫຸ່ງ: ເຄື່ອງປຸງແມ່ນຄືກັນ ( ຖ້າເປັນໝາກຖົ່ວແມ່ນລ້າງແລ້ວນຳມາຕັດເປັນທ່ອນສັ້ນ ປະມານ 1 – 2 ຂໍ້ມື ຖ້າເປັນໝາກຫຸ່ງແມ່ນປອກເປືອກລ້າງຝັກແລ້ວຊອຍ ) ນຳໝາກເຜັດ, ຫົວຜັກທຽມ, ກະປິ, ນໍ້າຕານລົງໃສ່ຄົກຕຳໃຫ້ລະອຽດ, ຈາກນັ້ນກໍເອົາໝາກຖົ່ວລົງໄປຕຳໃຫ້ແຕກ ຖ້າເປັນໝາກຫຸ່ງກໍນຳມາໃສ່ເລີຍ ຈາກນັ້ນກໍບີບໝາກນາວລົງໄປ ຊອຍໝາກເຫຼ່ນນ້ອຍລົງໄປ ພ້ອມນໍ້າປາ ຫຼື ນໍ້າປາແດກ ( ຖ້າໃຜບໍ່ກິນປາແດກໃສ່ແຕ່ນໍ້າປາກໍໄດ້ ) ຈາກນັ້ນກໍຕຳໃຫ້ເຂົ້າກັນ ຊີມ ແລະ ປຸງລົດຊາດຕາມໃຈມັກ ເທົ່ານີ້ທ່ານກໍໄດ້ປີ້ງປາລຽນໄຟ ກິນກັບຕຳໝາກຖົ່ວ ຫຼື ຕຳໝາກຫຸ່ງແລ້ວ.
[ ໂດຍ: ນົກແຕນແວນ ]