ປິດລົງຢ່າງສວຍງາມ ການແຂ່ງຂັນເທັນນິສລາຍການ Tigerhead open 2023

48

ຈົບລົງໄປແລ້ວສໍາລັບການແຂ່ງຂັນ Tigerhead open 2023 ແລະ ໄດ້ມີພິທີປິດຢ່າງເປັນທາງການ ໃນວັນທີ 17 ມິຖຸນາ 2023 ທີ່ ສະໂມສອນວຽງຈັນເທັນນິສຄັບ ໂດຍການເຂົ້າຮ່ວມຂອງ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ເລຂາທິການໂອແລມປິກແຫ່ງຊາດລາວ, ທ່ານ ສູນທອນພົມມະຈັກ ປະທານບໍລິສັດເບຍລາວ, ທ່ານ ດາວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດເບຍລາວຈໍາກັດ ພ້ອມດ້ວຍຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງການຈັດການແຂ່ງຂັນຄັ້ງນີ້ ສະໂມສອນວຽງຈັນເທັນນິສຄັບ ຈັດຂຶ້ນເພື່ອຈຸດປະສົງໃນການແຂ່ງຂັນເທື່ອນີ້ກໍແມ່ນ ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຈັດຂຶ້ນລະຫວ່າງວັນທີ 2-17 ມິຖຸນາ 2023, ແລະ ໃນວັນທີ 17 ມິຖຸນາ 2023 ກໍເປັນມື້ປິດການແຂ່ງຂັນ ແລະ ມອບຮັບລາງວັນຢ່າງເປັນທາງການ

ໂອກາດດັ່ງກ່າວ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດເບຍລາວຈໍາກັດ ໄດ້ກ່າວວ່າ : ໃນນາມຕາງໜ້າໃຫ້ຄະນະຜູ້ບໍລິຫານບໍລິສັດເບຍລາວ ກໍຮູ້ສຶກດີໃຈ ແລະ ເປັນກຽດ ທີ່ໃຫ້ທາງບໍລິສັດພວກເຮົາໄດ້ມີສ່ວນຮ່ວມໃນການ ສົ່ງເສີມກິລາທີ່ເປັນປະໂຫຍດແກ່ສັງຄົມ, ເຊິ່ງທາງບໍລິສັດຂອງພວກເຮົາຍາມໃດກໍໄດ້ເອົາໃຈໃສ່ ທາງວັດທະນະທຳ ແລະ ທາງດ້ານການກິລາໄປຄູ່ກັນ ແລະ ນີ້ກໍເປັນອີກກິລາໜຶ່ງທີ່ເຮົາໃຫ້ການສະໜັບສະໜຸນກິລາເທັນນິສ, ເຫັນວ່າມີນັກກິລາໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ພວມທັງທ່ານຜູ້ຊົມຜູ້ເຊຍເປັນຈຳນວນຫຼວງຫຼາຍ.

ສຳລັບຜົນການແຂ່ງຂັນແຕ່ລະລຸ້ນ ແຕ່ລະປະເພດແມ່ນມີດັ່ງນີ້
-ລາຍການທີ 1ະເພດດ່ຽວລຸ້ນ 8-12 ປີ ຊະນະເລີດແມ່ນ ທ້າວ ພູຜາ ແລະ ຮອງຊະນະເລີດແມ່ນ ທ້າວ ເປັນຈາບິນ ລີ
-ລາຍການທີ 2 ປະເພດດ່ຽວລຸ້ນ 12-16 ປີ ຊະນະເລີດແມ່ນ ທ້າວ ໄດຣມອນ ບຸນທະລາ (ເງິນລາງວັນ 800,000 ກີບ ພ້ອມຂັນລາງວັນ) ແລະ ຮອງຊະນະເລີດແມ່ນ ນາງ ທິລະດາ ພົມມະຈັກ (ເງິນລາງວັນ 500,000 ກີບ ພ້ອມຂັນລາງວັນ)
-ລາຍການທີ 3 ປະເພດທົ່ວໄປສາຍ ກ ຊະນະເລີດແມ່ນ ທ່ານ ສະຖາພອນ ສິມມາລາວົງ (ເງິນລາງວັນ 1,000,000 ກີບ ພ້ອມຂັນລາງວັນ), ຮອງຊະນະເລີດແມ່ນ ທ່ານ ວິທະຍາ ລາຊາວະດີ (ເງິນລາງວັນ 600,000 ກີບ ພ້ອມຂັນລາງວັນ)

-ລາຍການທີ 4 ປະເພດຄູ່ທົ່ວໄປສາຍ ກ ຊະນະເລີດແມ່ນ ທ່ານ ວິທະຍາ ຣາຊາວະດີ ແລະ ທ່ານ ອານັນດອນ ຄຳພູມີ (ລາງວັນ 800.000 ກີບ ພ້ອມຂັນລາງວັນ).
-ລາຍການທີ 5 ປະເພດດ່ຽວ ຂ ຊະນະເລີດແມ່ນ ທ່ານ ຈຳນຽນ ສີຫາວົງ (ເງິນລາງວັນ 1,000,000 ກີບ ພ້ອມຂັນລາງວັນ)
-ລາຍການທີ 6 ປະເພດຄູ່ ຂ ຊະນະເລີດ ແມ່ນ ທ່ານ ຄຳຫຼ້າ ພອນປະເສີດ ແລະ ທ່ານ ພຸດທະວົງ ບຸນທົງວົງສາລີ (ເງິນລາງວັນ 800,000 ກີບ ພ້ອມຂັນລາງວັນ)
-ລາຍການທີ 7 ປະເພດດ່ຽວ ຄ ຊະນະເລີດໄດ້ແກ່ Mr Philip (ເງິນລາງວັນ 1,000,000 ກີບ ພ້ອມຂັນລາງວັນ)
-ລາຍການທີ 8 ປະເພດຄູ່ ຄ ຊະນະເລີດ ແມ່ນ ທ່ານ ແສງພອນ ພົນອາມາດ ແລະ ທ່ານ ສົມສັກ ສະກຸນຄຳ (ເງິນລາງວັນ 800,000 ກີບ ພ້ອມຂັນລາງວັນ)

-ລາຍການທີ 9 ປະເພດຄູ່ ອາຍຸລວມກັນ 75 ປີຂຶ້ນໄປ ຊະນະເລີດໄດ້ແກ່ ທ່ານ ອິນທະນູ ເດືອນສະຫວັນ ແລະ ຈຳນຽນ ສີຫາວົງ (ເງິນລາງວັນ 800,000 ກີບ ພ້ອມຂັນລາງວັນ)
-ລາຍການທີ 10 ປະເພດຄູ່ປະສົມ ຊະນະເລີດໄດ້ແກ່ ທ່ານ ອາໂນລົງ ແລະ ນາງ ມະນພອນ ປະຖຸມມາ ກູໂຣແມັ້ນ
ສ່ວນນັກກິລາທີ່ເຫຼືອແມ່ນໄດ້ມອບຫຼຽນໃຫ້ເປັນການຊົມເຊຍໃນຄວາມຕັ້ງໃຈໃນການແຂ່ງຂັນ
ແລະ ພິເສດຄັ້ງນີ້ຍັງໄດ້ມີການຈັດການແຂ່ງຂັນ Soft Tennis ຂຶ້ນເປັນເທື່ອແລກ ແລະ ກໍໄດ້ ຄູ່ແຊ້ມເປັນທີ່ຮຽບຮ້ອຍຄື
-ປະເພດຄູ່ກິລາ Soft Tennis ຊະນະເລີດ ໄດ້ແກ່ ທ້າວ ເບັກກີ້ ວົງພັກດີ ແລະ ທ້າວ ພັດທະນາ ຫຼວງສີສົມບັດ (ເງິນລາງວັນ 800,000 ພ້ອມຂັນລາງວັນ)
ຂ່າວ-ຮູບ: Larh Creators – A