ສະຖານທູດໄທ ຊ່ວຍຝຶກອົບຮົມການເຮັດອາຫານ ແລະ ເຂົ້າໜົມໄທ ໃຫ້ນັກຮຽນ

126

ໃນວັນທີ 12-13 ມິຖຸນາ 2023 ທີ່ຜ່ານມາ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ຈັດໂຄງການຝຶກອົບຮົມການເຮັດອາຫານ ແລະ ເຂົ້າໜົມໄທ ໃຫ້ແກ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ.

อาจเป็นรูปภาพของ 15 คน และ โสร่ง

ໂດຍມີ ທ່ານນາງ ສິຣິພອນ ຈາມນ້ອຍພົມ ພະນັກງານບໍລິການ (ຜູ້ປຸງແຕ່ງອາຫານ) ແລະ ທ່ານ ວະສັນ ສົມໝັ່ນ ພະນັກງານບໍລິການ ຈາກສະຖານເອກອັກຄະຣາຊະທູດໄທ ເດີນທາງໄປເປັນວິທະຍາກອນຝຶກອົບຮົມໃຫ້ແກ່ອາຈານ ແລະ ນັກຮຽນໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ຈຳນວນ 15 ຄົນ. ເຊິ່ງໃນງານປະກອບມີການຝຶກອົບຮົມການເຮັດອາຫານຄາວ ແລະ ເຂົ້າໜົມໄທຕົ້ນຕໍາລັບສະເພາະຂອງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຢ່າງລະ 6 ລາຍການ.

อาจเป็นรูปภาพของ 5 คน, ผัก และ ผ้ากันเปื้อน

ໂຄງການດັ່ງກ່າວ, ປະສົບຜົນສຳເລັດຢ່າງຈົບງາມໃນການເສີມສ້າງທັກສະປຸງແຕ່ງອາຫານໄທໃຫ້ແກ່ບຸກຄະລາກອນທີ່ມີສັກກາຍະພາບຂອງ ສປປ ລາວ ເພື່ອໃຫ້ສາມາດນຳໄປຖ່າຍທອດຄວາມຮູ້ແກ່ບຸກຄະລາກອນອື່ນໆ (train the trainers) ອັນຈະເປັນປະໂຫຍດສຳລັບການຕໍ່ຍອດເພື່ອສ້າງອາຊີບ ແລະ ສ້າງລາຍໄດ້ທີ່ຍືນຍົງໃຫ້ແກ່ຊຸມຊົນໃນພື້ນທີ່ຕໍ່ໄປ.

อาจเป็นรูปภาพของ ข้าวหมกบิรยานี, คูสคูส, จานตื้นขนาดใหญ่, กุ้ง และ กุ้ง

ໂດຍ: ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ