ໜີ້ສາທາລະນະຂອງອິຕາລີ ເພີ່ມສູງຂຶ້ນເປັນປະຫວັດການ ຢູ່ທີ່ 2.811 ຕື້ເອີໂຣ

83

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ທະນາຄານກາງຂອງອິຕາລີ ເປີດເຜີຍວ່າ: ໜີ້ສາທາລະນະຂອງອິຕາລີ ໃນເດືອນເມສາ 2023 ໄດ້ເພີ່ມຂຶ້ນ 21,8 ຕື້ເອີໂຣ ຫຼື 23,63 ຕື້ໂດລາ ເມື່ອທຽບກັບເດືອນມີນາ 2023 ເຮັດໃຫ້ໜີ້ສາທາລະນະຂອງອິຕາລີ ເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການຢູ່ທີ່ 2.811 ຕື້ເອີໂຣ.

ສະຖິຕິກ່ອນໜ້ານີ້ເກີດຂຶ້ນໃນເດືອນມີນາຜ່ານມາ ເມື່ອໜີ້ສາທາລະນະຂອງອິຕາລີ ຢູ່ທີ່ 2.790 ຕື້ເອີໂຣ.

ທະນາຄານກາງຂອງອິຕາລີ ລະບຸວ່າ: ການເພີ່ມຂຶ້ນນີ້, ສະທ້ອນເຖິງການເພີ່ມຂຶ້ນຂອງສິນຊັບເຄື່ອນທີ່ຂອງຄັງເງິນ ເພີ່ມຂຶ້ນ 10,9 ຕື້ເອີໂຣ ( ມາເປັນ 40,3 ຕື້ເອີໂຣ ) ແລະ ຄວາມຕ້ອງການການກູ້ຢືມສາທາລະນະທົ່ວໄປ 9,1 ຕື້ເອີໂຣ ລວມເຖິງຜົນກະທົບຂອງການອອກພັນທະບັດ ແລະ ການຫຼຸດລາຄາຈາກການຊື້ຄືນ ແລະ ຄ່າປະກັນໄພ, ຕີລາຄາຄືນຫຼັກຊັບຕາມອັດຕາເງິນເຟີ້ ແລະ ການແລກປ່ຽນຂອງອັດຕາແລກປ່ຽນ ຈໍານວນ 1,8 ຕື້ເອີໂຣ.

ທັງນີ້, ຍ້ອນມາດຕະການຈໍາກັດ ລະຫວ່າງ ການແຜ່ລະບາດຂອງໂຄວິດ – 19 ເຮັດໃຫ້ໜີ້ສາທາລະນະຂອງອິຕາລີເພີ່ມຂຶ້ນຫຼາຍ ມາເປັນ 155% ຂອງລວມຍອດຜະລິດຕະພັນພາຍໃນຂອງປະເທດ ( GDP ) ໃນປີ 2020. ຫຼັງຈາກຂໍ້ຈໍາກັດຖືກຍົກເລີກ, ການເຕີບໂຕຂອງເສດຖະກິດອິຕາລີ ເລີ່ມຕົ້ນອີກຄັ້ງ ແລະ ລັດຖະບານຫຼຸດການສະໜັບສະໜູນສຳລັບທຸລະກິດຕ່າງໆ ແລະ ປະຊາຊົນ.

ຢ່າງໃດກໍຕາມ, ຄວາມຂັດແຍ່ງໃນອູແກຣນ ລວມເຖິງລາຄາພະລັງງານທີ່ສູງ ເຮັດໃຫ້ GDP ຂອງອິຕາລີ ຫົດຕົວລົງໃນໄຕມາດທີ 4 ຂອງປີ 2022 ແລະ ໜີ້ພາກລັດ ກໍເລີ່ມເພີ່ມຂຶ້ນອີກຄັ້ງໃນເດືອນເມສາ ເຊິ່ງສຳນັກງານສະຖິຕິສະຫະພາບເອີຣົບ ລະບຸວ່າ ໜີ້ຂອງປະເທດອິຕາລີ ເທົ່າກັບ 144% ຂອງ GDP ໃນໄຕມາດທີ 4 ຂອງປີ 2022.