ວິທີແກ້ໄຂບັນຫາ “ ຂີ້ແຮ້ປຽກ – ມີກິ່ນຕົວ”

34

ເຫື່ອອອກກ້ອງຂີ້ແຮ້ ເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເກີດບັນຫາເລື່ອງກິ່ນຕົວ ແລະ ຍັງເຮັດໃຫ້ເຮົາເສຍບຸກຄະລິກກະພາບບໍ່ວ່າຈະເປັນການມີກິ່ນເໝັນ, ເສື້ອບໍລິເວນຂີ້ແຮ້ປຽກ… ສິ່ງເຫຼົ່ານີ້ກາຍເປັນບັນຫາທີ່ຫຼາຍຄົນຍັງແກ້ໄຂບໍ່ໄດ້ ເຮັດໃຫ້ບາງຄົນໝົດຄວາມໝັ້ນໃຈລົງໄດ້ ເພື່ອຢາກແກ້ໄຂບັນຫານີ້ໃຫ້ໝົດໄປ ແລະ ເອົາຄວາມໝັ້ນໃຈຂອງເຮົາກັບຄືນມາ ໃຫ້ປະຕິບັດດັ່ງນີ້:

1. ອາບນໍ້າເລື້ອຍໆ:
ອາບນໍ້າໃຫ້ສະອາດຢ່າງໜ້ອຍມື້ລະ 2 ເທື່ອ ເມື່ອອາກາດຮ້ອນເຮັດໃຫ້ເຫື່ອເຮົາອອກງ່າຍຢູ່ແລ້ວ ໂດຍສະເພາະແມ່ນຜູ້ທີ່ມັກຫຼິ້ນກີລາ ຫຼື ອອກກໍາລັງກາຍຕອນແລງ ຍິ່ງຄວນອາບນໍ້າລ້າງເຫື່ອໄຄຫຼັງຈາກຫຼິ້ນກີລາ ຫຼື ອອກກໍາລັງກາຍຮຽບຮ້ອຍແລ້ວ ແລະ ອາບອີກຄັ້ງຈຶ່ງເຂົ້ານອນ.
2. ເລືອກໃສ່ເສື້ອຜ້າໃຫ້ຫຼວມສະບາຍ:
ເສື້ອຜ້າທີ່ຄັບພໍດີຕົວເກີນໄປຈະເຮັດໃຫ້ເຫື່ອອອກຫຼາຍ ເພາະລະບາຍອາກາດໄດ້ບໍ່ດີພໍ ຄວນເລືອກຂະໜາດເສື້ອຜ້າ ຫຼື ເສື້ອຊ້ອນທີ່ບໍ່ຄັບເກີນໄປເຄື່ອນໄຫວສະດວກສະບາຍ ມີຊ່ອງວ່າງລະຫວ່າງເສື້ອຜ້າ ແລະ ຮ່າງກາຍເລັກໜ້ອຍ.

3. ໃຊ້ໂລອອນສໍາລັບຫຼຸດເຫື່ອໂດຍສະເພາະ:
ສໍາລັບຜູ້ທີ່ມີເຫື່ອອອກຫຼາຍເປັນພິເສດ ໂລອອນທໍາມະດາອາດຈະເອົາບໍ່ຢູ່ ໃຫ້ລອງປ່ຽນມາໃຊ້ໂລອອນສໍາລັບຮັກສາອາການເຫື່ອອອກຫຼາຍເກີນໄປໂດຍສະເພາະ ຫຼື ໃຊ້ໂລອອນ Antiperspirant ເຊິ່ງໂລອອນປະເພດນີ້ ຈະຊ່ວຍຄວບຄຸມເຫື່ອ ແລະ ຊ່ວຍຫຼຸດຂະໜາດຮູຂຸມຂົນບໍລິເວນວົງແຂນໃຫ້ໜ້ອຍລົງ ເຮັດໃຫ້ຕ່ອມເຫື່ອແຄບລົງ ແລະ ເຫື່ອບໍ່ໄຫຼອອກມາ ແລະ ຖ້າເປັນໄປໄດ້ໃຫ້ເລືອກແບບລະງັບກິ່ນ ຫຼື Deodorant ປະກອບຢູ່ນໍາ ເພາະຈະຊ່ວຍໃຫ້ກ້ອງແຂນຂອງເຮົາບໍ່ມີກິ່ນຕະຫຼອດມື້.
4. ໃຊ້ແຜ່ນແປະຂີ້ແຮ້ດູດຊັບເຫື່ອ:
ມີລັກສະນະເປັນແຜ່ນບາງໆ ຄ້າຍກັບຜ້າອະນາໄມແມ່ຍິງ ແຕ່ຈະມີຮູບຮ່າງທີ່ແຕກຕ່າງກັນ ແລະ ເຂົ້າຮູບກົງກັບວົງແຂນພໍດີ ນອກຈາກຈະຊ່ວຍຊັບເຫື່ອແລ້ວ ບາງສູດຍັງຊ່ວຍດູດກິ່ນໄດ້ອີກດ້ວຍ

5. ມີທິດຊູ່ປຽກຕິດຕົວ:
ເພື່ອທໍາຄວາມສະອາດຈຸດທີ່ມີເຫື່ອອອກໃນແຕ່ລະມື້ ແລະ ເພື່ອຫຼຸດການເກີດກິ່ນບໍ່ເພິ່ງປະສົງ.
6. ເປືອກໝາກນາວຊ່ວຍໄດ້:
ຊອຍເອົາເປືອກໝາກນາວບາງໆມາຖູຂີ້ແຮ້ໃຫ້ແຫ້ງແລ້ວທາທັບດ້ວຍໂລອອນ ກໍພໍຈະຊ່ວຍຫຼຸດເຫື່ອໄດ້.
7. ດື່ມນໍ້າໃຫ້ພຽງພໍ: ການປ່ອຍໃຫ້ຮ່າງກາຍຂາດນໍ້າ ແລະ ການໃຫ້ຄວາມຊຸ່ມຊື່ນຢ່າງພຽງພໍສາມາດເຮັດໃຫ້ລະບົບປະສາດຂອງຮ່າງກາຍຫຼຸດອາການເຫື່ອອອກຂີ້ແຮ້ໄດ້.
[ ຂໍ້ມູນຈາກ: Sanook ]