ຜົນຜະລິດອຸດສາຫະກຳຂອງຈີນ ເດືອນພຶດສະພາ ເພີ່ມຂຶ້ນ 3,5%

43

ເວັບໄຊສຳນັກຂ່າວ ຊິນຫົວ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຈີນ ໄດ້ເປີດເຜີຍຂໍ້ມູນເມື່ອວັນທີ 15 ມິຖຸນາຜ່ານມາວ່າ: ໃນເດືອນພຶດສະພາຜ່ານມາ ຜົນຜະລິດທາງອຸດສາຫະກຳ ທີ່ມີມູນຄ່າເພີ່ມຂອງຈີນ ເພີ່ມຂຶ້ນ 3,5% ເມື່ອທຽບປີຕໍ່ປີ, ແຕ່ອັດຕາການເຕີບໂຕຕໍ່າກວ່າຂອງເດືອນເມສາ ຢູ່ທີ່ 2,1%.

ລາຍງານລະບຸວ່າ: ພາກການຜະລິດທາງອຸດສາຫະກຳຂອງຈີນ ໄດ້ຂ້າມຜ່ານປັດໄຈທີ່ບໍ່ປະສົງຫາ ເຊັ່ນຄວາມຕ້ອງການຂອງຕະຫຼາດອ່ອນຕົວລົງ ແລະ ລາຄາຫຼຸດລົງ ລວມເຖິງຍັງຮັກສາທິດທາງການຟື້ນຕົວໃນເດືອນພຶດສະພາທີ່ຜ່ານມາ.

ຜົນຜະລິດຂອງພາກການຜະລິດເພີ່ມຂຶ້ນ 4,1% ເມື່ອທຽບປີຕໍ່ປີ. ຂະນະທີ່ການຜະລິດ ແລະ ການຈ່າຍໄຟຟ້າຄວາມຮ້ອນ, ແກ໊ສ ແລະ ນໍ້າ ເພີ່ມຂຶ້ນ 4,8%. ກຸ່ມລັດວິສາຫະກິດ ມີຜົນຜະລິດເພີ່ມຂຶ້ນ 4,4%. ຂະນະທີ່ຜົນຜະລິດຂອງພາກເອກະຊົນຂະຫຍາຍຕົວ 0,7% ການຜະລິດໂຊລາເຊວ ( ພະລັງງານແສງອາທິດ ) ແລະ ລົດພະລັງງານໃໝ່ ເພີ່ມຂຶ້ນ 53,1% ແລະ 43,6% ເມື່ອທຽບປີຕໍ່ປີຕາມລຳດັບ.

ລາຍງານຍັງເປີດເຜີຍວ່າ: ຜົນຜະລິດທາງອຸດສາຫະກຳ ແມ່ນໃຊ້ວັດແທກກິດຈະກຳຂອງຜູ້ປະກອບການລາຍໃຫຍ່ມີຜົນປະກອບການທາງທຸລະກິດຫຼັກຕໍ່ປີ ຢ່າງໜ້ອຍແມ່ນ 20 ລ້ານຢວນ.