ເມືອງແບງສັງປິດຊົ່ວຄາວຮ້ານບັນເທິງ ມີການສອບເສັງຈົບຊັ້ນ

59

ໃນໄລຍະນີ້ເປັນເວລາທີ່ນ້ອງນັກຮຽນໃນຂອບເຂດທົ່ວປະເທດ ກະກຽມສອບເສັງຈົບຊັ້ນ ໂດຍສະເພາະຊັ້ນ ມ4 ແລະ ມ7. ດັ່ງນັ້ນ, ດ້ວຍຄວາມເປັນຫ່ວງເປັນໃຍ ທາງຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງແບງ ແຂວງອຸດົມໄຊ ຈຶ່ງໄດ້ອອກແຈ້ງການ ໃຫ້ຮ້ານກິນດື່ມຕ່າງໆປິດບໍລິການໃນມື້ເສັງ ເພື່ອປ້ອງກັນບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ຂຶ້ນ.

ສອບ​ເສັງ​ຈົບ​ຊັ້ນ ມ4-ມ7 ສົກ​ນີ້ ມີມາດ​

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງແບງ ແຂວງອຸດົມໄຊ ໄດ້ອອກແຈ້ງການເຖິງຜູ້ປະກອບການທຸລະກິດທ່ອງທ່ຽວພາຍໃນເມືອງ ໃຫ້ປິດບໍລິການຊົ່ວຄາວ ຮ້ານກິນດື່ມ, ຮ້ານອາຫານ, ຮ້ານບັນເທິງ, ຄາຣາໂອເກະ ໃນມື້ສຸດທ້າຍການສອບເສັງ ມ4 ແລະ ມ7 ໃຫ້ປິດບໍລິການ ຕອນແລງແຕ່ 4:00 ໂມງຂອງວັນທີ 16/6/2023 ແລະ ຕອນແລງຂອງວັນທີ 23/6/2023 ເປັນມື້ສຳເລັດການສອບເສັງຈົບຊັ້ນ ມ4 ແລະ ມ7.

ແຈ້ງການ ຫ້ອງການ ຖວທ 4 ຕົວເມືອງ ຂອງແຂວງເຊກອງ ສາມາດ ເປີດຮ້ານກິນດື່ມ,ຮ້ານປີ້ງ  ທີ່ມີການບໍລິການ ເ ຫຼົ້ າ – ເ ບ ຍ, ໃນທົ່ວແຂວງເຊກອງ – YoulikeLao

ທັ້ງນີ້ກໍ່ເພື່ອລີກລຽງບັນຫາປະກົດການຫຍໍ້ທໍ່ຕ່າງໆເຊັ່ນ: ຕັ້ງກຸ່ມກ້ອນຊຸມແຊວ, ອາລະວາດຕີກັນ, ຂີ່ລົດໄວສຽງດັງ, ຖ່າຍຮູບພາບລົງສື່ສັງຄົມອອນລາຍແບບທີ່ບໍ່ເໝາະສົມ ສັງຄົມວິພາກວິຈານບໍ່ສອດຄ່ອງກັບວັດທະນະທຳ, ນອກຈາກວັນທີທີ່ໄດ້ກຳນົດແລ້ວ ແມ່ນອະນຸຍາດໃຫ້ເປີດບໍລິການປົກກະຕິ.

ຫາກຮ້ານໃດຫາກລະເມີດຕາມແຈ້ງການທີ່ໄດ້ລະບຸໄວ້ນີ້ເຈົ້າໜ້າທີ່ຄະນະສະເພາະກິດຂັ້ນເມືອງລົງເຄື່ອນໄຫວພົບເຫັນຈະໄດ້ປັບໃໝຕາມລະບຽບການທີ່ໄດ້ກໍານົດໄວ້.

อาจเป็นรูปภาพของ ข้อความ