ຊາ 3 ດີ ຜະລິດຕະພັນເພື່ອສຸຂະພາບ ກາສິງທອງ

31

ຍອມຮັບວ່າຜະລິດຕະພັນປະເພດຊາໃນລາວມີຫຼາຍຢ່າງ ຍູທ່າງເລືອກດ້ວຍສັບພະຄຸນທີ່ໃກ້ຄຽງ ແລະ ແຕກຕ່າງກັນ ທີ່ສໍາຄັນແມ່ນມີຜົນດີຕໍ່ສຸຂະພາບ ເຖິງຈະເຫັນຜົນຊ້າກໍຕາມ ແຕ່ປາສະຈາກຜົນຂ້າງຄຽງ ຫຼື ຄວາມສ່ຽງໃດໆ ເພາະເປັນສະໝຸນໄພ ຫຼື ຢາພື້ນເມືອງທີ່ປອດສານເຄມີປະສົມ.

ຊາ 3 ດີ ໄດ້ຜ່ານການທົດລອງ ແລະ ຄົ້ນຄວ້າວິໄຈເປັນໄປຕາມຂັ້ນຕອນກ່ອນອອກວາງຈໍາໜ່າຍ ເຊິ່ງແທດເໝາະກັບຄົນທີ່ມີຄວາມສ່ຽງດ້ານໄຂມັນ, ຄວາມດັນ ແລະ ທາດນໍ້າຕານ ໂດຍຊາປະເພດນີ້ຈະຊ່ວຍປັບຄວາມສົມດຸນໃຫ້ກາຍເປັນດີ ( ໄຂມັນດີ, ຄວາມດັນດີ, ທາດນໍ້າຕານດີ ).


ພະຍາດ 3 ສິ່ງທີ່ກ່າວມານັ້ນ ຂ້ອນຂ້າງພົບຫຼາຍໃນຍຸກປັດຈຸບັນ ໂດຍສະເພາະຄົນໃນເມືອງ ອາດກ່ຽວເນື່ອງດ້ານອາຫານການກິນ ແລະ ການງານທີ່ຫັນສູ່ຄວາມສະດວກສະບາຍໃນຄວາມເປັນ ຢູ່, ເນັ້ນຄວາມວ່ອງໄວໃນການບໍລິໂພກຍ້ອນແລ່ນນໍາເວລາ ແລະ ເຮັດວຽກຢູ່ໃນບ່ອນຮົ່ມເຢັນທີ່ມີການເຜົາຜານພະລັງງານໜ້ອຍ.

ຊາ 3 ດີ ຈຶ່ງກາຍເປັນຜະລິດຕະພັນໜຶ່ງທີ່ຕອບໂຈດຕະຫຼາດ ເປັນທາງເລືອກຕໍ່ຜູ້ທີ່ມີ ຄວາມສ່ຽງ ເພື່ອແກ້ບັນຫາພະຍາດເຫຼົ່ານັ້ນໄດ້ອີກທາງໜຶ່ງ ດ້ວຍການບໍລິໂພກເປັນປະຈໍາຈະຊ່ວຍລະລາຍໄຂມັນ, ຫຼຸດທາດນໍ້າຕານ ແລະ ຊ່ວຍຄວບຄຸມຄວາມດັນ ໂດຍສະເພາະແມ່ນຄົນສູງອາຍຸ.

ຊາທີ່ວ່ານີ້ມີການບັນຈຸເປັນຊອງນ້ອຍໆທີ່ສາມາດລະບາຍຜົງຊາໄດ້ງ່າຍພໍດີກັບການໃສ່ຈອກນໍ້າ ເພື່ອຄວາມສະດວກໃນການຊົງດື່ມແຕ່ລະຄັ້ງ ແລະ ມີຖົງໃຫຍ່ບັນຈຸໄວ້ຫຼາຍຊອງ ເພື່ອສະດວກຕໍ່ການພົກພາ ແລະ ເກັບຮັກສາ.
ດ້ານນອກຂອງຊອງມີການພິມອັກສອນຊີ້ນໍາຫຼາຍຢ່າງ ທັງສ່ວນປະສົມ, ສັບພະຄຸນ, ວິທີດື່ມ, ຊື່ ແລະ ທີ່ຕັ້ງບໍລິສັດ ພ້ອມດ້ວຍຂໍ້ມູນອື່ນໆທີ່ຈໍາເປັນ. ໃນນັ້ນ, ດ້ານສັບພະຄຸນລະບຸໄວ້ວ່າ:
– ຊ່ວຍລະລາຍທາດໄຂມັນໃນເລືອດ
– ຊ່ວຍຫຼຸດທາດນໍ້າຕານໃນເລືອດ
– ຊ່ວຍຄວບຄຸມຄວາມດັນໃຫ້ເປັນປົກກະຕິ

ສ່ວນວິທີນໍາໃຊ້: ຈຸ່ມຊອງຊາໃສ່ຈອກນໍ້າຮ້ອນ ປະໄວ້ປະມານ 5 ນາທີແລ້ວດື່ມ; ດື່ມມື້ລະ 2 – 3 ເທື່ອ; ດື່ມເປັນປົກກະຕິໃນ 1 ເດືອນ ຈະຮູ້ສຶກດີຂຶ້ນ.
ຈໍາໜ່າຍໂດຍ: ບໍລິສັດ ຮ່ວມພັດທະນາການຢາ ຂາອອກ – ຂາເຂົ້າ ຈໍາກັດ ຕັ້ງຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.