ລາຄານ້ຳມັນໃນປາກິດສະຖານ ຈະຫຼຸດລົງ ຫຼັງນຳເຂົ້ານ້ຳມັນດິບຈາກ ຣັດເຊຍ

34

ສຳນັກຂ່າວ AFP ລາຍງານວ່າ: ບໍລິສັດໂຮງກັ່ນນ້ຳມັນຂອງປາກິດສະຖານ ( RFL ) ເປີດເຜີຍວ່າ ເຮືອບັນທຸກນ້ຳມັນດິບ ຈຳນວນ 45.000 ໂຕນ ຈາກຣັດເຊຍ ໄດ້ເຂົ້າຈອດທຽບທ່າຢູ່ເມືອງກາຣາຈີ ທາງພາກໃຕ້ຂອງປາກິດສະຖານ ເມື່ອບໍ່ດົນມານີ້, ຂະນະທີ່ເຮືອຂົນສົ່ງອີກລຳ ທີ່ບັນທຸກນ້ຳມັນດິບຈຳນວນ 50.000 ໂຕນ ຈາກຣັດເຊຍ ຈະເດີນທາງມາເຖິງປາກິດສະຖານ ພາຍໃນອາທິດນີ້ ໂດຍ RFL ຈະເປັນຜູ້ກັ່ນນ້ຳມັນດິບດັ່ງກ່າວ ກ່ອນຈະຈຳໜ່າຍໃຫ້ປະຊາຊົນໄດ້ຊົມໃຊ້.

ກະຊວງປີໂຕຣລຽມຂອງປາກິດສະຖານ ເຊື່ອໝັ້ນວ່າ: ລາຄາເຊື້ອເພີງຢູ່ພາຍໃນປະເທດຈະຫຼຸດລົງຢ່າງຕໍ່ເນື່ອງ ຫຼັງຈາກທີ່ນ້ຳມັນຈາກ ຣັດເຊຍ ຜ່ານການແປຮູບເປັນຜະລິດຕະພັນປີໂຕຣລຽມ ແລະ ຈຳໜ່າຍສູ່ຕະຫຼາດພາຍໃນປະເທດ.

ໃນຂະນະທີ່ການຊຳລະເງິນຄ່ານ້ຳມັນໃຫ້ແກ່ ຣັດເຊຍ, ທ່ານ ໂມຊາລິກ ມາລິກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຂອງປະກິດສະຖານ ກ່າວວ່າ: ລັດຖະບານປາກິດສະຖານຈະໃຊ້ສະກຸນເງິນຂອງ “ ປະເທດທີ່ເປັນມິດ ” ຊຳລະໃຫ້ແກ່ ຣັດເຊຍ ເນື່ອງຈາກວ່າ ຣັດເຊຍ ບໍ່ສາມາດເຮັດທຸລະກຳທາງການເງິນຂອງສະກຸນເງິນໂດລາສະຫະລັດໄດ້, ອີກຢ່າງໜຶ່ງຄັງແຮສຳຮອງເງິນຕາຕ່າງປະເທດຂອງປາກິດສະຖານ ທີ່ເປັນສະກຸນເງິນໂດລາສະຫະລັດ “ ກໍບໍ່ມີພຽງພໍໃນການຊຳລະ ”.

ທັງນີ້, ປາກິດສະຖານ ກຳລັງປະເຊີນກັບວິກິດເສດຖະກິດ ແລະ ຂະນະນີ້ກຳລັງເຈລະຈາກັບກອງທຶນການເງິນລະຫວ່າງປະເທດ ( IMF ) ເພື່ອອະນຸມັດສິນເຊື່ອງວດໃໝ່ໃຫ້ແກ່ປາກິດສະຖານ.