ການບົວລະບັດຕົ້ນເຂົ້ານາອິນຊີ ຫຼື ປອດສານພິດ

57

ການເຮັດນາປູກເຂົ້າແບບປອດສານພິດ ແມ່ນອຸດສາຫະກຳການເຮັດກະເສດໃນຍຸກໃໝ່ ເພາະໃຊ້ຕົ້ນທຶນຕໍ່າ, ປອດໄພຕໍ່ສຸຂະພາບຜູ້ເຮັດ ແລະ ຜູ້ບໍລິໂພກ ແຕ່ການບົວລະບັດຈະຍາກກວ່າປູກແບບນຳໃຊ້ເຄມີເຂົ້າມາຊ່ວຍ. ດັ່ງນັ້ນຈຶ່ງຂໍນຳເອົາບາງວິທີຂອງການບົວລະບັດນາເຂົ້າແບບປອດສານພິດມາແນະນຳ.

ໄລຍະທີ່ປັກດຳນາແລ້ວ ທຳອິດນໍ້າໃນທົ່ງນາບໍ່ຄວນສູງເກີນ 10 – 15 ຊັງຕີແມັດ ເພາະຖ້ານໍ້າຫຼາຍຕົ້ນຈະເນົ່າ ແລະ ຖ້ານໍ້າໜ້ອຍເປັນໄລຍະຝົນຕົກກໍບໍ່ເປັນຫຍັງ ເມື່ອປັກດຳໄດ້ 15 ມື້ແລ້ວ ນຳຈຸລິນຊີໄປປະສົມນໍ້າສີດພົ່ນໃສ່ຕົ້ນເຂົ້າ ເພື່ອກະຕຸ້ນຈຸລິນຊີທີ່ເຄີຍຫວ່ານຕອນກຽມດິນ ແລະ ເຮັດໃຫ້ຕົ້ນເຂົ້າແຂງແຮງ ທົນຕໍ່ສັດຕູພືດ.


ຕ້ອງໝັ່ນເບິ່ງລະດັບນໍ້າຢ່າໃຫ້ຂາດ, ໝັ່ນເບິ່ງຫຍ້າ ພ້ອມໝັ່ນສີດຈຸລິນຊີທຸກເດືອນຈົນກວ່າເຂົ້າເລີ່ມມານ. ຖ້າເຂົ້າຖອດຮວງເລີ່ມແກ່ແລ້ວໃຫ້ປ່ອຍນໍ້າອອກ.
ສຳລັບສັດຕູພືດ ແນ່ນອນວ່າພື້ນທີ່ນາປູກແບບອິນຊີ ແມ່ນຈະມີແປງໄມ້ນາໆຊະນິດມາຕອມຫຼາຍ ເຊິ່ງບາງຊະນິດກໍທຳລາຍຕົ້ນເຂົ້າ ແລະ ບາງຊະນິດກໍບໍ່ໄດ້ທຳລາຍ ກົງກັນຂ້າມບາງຊະນິດມັນກໍຊ່ວຍກຳຈັດແມງໄມ້ທີ່ຈະມາທຳລາຍເຂົ້າເຮົາໄດ້ ແຕ່ຖ້າມີແມງໄມ້ທີ່ທຳລາຍຕົ້ນເຂົ້າຫຼາຍເກີນໄປ ໃຫ້ໃຊ້ຢາໝັກສະໝຸນໄພສີດໄລ່ໃນອັດຕາ 3 – 5 ບ່ວງຕໍ່ນໍ້າ 20 ລິດ ປະສົມກັບນໍ້າຊີວະພາບສີດໃສ່ ( ຄວນສີດຕອນແລງ ). ສ່ວນເພ້ຍຕ່າງໆຖ້າຕົ້ນເຂົ້າແຂງແຮງມັນກໍບໍ່ສາມາດທຳລາຍໄດ້.

ສັດຕູພືດອີກຢ່າງໜຶ່ງທີ່ມັກມາທຳລາຍຕົ້ນເຂົ້າແມ່ນ ຫອຍປາກກວ້າງ ຫຼື ຫອຍເຊີລີ້ ແມ່ນໃຫ້ໄປເລາະເກັບຫອຍ ແລະ ໄຂ່ມັນມາ ແລ້ວມາໝັກເປັນນໍ້າຊີວະພາບ ໄວ້ໄປສີດໃສ່ເຂົ້າ ເຊິ່ງນໍ້າໝັກຈາກຫອຍແມ່ນຈະມີທາດອາຫານສູງສຳລັບພືດ ຫຼື ອາດຈະເອົາເປັດມາປ່ອຍໃນນາ ຊ່ວຍກິນຫອຍເຊີລີ້ກໍໄດ້, ບາງຄົນຖ້າຫອຍໂຕໃຫຍ່ກໍເກັບໄປກິນໄປຂາຍໄດ້.

ສຳລັບວິທີກຳຈັດຫອຍເຊີລີ້: ແມ່ນໃຊ້ປູນຂາວ 5 ກິໂລ ລະລາຍໃນນໍ້າ 100 ລິດ ຄົນໃຫ້ເຂົ້າກັນປະໄວ້ 1 ຄືນ ນໍານໍ້າປູນໃສ 2 ລິດປະສົມກັບນໍ້າອີກຄັ້ງ 10 ລິດ ໄປສວາດໃສ່ທົ່ງນາ ເຊິ່ງຄວາມເປັນດ່າງຂອງປູນຂາວຈະເຮັດໃຫ້ຫອຍຕາຍ ຫຼື ໜີໄປ ແຖມຍັງຊ່ວຍຫຼຸດຄວາມເປັນກົດຂອງດິນໄດ້ດີ, ບ່ອນໃດທີ່ມີນໍ້າຂັງສູງໜ້ອຍໜຶ່ງ ໃຫ້ໃຊ້ປູນຂາວ ຫວ່ານ ຫຼື ນໍາໃບຂົມກະເດົາໄປຖິ້ມໃສ່ບ່ອນນໍ້າຂັງທີ່ມີຫອຍຫຼາຍ ຖ້າໃບເນົ່າເປື່ອຍແລ້ວຫອຍກໍຈະໜີເອງ ແລະ ອີກວິທີຄືເອົາໝາກຫຸ່ງດິບໄປຊອຍປະສົມໃນປຸ໋ຍໝັກແລ້ວນຳໄປຖອກ ຫຼື ສວາດໃສ່ທົ່ງນາຫອຍເຊີລີ້ກໍ່ຈະໜີ ຫຼື ຕາຍໄດ້.
[ ຂໍ້ມູນ: vigotech ]